ເຂື່ອນນໍ້າຂອງໄຊຍະ ຈະສ້າງຜົນປະໂຫຍດໃຫ້ປະຊາຊົນ ແລະປະເທດຊາດ

 ໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງງານນໍ້າໄຊຍະບູລີເປັນໂຮງໄຟຟ້າພະລັງນໍ້າແບບຝາຍນໍ້າລົ້ນ, ມີກໍາລັງການຜະລິດຕິດຕັ້ງ 1.285 ເມກາວັດ, ມີຄວາມຍາວຂ້າມລໍານໍ້າຂອງຕອນລຸ່ມ 820 ແມັດຊຶ່ງຖືເປັນຕົ້ນແບບໂຮງໄຟຟ້າພະລັງງານນໍ້າແຫ່ງທໍາອິດເທິງແມ່ນໍ້າຂອງທີ່ໄດ້ໃຊ້ເຕັກໂນໂລຊີທີ່ທັນສະໄໝ, ເປັນທີ່ຍອມຮັບຈາກຜູ້ຜະລິດຊັ້ນນໍາທົ່ວໂລກ, ເພື່ອສ້າງຄວາມສົມດູນລະຫວ່າງທຸລະກິດ ແລະ ຄວາມຍືນຍົງທີ່ສອດຄ່ອງກັບຂໍ້ກໍານົດຂອງຄະນະກໍາມາທິການແມ່ນໍ້າຂອງຂະນະທີ່ການກໍ່ສ້າງຮອດປະຈຸບັນສຳເລັດກວ່າ 99% ແລະມີແຜນກໍານົດຈ່າຍໄຟໃນຕົ້ນເດືອນຕຸລາ ແລະຄາດວ່າຈະມີພິທີເປີດຢ່າງເປັນທາງການໃນເດືອນພະຈິກ2019 ນີ້.

  ທ່ານນາງ ບຸນພັກ ອິນທະປັນຍາ ຮອງເຈົ້າແຂວງໄຊຍະບູລີ ໄດ້ໃຫ້ສໍາພາດຕໍ່ທີມງານຂ່າວໃນວັນທີ 20 ສິງຫາ 2019 ຮູ້ວ່າ: ໂຮງໄຟຟ້າພະລັງງານນໍ້າ ໄຊຍະບູລີ ເປັນແຜນຍຸດທະສາດເພື່ອການພັດທະນາໂດຍຫັນເອົາທໍາມະຊາດມາຮັບໃຊ້ໃຫ້ແກ່ສັງຄົມ, ຊຶ່ງນໍາເອົາຜົນປະໂຫຍດມາໃຫ້ກັບປະຊາຊົນ ແລະ ປະເທດຊາດໃນອານາ ຄົດ.

 ເຂື່ອນໄຟຟ້າໄຊຍະບູລີ ໄດ້ລິເລີ່ມຄົ້ນຄວ້າ ແລະເຂົ້າສູ່ການຍົກຍ້າຍຈັດສັນປະຊາຊົນອອກຈາກພື້ນທີ່ກໍ່ສ້າງນັບແຕ່ປີ 2011 ເປັນຕົ້ນມາ, ເພື່ອອໍານວຍຄວາມສະດວກໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ, ຊຶ່ງກວມເອົາເນື້ອທີ່ຂອງແຂວງຫຼວງພະບາງ ແລະແຂວງໄຊຍະບູລີ, ມີບ້ານທີ່ຖືກໂຄງການທັງໝົດ 19 ບ້ານ.

 ສໍາລັບແຂວງໄຊຍະບູລີ ແມ່ນມີ 6 ບ້ານລຽບແຄມແມ່ນໍ້າຂອງ, ໃນນັ້ນໄດ້ຍົກຍ້າຍ 1 ບ້ານຄື: ບ້ານຫ້ວຍຊຸຍ ແລະ 5 ບ້ານແມ່ນຍັບຍ້າຍຈາກບ່ອນຕໍ່າຂຶ້ນສູ່ບ່ອນສູງ, ລວມປະຊາຊົນ 219 ຄອບຄົວ, ພົນລະເມືອງ 1.143 ຄົນ, ຍິງ 537 ຄົນ, ເຊິ່ງຜົນກະທົບດັ່ງກ່າວທາງບໍລິສັດທີ່ຮັບເໝົາກໍ່ສ້າງແມ່ນໄດ້ຊົດເຊີຍຄືນໃຫ້ທັງໝົດ ເປັນຕົ້ນແມ່ນ: ປຸກສ້າງເຮືອນ, ຈັດສັນທີ່ດິນທໍາການຜະລິດ ແລະຈັດສັນອາຊີບເຊັ່ນ: ປູກຝັງ-ລ້ຽງສັດ, ເຮັດການປະມົງ, ເຮັດວຽກນໍາໂຄງການ, ຕົ້ມເຫຼົ້າຜະລິດເປັນສິນຄ້າໂອດ໋ອບ, ຕັດຫຍິບ, ສ້ອມແປງ, ຂັບລົດ, ເສີມຄວາມງາມ, ຄ້າ-ຂາຍ, ປຸງແຕ່ງອາຫານ ແລະ ອື່ນໆ ມາຮອດປະຈຸບັນຊີວິດການເປັນຢູ່ຂອງປະຊາຊົນດັ່ງກ່າວແມ່ນດີຂຶ້ນ, ລາຍຮັບສະເລ່ຍບ້ານຫ້ວຍຊຸຍ 604 ໂດລາຕໍ່ຄົນຕໍ່ປີ, ເມື່ອກ່ອນແມ່ນ 412 ໂດລາຕໍ່ຄົນຕໍ່ປີ, ບ້ານຕາລານ 2.179 ໂດລາຕໍ່ຄົນຕໍ່ປີ, ເມື່ອກ່ອນແມ່ນ 593 ໂດລາຕໍ່ຄົນຕໍ່ປີ.

   ນອກຈາກການສ້າງລາຍຮັບໃຫ້ກັບປະຊາຊົນແລ້ວທ່ານ ນາງ ບຸນພັກ ອິນທະປັນຍາ ຍັງໃຫ້ຮູ້ຕື່ມອີກວ່າ: ໄດ້ສ້າງລາຍຮັບໃຫ້ແຂວງອີກເປັນຕົ້ນແມ່ນ: ຮັບຈາກອາ ກອນເງິນເດືອນຂອງກໍາມະກອນ, ການສ້າງຖະໜົນຫົນທາງ ແລະການຊື້-ຂາຍຕາມທ້ອງຕະຫຼາດສໍາລັບປະເທດຊາດແມ່ນ: ໄດ້ຮັບຜົນສໍາເລັດທີ່ວາງແຜນວິໄສທັດ ແລະ ຍຸດທະສາດໃນອະນາຄົດໄດ້ຮັບການຈັດຕັ້ງປະຕິບັດ, ໄດ້ມີຊື່ສຽງ, ມີລາຍຮັບເຂົ້າປະເທດຈາກການຂາຍໄຟຟ້າໄປຕ່າງປະເທດແລະຈຸດດັ່ງກ່າວຈະກາຍເປັນແຫຼ່ງທ່ອງທ່ຽວຊຶ່ງຈະສ້າງຜົນປະໂຫຍດຢ່າງໃຫຍ່ຫຼວງໃຫ້ປະເທດຊາດໃນອະນາຄົດ. 

--------------

ຂຽນໂດຍອຸ່ນເຮືອນ ໂພທິລັກ 

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ