ສາລີ 80% ທົ່ວປະເທດຖືກບົ້ງກິນສ່ວນລັດສົ່ງເສີມປູກພືດ 10 ຊະນິດທົດແທນ

ສະພາບການລະບາດຂອງບົ້ງຝູງສາລີໃນຂອບເຂດທົ່ວປະເທດທີ່ກົມປູກຝັງກະຊວງກະສິກຳ ແລະປ່າໄມ້ໄດ້ເກັບກຳມາຮອດວັນທີ 16 ສິງຫາ 2019 ໃນຈໍານວນ 12 ແຂວງ, 67 ເມືອງ, 778 ບ້ານ ການລະບາດກວມເອົາ 80% ຂອງພື້ນທີ່ປູກທັງໝົດ, ເສຍຫາຍຫຼາຍກວ່າ 40 ພັນເຮັກຕາ ແລະໜັກສຸດມີ 4 ແຂວງ,ຊຶ່ງອາດກະທົບຕໍ່ການສົ່ງອອກ ແລະເພື່ອເປັນການແກ້ໄຂສະເພາະໜ້າລັດຖະບານກໍຄືກະຊວງໄດ້ຫັນເອົາພືດເສດຖະກິດ 10 ະນິດທີ່ມີຕະຫຼາດຮອງຮັບປູກທົດແທນພື້ນທີ່ເສຍຫາຍໂດຍເລັ່ງໃສ່ 4 ແຂວງທີ່ລະບາດໜັກ.

 ທ່ານ ສຸລາພອນ ອິນທະວົງ ຮອງຫົວໜ້າກົມປູກຝັງ, ະນະກຳມະການສະເພາະກິດເພື່ອແກ້ໄຂບັນຫາການລະບາດຂອງບົ້ງຝູງສາລີໃນຂອບເຂດທົ່ວປະເທດໃຫ້ສຳ ພາດກັບທີມຂ່າວໜັງສືພິມເສດຖະກິດ-ສັງຄົມໃນວັນທີ 20 ສິງຫາຜ່ານມາວ່າ: ບົ້ງຝູງສາລີ

  ມີວົງຈອນຊີວິດ 30-35 ວັນ ຂຶ້ນກັບເງື່ອນໄຂຂອງແຕ່ລະພື້ນທີ່, ໂຕແກ່ສາມາດບິນໄກເຖິງ100 ກິໂລແມັດຕໍ່ຄືນ, ໂຕແມ່ສາມາດວາງໄຂ່ເປັນກຸ່ມໄດ້ 100-200 ໜ່ວຍຕໍ່ຄັ້ງ ແລະສາມາດວາງໄຂ່ໄດ້ສູງສຸດ 2 ພັນໜ່ວຍຕໍ່ໂຕ, ໃນລະດູໜຶ່ງສາມາດຂະຫຍາຍພັນໄດ້ 6-12 ລຸ້ນ, ຊຶ່ງນັບວ່າເປັນສັດຕູພືດຊະນິດໜຶ່ງທີ່ຮ້າຍແຮງທ້າ ທາຍສົມຄວນ ແລະສາມາດທຳລາຍພືດໄດ້ຫຼາຍກວ່າ 80 ຊະນິດ, ໂດຍການທຳລາຍຂອງບົ້ງຊະນິດດັ່ງກ່າວແມ່ນເລີ່ມແຕ່ມື້ແຕກງອກຫາໄລຍະສາລີເປັນຝັກແກ່ຊຶ່ງຈະກັດກິນໃບ, ຍອດ, ເຈາະລຳຕົ້ນ ແລະຝັກ, ຖ້າທຽບ ໃສ່ການລະບາດຂອງຕັກກະແຕນຝູງໄມ້ ປ່ອງໃນໄລຍະຜ່ານມາ ເຫັນວ່າການຂະ ຫຍາຍປະຊາກອນຂອງບົ້ງຝູງສາລີ ແມ່ນໄວກວ່າ 9-10 ເທື່ອ, ສະນັ້ນການທໍາລາຍຂອງບົ້ງຝູງສາລີໃນຈໍານວນ 12 ແຂວງທີ່ໄດ້ເກັບກຳມາຮອດວັນທີ 16 ສິງ ຫາ 2019 ເຫັນວ່າມີການລະບາດແລ້ວ 67 ເມືອງ, 778 ບ້ານ,ໃນເນື້ອທີ່ທັງໝົດ 1,04 ແສນເຮັກຕາເທົ່າກັບ 80% ຂອງເນື້ອທີ່ປູກສາລີທັງໝົດ 1,26 ແສນເຮັກຕາທົ່ວປະເທດ, ເສຍ ຫາຍ 40,93 ພັນເຮັກຕາ, ຊຶ່ງມາຮອດປະຈຸບັນແມ່ນສາມາດຢັບຢັ້ງການລະບາດໄດ້ແລ້ວ.

  ສາລີແມ່ນພືດເສດຖະກິດ 1 ໃນ 5 ພືດທີ່ລາວສົ່ງອອກ, ພາຍຫຼັງມີການລະບາດອາດສົ່ງຜົນກະທົບບໍ່ຫຼາຍກໍໜ້ອຍ, ດັ່ງນັ້ນເພື່ອເປັນການຫຼຸດຜ່ອນຜົນເສຍຫາຍຕໍ່ລາຍຮັບຂອງປະຊົນ,ລັດຖະບານກໍຄືກະຊວງຈຶ່ງໄດ້ຊອກທາງອອກຊ່ວຍເຫຼືອປະຊາຊົນດ້ວຍການແນະນຳຊຸກຍູ້ໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຕົ້ນຕໍແມ່ນ 4 ແຂວ ງຄື: ໄຊຍະບູລີ, ອຸດົມໄຊ, ຫົວພັນ ແລະ ແຂວງຊຽງຂວາງ ທີ່ເປັນແຂວງມີທ່າແຮງໃນການສົ່ງອອກສາລີ, ໃຫ້ຫັນປ່ຽນໄປປູກພືດ 10 ຊະນິດທົດແທນເປັນຕົ້ນຖົ່ວດິນ, ຖົ່ວເຫຼືອງ ແລະພືດຕະກຸນຖົ່ວຕ່າງໆທີ່ເປັນພືດໄລຍະສັ້ນ, ມີຄວາມຕ້ອງການນໍ້າໜ້ອຍເຕັກນິກສູງເພື່ອທົດແທນການສູນເສຍດັ່ງກ່າວໂດຍດ່ວນ ແລະ ຍັງເປັນພືດເສດຖະກິດທີ່ມີຕະຫຼາດຮອງຮັບທີ່ສຳຄັນການຫັນປ່ຽນໄປປູກພືດຊະນິດອື່ນຍັງຈະຊ່ວຍຕັດວົງຈອນຊີວິດຂອງບົ້ງຝູງສາລີໄດ້ອີກ.

 ທ່ານ ສຸລາພອນ ອິນທະວົງ ກ່າວຕື່ມວ່າ: ການຫັນໃຫ້ປະຊາຊົນໄປປູກພືດຊະນິດອື່ນແທນແມ່ນເປັນການແກ້ໄຂໄລຍະສັ້ນ ແລະເພື່ອເປັນການຮັບມືທັງເປັນການແກ້ ໄຂໄລຍະກາງ ແລະຍາວກົມປູກຝັງໄດ້ໃຊ້ການປ້ອງກັນພືດແບບປະສົມປະສານຊຶ່ງຈະບໍ່ໃຊ້ສານເຄມີແຕ່ເນັ້ນໜັກຄວາມຮູ້ແບບທ້ອງຖິ່ນມາປະສົມປະສານກັບເຕັກໂນໂລຊີອັນໃໝ່ດ້ວຍການໃຊ້ເຊື້ອຊີວະວິທະຍາໃຊ້ແມງໄມ້ຂ້າແມງໄມ້ ແລະບ່ອນໃດທີ່ຮ້າຍແຮງສຸດແມ່ນຈະໃຊ້ເຄມີຢັບຢັ້ງ, ປະຈຸບັນນີ້ໃຊ້ແລ້ວ 16 ພັນກວ່າເຮັກຕາ ເພື່ອບໍ່ໃຫ້ມີການແຜ່ລະບາດໄປສູ່ເຂດອື່ນ, ພ້ອມທັງເລັ່ງສ້າງພະນັກງານວິຊາການຂັ້ນແຂວງ, ເມືອງ, ບ້ານ ແລະ ປະຊາຊົນເພື່ອໂຄສະນາເຜີຍແຜ່ຜົນຮ້າຍຂອງການລະ ບາດພະຍາດດັ່ງກ່າວສຳລັບການຮ່ວມມືກັບຫຼາຍຝ່າຍໂດຍສະເພາະການແລກປ່ຽນປະສົບການຈາກບັນດາປະເທດໃນອາຊຽນ,ອາຊຽນ+3, ຮ່ວມມືສອງຝ່າຍກັບ ສປ ຈີນ ໃນການແກ້ໄຂການລະບາດຂອງພະຍາດດັ່ງກ່າວ, ສ່ວນໃນຕໍ່ໜ້າລັດຈະມີການຫັນປ່ຽນ ແລະ ກຳນົດພືດເສດຖະກິດທີ່ເປັນບູລິມະສິດໃນການສົ່ງອອກຂອບເຂດທົ່ວປະເທດຄາດວ່າຈະມີການກຳນົດ ແລະ ຈັດສັນພື້ນທີ່ເຂດການຜະລິດ, ກຳນົດເຂດຜູ້ລົງທຶນແລະຜູ້ຜະລິດໂດຍມີລັດຖະບານເປັນຜູ້ປົກປ້ອງ, ພ້ອມໄດ້ສິດທິພິເສດໃນການສົ່ງອອກໂດຍບໍ່ຈຳເປັນຕ້ອງເສຍອາກອນ, ຊຶ່ງບູລິມະສິດດັ່ງກ່າວຈະໄດ້ປະກາດໃຊ້ໃນໄວໆນີ້.

-----------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ