ກຽງໄກ ຊ້ວານສວນດາວ ຕົວແທນລາວ ຄົນທໍາອິດຈະໄປປະກວດ (ມິສເຕີໂກໂບ້)

 ພິທີຖະແຫຼ່ງຂ່າວເປີດໂຕ Mister Global Laos ຄົນທໍາອິດຂອງປະເທດລາວຈັດຂຶ້ນໃນ ວັນທີ 15 ສິງຫາ 2019 ທີ່ສູນ ການຄ້າທາດຫຼວງພາຊ່ານະຄອນຫຼວງວຽງຈັນ ໂດຍນຳສະເໜີຂອງ ທ່ານ ຕ້າ ຈິດຕະລາດ ປະທານກອງປະກວດ Mister GlobalLaos, ທ່ານ ອິນປັນ ຜູ້ອໍານວຍການກອງປະກວດ  Mister Glo balLaos, ທ່ານ ທະວີສັກ ທໍາມະ ວົງສາປະທານບໍລິສັດທີເຄການບັນເທີງພ້ອມດ້ວຍສິນລະປິນ, ນັກຮ້ອງ, ນັກສະແດງ ແລະສື່ມວນ ເຂົ້າຮ່ວມ.

  ທ່ານ ອິນປັນ ໄດ້ກ່າວວ່າ: ໂຄງການປະກວດ Mister Globalປີນີ້ເປັນຄັ້ງທີ 6 ທີ່ໄດ້ຈັດຂຶ້ນຢູ່ປະເທດໄທ ແລະ ເປັນຄັ້ງທໍາອິດທີ່ປະເທດລາວໄດ້ລິຂະສິດເຂົ້າຮ່ວມ Mister Global Laos ໃນເວມີສາກົນໂດຍມອບໝາຍໃຫ້ບໍລິສັດທີເຄການບັນເທີງເປັນຜູ້ຮັບຜິດຊອບສົ່ງຕົວແທນຊາຍໜຸ່ມທີ່ມີເງື່ອນໄຂທີຜ່ານການຄັດເລືອກໄປຮ່ວມປະກວດສຳລັບຕົວແທນຊາຍໜຸ່ມລາວທີ່ມີເງື່ອນໄຂຄົບຖ້ວນ MisterGlobal Laos ແມ່ນທ້າວ ກຽງໄກຊ້ວານສວນດາວ ຫຼືອາເລັກ ອາຍຸ 19 ປີ ສຶກສາຢູ່ມະ ຫາວິທະຍາໄລແຫ່ງຊາດຄະນະສະຖາປັດຕະຍະກໍາສາດປີ 2 ພາກວິຊາວິທະຍາການອາຄານໃນນີ້ແມ່ນເລີ່ມເກັບຕົວແຕ່ວັນທີ 13-26 ກັນຍາ 2019 ແລະຮອບຊີງຊະນະເລີດ ແມ່ນວັນທີ 26 ກັນຍາ 2019 ທັງໝົດມີ 40 ກວ່າປະເທດເຂົ້າຮ່ວມແຂ່ງຂັນ.

ທ່ານ ທະວີສັກ ທຳມະວົງສາ ໄດ້ກ່າວຕື່ມອີກວ່າ: ຖືວ່າເປັນບາດກ້າວອັນໃໝ່ຂອງບໍລິສັດທີເຄການບັນເທີງທີ່ໄດ້ຖືກມອບໝາຍໃນການສ້າງຕົວແທນໜຸ່ມລາວໄປປະກວດໃນເວທີສາກົນ ແລະເປັນການສ້າງສິ່ງໃໝ່ໆທີ່ບໍ່ເຄີຍມີມາກ່ອນພ້ອມນີ້ພວກເຮົາໄດ້ມີການປຶກສາຫາລືກັນໜັກໃນການກຽມໃນການປະກວດບໍ່ວ່າຈະເປັນການຮັກສາຮ່າງ ກາຍ ແລະການປັບບຸກຄະລິກມາລະຍາດພາບໃຫ້ດີຂຶ້ນສ່ວນຊຸດປະຈໍາຊາດ ແລະຊຸດສາກົນທີ່ຈະໃຊ້ໃນວັນປະກວດນັ້ນແມ່ນໄດ້ກະກຽມ 70% ແລ້ວພ້ອມຈະນໍາສະເໜີວັດທະນະທໍາລາວເພື່ອໃຫ້ຕ່າງຊາດໄດ້ຮູ້ຈັກຫຼາຍຂຶ້ນ.

ທ້າວ ກຽງໄກ ຊວ້ານສວນດາວ ຫຼື ອາເລັກ ໄດ້ຝາກເຖິງສັງຄົມວ່າ: ນ້ອງເອງມີຄວາມຮູ້ສຶກພາກພູມໃຈຫຼາຍທີ່ໄດ້ເປັນຕົວແທນຂອງປະເທດລາວເຂົ້າປະກວດໃນເວທີສາ ກົນ Mister Global 2019 ທີ່ປະເທດໄທໃນເດືອນກັນຍານີ້ຊຶ່ງການປະກວດໃນເວທີສາກົນສິ່ງຫຼັກໆແມ່ນປະສົບການໃໝ່ໆ ທີ່ຕົນເອງບໍ່ເຄີຍຮູ້ມາກ່ອນບໍ່ວ່າຈະເປັນການເຜີຍແຜ່ ແລະແລກປ່ຽນທາງດ້ານວັດທະນະທຳກັບຊາດຕ່າງໆທີ່ເຂົ້າຮ່ວມນ້ອງຈະພາຍາຍາມສຸດຄວາມສາມາດເພື່ອສ້າງຊື່ສຽງໃຫ້ປະເທດຊາດ.

----------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ