ລົງນາມຊື້-ຂາຍຮຸ້ນ ບໍລິສັດ ວິມເປວຄອມລາວ ຈຳກັດ

   ໃນວັນທີ 16 ມັງກອນ 2019 ທີ່ສໍານັກງານໃຫຍ່ບໍລິສັດລາວໂທລະຄົມມະນາຄົມມະຫາຊົນ, ກະຊວງການເງິນ ແລະບໍລິສັດລາວໂທລະຄົມມະນາ ຄົມໄດ້ຈັດພິທີເຊັນສັນຍາວ່າດ້ວຍການ ຊື້-ຂາຍຮຸ້ນ ບໍລິສັດ ວິມເປວຄອມລາວ ຈໍາກັດ ລົງນາມລະຫວ່າງທ່ານ ສີລາວຽງ ແກ້ວ ຮອງລັດຖະມົນຕີກະຊວງການເງິນຫົວໜ້າຄະນະກຳມະການຂາຍຮຸ້ນບໍລິສັດ ວິມເປວຄອມລາວ ຈໍາກັດ ແລະ ທ່ານ ຖາວອນ ສົມສະກຸນ ຜູ້ອໍາ ນວຍການໃຫຍ່ບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ທອງໃສ ຊານໄຊຍະ ຮອງລັດ ຖະມົນຕີກະຊວງໄປສະນີ-ໂທລະຄົມມະນາຄົມ ແລະ ສື່ສານປະທານສະພາບໍລິຫານລາວໂທລະຄົມ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ຖາວອນ ສົມສະກຸນ ກ່າວວ່າ: ລາວໂທລະຄົມຄືຜູ້ໃຫ້ບໍລິການດ້ານສື່ສານໂທລະຄົມມະນາຄົມແບບຄົບວົງຈອນຜູ້ທໍາອິດໃນລາວນັນຕັ້ງແຕ່ປີ 1996 ເປັນຕົ້າມາຊຶ່ງປະຈຸບັນສາມາດຕອບສະໜອງການບໍລິການລູກຄ້າທັງລະບົບໃຊ້ສາຍ ແລະ ບໍ່ໃຊ້ສາຍ (Wireline& Wire less) ໄດ້ແລ້ວຫຼາຍກວ່າ 3,5 ລ້ານລູກຄ້າໃນຂອບເຂດທົ່ວປະເທດ,ໃນປີ 2011 ລາວໂທລະຄົມໄດ້ເປີດໃຫ້ບໍລິການ 4G ຢ່າງເປັນທາງການຊຶ່ງເປັນບໍລິສັດທໍາອິດໃນ ສປປ ລາວ ແລະເປັນປະເທດທີ 2 ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ຫຼື ອາຊຽນຮອງລົງມາຈາກປະເທດສິງກະ ໂປ, ເພື່ອເປັນການຢັ້ງຢືນຄວາມເປັນຜູ້ນໍາທາງດ້ານການສື່ສານໂທລະຄົມມະນາຄົມໃນລາວ, ໃນປີ 2017 ລາວ ໂທລະຄົມ ໄດ້ເປີດໃຫ້ບໍລິ ການ 4,5G ໃນນະຄອນຫຼວງວຽງຈັນ ແລະຂະຫຍາຍການບໍລິການໄປສູ່ບັນດາແຂວງຕ່າງໆໃຫ້ຄວບຄຸມໃນຂອບເຂດທົ່ວປະເທດ.

  ບໍລິສັດ ລາວໂທລະຄົມມະນາຄົມມະຫາຊົນ ເປັນຜູ້ຊະນະການປະມູນຊື້ຮຸ້ນບໍລິສັດ ວິມເປວຄອມລາວ ຈໍາກັດ ໃນວັນທີ 19 ພະຈິກ 2018 ທີ່ຜ່ານມາໃນວົງເງິນທັງໝົດ 42 ລ້ານໂດລາ ຍ້ອນຄະນະຜູ້ບໍລິຫານລາວໂທລະຄົມມີຄວາມຕັດສິນໃຈສູງໃນການພັດທະນາ ແລະ ຂະຫຍາຍການບໍລິການໃຫ້ກວ້າງຂວາງເພື່ອຕອບສະໜອງເທັກໂນໂລຢີດ້ານໂທລະຄົມມະນາຄົມ ແລະການສື່ສານທີ່ທັນສະໄໝ, ການໃຫ້ບໍລິການທີ່ດີເລີດ ແລະ ມີຄຸນນະພາບໃນສັງຄົມລາວເທື່ອລະກ້າວ. ສະນັ້ນພາຍຫຼັງຊື້-ຂາຍສໍາເລັດຈະເຮັດໃຫ້ຜູ້ຊົມໃຊ້ເບີຫຼັກ 7 ສາມາດນໍາໄດ້ທົ່ວປະ ເທດຮ່ວມກັບເຄືອຂ່າຍເບີຫຼັກ 5 (ເປັນອັນດັບດຽວກັນ) ນັບແຕ່ເດືອນມັງກອນ 2019 ເປັນຕົ້ນໄປ.