MacBook Pro ລຸ້ນໃໝ່ໄດ້ຮັບອະນຸມັດຈາກ FCC ແລ້ວ

  ມີລາຍງານວ່າ Apple ກຽມຈະເປີດໂຕ  MacBook Pro ລຸ້ນໃໝ່ທີ່ຈະມາພ້ອມຂະໜາດໜ້າ ຈໍໃໝ່ໃນໄວໆນີ້ ໂດຍຄາດວ່າຈະມີ ໜ່ວຍປະມວນຜົນທີ່ໄວຂຶ້ນ ແລະ ຄີບອດ Butterfly ທີ່ປັບປຸງໃໝ່.

ກ່ອນໜ້ານີ້ Apple ໄດ້ເປີດ ໂຕ MacBook Pro ໜ້າຈໍ 13 ນິ້ວພ້ອມ Touch Bar ທີ່ໄດ້ຮັບ ການອັບເດດສະເປັກໃໝ່ເມື່ອເດືອນພຶດສະພາ 2019 ທີ່ຜ່ານມາ.

ຫຼ້າສຸດໄດ້ມີການເປີດເຜີຍວ່າ MacBook Pro ລຸ້ນໃໝ່ໄດ້ຮັບອະນຸມັດຈາກທາງ  FCC  ຊຶ່ງຄາດວ່າຈະເປັນລຸ້ນໜ້າຈໍ 13 ນິ້ວແບບ ບໍ່ມີ Touch Bar ທີ່ໄດ້ຮັບການ ອັບເດດສະເປັກໃໝ່ເໝືອນກັນ ໂດຍ ມີໝາຍເລກລຸ້ນຄື A2159 ດັ່ງທີ່ປາກົດໃນເອກກະສານສະບັບໜຶ່ງທີ່ຍື່ນຕໍ່ທາງ FCC (ຮູບດ້ານລຸ່ມ).

ນອກຈາກນີ້ ຍັງມີຂ່າວລືວ່າ Apple ຈະເປີດໂຕ MacBook Pro ລຸ້ນໜ້າຈໍ 16 ນິ້ວທີ່ມີຂອບໜ້າຈໍບາງລົງດ້ວຍ ໂດຍອາດນຳ ໄປເປີດໂຕພ້ອມກັບ iPhone 11 ທັງ 3 ລຸ້ນໃນໄລຍະທ້າຍເດືອນກັນ ຍາ 2019 ນີ້.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ