ເຊກອງສຸມປະຕິບັດ 60 ກວ່າໂຄງການດ້ານ ຍທຂ ມູນຄ່າເກືອບ 5 ພັນຕື້ກີບ

     ໃນປີຜ່ານມາ ແຂວງເຊກອງໄດ້ຕັ້ງໜ້າປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງດ້ານວຽກງານໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ມີຄຸນນະພາບດີຂຶ້ນເປັນກ້າວໆເພື່ອການກໍ່ສ້າງ ແລະສະໜອງໂຄງລ່າງພື້ນຖານໃຫ້ແກ່ການພັດທະນາດ້ານເສດຖະກິດສັງຄົມຂອງແຂວງກໍຄືຂອງຊາດ, ທັງແນໃສ່ເຮັດໃຫ້ຕາໜ່າງຄົມມະນາຄົມຂົນສົ່ງທຸກດ້ານໄດ້ຮັບການທະລຸໂລ່ງໃນທົ່ວແຂວງທັງເຊື່ອມໂຍງພາຍໃນ ແລະ ຕ່າງປະ ເທດຫຼາຍຂຶ້ນ.

  ຕາມການລາຍງານຂອງທ່ານ ເຫຼັກໄຫຼ ສີວິໄລ ຮອງເຈົ້າແຂວງໆເຊກອງໃຫ້ຮູ້ວ່າ: ໃນປີ 2018 ຜ່ານມາ ແຂວງເຊກອງກໍຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງໄດ້ເອົາໃຈໃສ່ຕິດຕາມ, ກວດກາ ແລະຄຸ້ມຄອງໂຄງການລົງທຶນຂອງລັດໃນຂອບເຂດຄວາມຮັບຜິດຊອບຂອງຕົນລວມທັງໝົດ 62 ໂຄງການ,ມູນຄ່າລວມ 4.770 ຕື້ກີບ,ໃນນີ້ໂຄງການສືບຕໍ່ 24 ໂຄງການມູນຄ່າ 3.899 ຕື້ກີບ,ສະເໜີໃໝ່ 9 ໂຄງ ການມູນຄ່າ 654,9 ຕື້ກວ່າກີບ, ຊໍາລະໜີ້ 20 ໂຄງ ການມູນຄ່າ 200,8 ຕື້ກວ່າກີບ ແລະອັນພົ້ນເດັ່ນແມ່ນການກໍ່ສ້າງເສັ້ນທາງ 16B (ເຊກອງ-ດາກຈຶງ) ຍາວ 94,6 ກິໂລ ແມັດມູນຄ່າ 621 ຕື້ກວ່າກີບໂດຍປະຈຸບັນສາມາດປະຕິບັດໄດ້ 88,25% ແລະ ຄາດວ່າຈະສໍາເລັດ 100% ໃນຕົ້ນປີນີ້.

  ປະຈຸບັນທົ່ວແຂວງເຊກອງມີຕາໜ່າງເສັ້ນທາງຄົມມະນາຄົມທັງໝົດ 250 ເສັ້ນ, ຍາວ 2.028 ກິໂລແມັດໃນນັ້ນທາງປູອັດສະຟານ 5,8 ກິໂລແມັດ, ເສັ້ນທາງປູຢາງ 234 ກິໂລແມັດ, ເສັ້ນທາງປູແຮດິນແດງ 796,6 ກິໂລແມັດ ແລະປູດິນທໍາມະຊາດ 992,34 ກິໂລແມັດ, ມີບ້ານທີ່ມີເສັ້ນທາງເຂົ້າເຖິງແລ້ວ 195 ບ້ານກວມເອົາ 98,98% ທ່ຽວໄດ້ສອງລະດູລວມມີ 100 ບ້ານກວມເອົາ 50,7% ສ່ວນດ້ານການຄຸ້ມຄອງການຂົນສົ່ງເຫັນວ່າຂະຫຍາຍຕົວຂຶ້ນພໍສົມຄວນໂດຍສະເພາະການຂົນສົ່ງທາງບົກໃນນັ້ນບໍລິມາດຂົນສົ່ງສິນຄ້າປະຕິບັດໄດ້ 186. 346 ໂຕນ, ຂົນ ສົ່ງໂດຍສານທັງໝົດ 23.681 ຄົນ ແລະບໍລິມາດຈໍລະຈອນຂົນສົ່ງໂດຍສານມີ 3,4 ແສນຄົນຕໍ່ກິໂລແມັດ, ສ້າງຕັ້ງສະມາ ຄົມຂົນສົ່ງໂດຍສານໄດ້ 3 ແຫ່ງ, ສະຖານີໂດຍສານໄດ້ 1 ແຫ່ງ, ຂຶ້ນທະ ບຽນລົດໄດ້ 596 ຄັນ ແລະຕໍ່ເຕັກນິກໄດ້ 316 ຄັນ.

  ທ່ານຮອງເຈົ້າແຂວງເຊກອງໃຫ້ຮູ້ຕື່ມວ່າ: ໃນປີ 2019 ນີ້ ແຂວງຈະໄດ້ສືບຕໍ່ພັດທະນາໃນວຽກງານ ຍທຂ ໃຫ້ ທົ່ວເຖິງກວ່າເກົ່າ, ໃນນີ້ສືບຕໍ່ກໍ່ສ້າງທາງປູຢາງແຕ່ທາງແຍກທາງ 16B ຫາເມືອງກະລຶມໃໝ່ ແລະ ກໍ່ສ້າງຂົວ 7 ແຫ່ງລວງຍາວ 352.48 ແມັດໃຫ້ສໍາເລັດ, ຊຸກຍູ້ໂຄງ ການກໍ່ສ້າງທາງ 4 ເລນແຕ່ສວນຫຼັກເມືອງຫາປະຕູໂຂງບ້ານຮ່ອງໄລ່ ແລະ ແຕ່ຂົວຫ້ວຍເຫີບຫາປະຕູໂຂງບ້ານໂມໃຫ້ມີຄວາມຄືບໜ້າຕໍ່ ເນື່ອງ, ພ້ອມດຽວກັນນັ້ນ ກໍຈະຫັນບັນດາແຜນ ງານຕ່າງໆໃນຂົງເຂດ (ຍທຂ) ໃຫ້ເປັນໂຄງການລະອຽດເພື່ອນໍາໄປຈັດຕັ້ງປະຕິບັດ ແລະປັບປຸງແກ້ໄຂໃຫ້ສອດຄ່ອງກັບເງື່ອນໄຂຄວາມເປັນຈິງ.