ເປີດເວທີຄົ້ນຫາສິລະປິນ ທ໋ອບສະຕຣາລາວ

  ໂຄງການ Top star laos ເປັນລາຍການທີໜຶ່ງແຫ່ງການຄົ້ນຫາສິລະປິນໜ້າໃໝ່ໃນປະເພດເພງລູກທົ່ງລາວບ້ານນາທີໄດ້ສົ່ງເສີມເອົາຜູ້ມີພອນສະຫວັນດ້ານການຮ້ອງເພງມາສ້າງໃຫ້ມີຄວາມຮູ້ຄວາມສາມາດເຂົ້າມາຮ່ວມປະກວດເພື່ອຊິງເອົາເງິນລາງວັນພ້ອມທັງໄດ້ຂຶ້ນເປັນສິລະປິນໃນຖານະ Top star laos.

 ພິທີເປີດໂຕລາຍການ Top star laos ໄດ້ຈັດຂຶ້ນວັນທີ 19  ສິງຫາ ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າງານໂດຍ ທ່ານ ຄຳພວງ ອິນທະວົງສີ ຫົວໜ້າກົມສິລະປະການສະແດງກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ, ທ່ານ ອານຸສອນ ສິລິສັກດາ ປະທານໂຄງການ Top star laos, ທ່ານ ບໍລິພັນ ໄຊຍະພູມ ຜູ້ບໍລິຫານຊ່ອງ 7 ສີ, ຜູ້ຈັດລາຍການ 7 ສີຄອນເສີດ ທັງເປັນປະທານສະມາຄົມລູກທົ່ງແຫ່ງປະເທດໄທ, ມີບັນດາສິລະປິນນັກຮ້ອງຊື່ດັງລະດັບປະເທດຂອງລາວ-ໄທເຂົ້າຮ່ວມຢ່າງຄຶກຄື້ນ.

 Top star laos ແມ່ນເວທີແຫ່ງການຄົ້ນຫາສິລະປິນໜ້າໃໝ່ໃນປະເພດເພງລູກທົ່ງລາວບ້ານນາທີ່ໄດ້ຄັດເລືອກເອົາດາວດວງໃໝ່ມາປະດັບວົງການ Top star laos ແລະເປັນໂຄງການບັນເທີງພາຍໃຕ້ການຮ່ວມມືໂດຍບໍລິສັດລາວອາຣ໌ທມີເດຍຈຳກັດ, Freedom Creation, Top Star Thailand, ໂທລະພາບລາວສຕາຣ໌ບໍລິສັດ ອິນຟິນິຕີ້ຈຳກັດ ພ້ອມນັ້ນຍັງມີອາຈານສິລະປິນນັກຮ້ອງ ແລະ ນັກສະແດງລະດັບປະເທດລະຫວ່າງລາວ-ໄທ ທີ່ໄດ້ພົວພັນສົ່ງເສີມເອົາຜູ້ມີພອນສະ

ຫວັນມາສ້າງໃຫ້ມີຄວາມຮູ້ຄວາມສາມາດເຂົ້າມາປະກວດຮ້ອງເພງໃນຮູບແບບການແຂ່ງຂັນເພື່ອຊີງເງິນລາງວັນທີ່ຕື່ນເຕັ້ນປະທັບໃຈດ້ວຍປະສົມປະສານກັບການສະ ແດງຢູ່ເທິງເວທີໄຟແສງສີສວຍງາມ, ໂຄງການດັ່ງກ່າວໄດ້ຮັບກຽດມາເປັນຄະນະກຳມະການຕັດສິນໂດຍທ່ານ ນາງ ພັທໄກສີ ວັງເວີນໂຂງ ຫົວໜ້າຮັບຜິດຊອບການລຳກົມສິລະປະກອງທັບ ແລະໜຸ່ມ ຕີ ອຸດາໄລ ນັກແຕ່ງເພງຊື່ດັງພ້ອມນັ້ນຍັງມີອາຈານນັກຮ້ອງ, ນັກສະແດງຊື່ດັງລະດັບທີ່ມາຈາກປະເທດໄທຄື: ນາງ ສຸພະຣະດາ ຣິນຣະດາມະນີ, ແຊັດ ຊຸມແພ, ອາຣ໌ ນັດຖະພົນ ສິຣິ ຊຸມແສງ ແລະເພັດ ສະຫະລັດຊຶ່ງເປັນເວທີປະກວດຄັ້ງທຳອິດທີ່ໃຫຍ່ສຸດໃນລາວ.

  ສຳລັບຜູ້ທີ່ຊະນະເລີດແມ່ນຈະໄດ້ຮັບລາງວັນເງິນສົດ 14,5 ລ້ານກີບ ແລະລົດຈັກໜຶ່ງຄັນພ້ອມມີຊິງເກິລເປັນຂອງຕົນເອງ, ສ່ວນຮອງຊະນະເລີດຈະໄດ້ຮັບເງິນສົດ 8,7 ລ້ານກີບ ພ້ອມຂອງລາງວັນອື່ນໆ, ນອກນີ້ຍັງມີລາງວັນພິເສດຈາກໜຸ່ມເພັດ ສະຫະລັດ ແລະຄຣີນິກ White B ນຳອີກດ້ວຍຫຼາຍລາງວັນ,ຊຶ່ງຈະໄດ້ເປີດຮັບສະໝັກຢູ່ 3 ແຂວງຄື: ສະຫວັນນະເຂດເລີ່ມອໍດິຊັ້ນວັນທີ 31 ສິງຫາ ທີ່ສູນການຄ້າສະຫວັນໄອເຕັກ,ຈຳປາສັກ ໃນວັນທີ 1 ກັນຍາ ທີ່ສູນການຄ້າເຟຣນຊິບມໍ ແລະນະຄອນຫຼວງວຽງຈັນ ແມ່ນວັນທີ 7 ກັນຍາ ທີ່ສູນການຄ້າວຽງຈັນເຊັນເຕີ, ສາມາດຕິດຕາມລາຍລະອຽດໄດ້ທີ່ເຟສບຸກ: Top star laos.

-------

ຂຽນໂດຍແພງຕາ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ