ເອກະພາບຍົກລະດັບເຂດອະນຸລັກໂອງ-ມັ່ງຂຶ້ນເປັນລະດັບຊາດ

   ວັນທີ 11 ມັງກອນ 2019 ນີ້, ທີ່ເມືອງຊົນນະບູລີ ແຂວງ ສະຫວັນນະເຂດ ໄດ້ຈັດກອງປະຊຸມປຶກສາຫາລືຮ່ວມກັບຊຸມຊົນເພື່ອຍົກລະດັບເຂດອະນຸລັກໂອງ-ມັ່ງ ຂຶ້ນເປັນລະດັບຊາດໂດຍພາຍໃຕ້ການເປັນປະທານຂອງທ່ານ ຄໍາມອນ ທິລະວົງ ຮອງເຈົ້າເມືອງຊົນນະບູລີ ທັງເປັນຜູ້ຊີ້ນໍາວຽກງານໂຄງການຂັ້ນເມືອງ, ທ່ານ ບຸນເລດ ຈັນທອງທິບ ຮອງຫົວໜ້າພະແນກກະສິກໍາ-ປ່າໄມ້ແຂວງສະຫວັນນະເຂດ, ມີບັນດາທ່ານຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ ແລະອໍານາດການປົກຄອງບ້ານເປົ້າໝາຍຂອບເຂດອະນຸລັກໂອງ-ມັ່ງເຂົ້າ ຮ່ວມ.

   ກອງປະຊຸມກໍໄດ້ສະເໜີເນື້ອໃນສຳຄັນຕ່າງໆເປັນຕົ້ນແມ່ນ: ສະເໜີເຫດຜົນການຍົກລະດັບເຂດອະນຸລັກໂອງ-ມັ່ງ ຂຶ້ນເປັນລະດັບຊາດ, ຄວາມຫຼາກຫຼາຍຂອງຊີວະນາໆພັນໃນຂອບເຂດອະນຸລັກໂອງ-ມັ່ງ, ຂອບເຂດ ແລະສະພາບເສດຖະກິດສັງຄົມໃນເຂດອະນຸລັກໂອງ-ມັ່ງ ແລະສະເໜີຂັ້ນຕອນການຍົກລະດັບປ່າສະຫງວນແລ້ວຈຶ່ງຄັດເລືອກຫົວຂໍ້ທີ່ຈະນໍາໃຊ້ໃນເຂດອະນຸລັກໂອງ-ມັ່ງ.

  ກອງປະຊຸມໄດ້ມີການປຶກສາຫາລື, ຄົ້ນຄວ້າປະກອບຄໍາຄິດເຫັນຢ່າງກົງໄປກົງມາພ້ອມທັງຕັ້ງຄໍາຖາມເຈາະຈິ້ມ ແລະອະທິບາຍຊີ້ແຈງໃນບັນຫາຕ່າງໆທີ່ກ່ຽວຂ້ອງກັບວຽກງານດັ່ງກ່າວຈາກນັ້ນກອງປະຊຸມກໍ່ໄດ້ຕົກລົງເຫັນດີເປັນເອກະພາບກັນຄື: ເຫັນດີໃນການຍົກລະດັບເຂດອະນຸລັກໂອງ-ມັ່ງຂຶ້ນເປັນລະດັບຊາດ, ເຫັນດີໃຫ້ປະສານງານໂຄງການຂັ້ນແຂວງສົມທົບກັບກົມຄຸ້ມຄອງປ່າສະຫງວນ ແລະ ປ່າປ້ອງກັນ, ຫ້ອງການກະສິກໍາ-ປ່າໄມ້ເມືອງ ແລະອໍານາດການປົກຄອງເຂດບ້ານເປົ້າໝາຍຮັບຜິດຊອບໃນການຮ່າງເອກະສານພ້ອມນີ້, ກອງປະຊຸມເປັນເອກະພາບຮັບເອົາເຂດອະນຸລັກໂອງ-ມັ່ງຂຶ້ນເປັນລະດັບຊາດຕາມເງື່ອນໄຂມາດຖານທີ 4 ຂອງອົງການສາກົນເພື່ອການອະນຸລັກທໍາມະຊາດ.