ຜົນປະກວດ ລາວຊຸບເປີໂມເດວ 2019

  ການປະກວດຮອບສຸດທ້າຍຂອງໂຄງການລາວຊຸບເປີໂມເດວ 2019 ໄດ້ຈັດຂຶ້ນໃນຄໍ່າຄືນຂອງ ວັນທີ 17 ສິງຫາ ຜ່ານມາ ໂດຍ ໃຫ້ກຽດເຂົ້າຮ່ວມຂອງທ່ານ ພອນ ຈັນ ແພງພູວັນ ຮອງພະແນກຖະແຫຼງຂ່າວວັດທະນະທໍາ ແລະທ່ອງທ່ຽວນະຄອນຫຼວງວຽງຈັນ  (ຖວທ ນວ), ທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວ, ມີຄະນະກໍາມະການ, ຄູຝຶກ ແລະມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

ທ່ານ ນາງ ວັນນາລີ ອ່ອນສະ ຫວັດ ປະທານໂຄງການລາວຊຸບເປີໂມເດວ 2019 ກ່າວວ່າ:ໂຄງການນີ້ຈັດຂຶ້ນພາຍໃຕ້ການຊີ້ນໍາຂອງພະແນກ ຖວທ ນວ ຊຶ່ງແມ່ນບໍລິສັດ ແອວທີ ຈໍາກັດເປັນຜູ້ຖືລິ ຂະສິດໃນການຈັດປະກວດ, ໂດຍ ມີຈຸດປະສົງເພື່ອເປີດໂອກາດໃຫ້ຊາວໜຸ່ມ ແລະເຍົາວະຊົນລາວ ໄດ້ຮຽນຮູ້ທັກສະການສະແດງ ແລະຄວາມສາມາດໃນການສະແດງ ອອກ, ລວມເຖິງການປູກຈິດສໍາ ນຶກໃນວຽກງານອະນຸລັກຮັກສາແລະເສີມຂະຫຍາຍຄຸນຄ່າເອກະລັກວັດທະນະທໍາຂອງຊາດສ້າງ ແນວຄິດຄຸນສົມບັດ, ແບບແຜນດໍາ ລົງຊີວິດທີ່ດີງາມໃຫ້ແກ່ຊາວໜຸ່ມ, ແມ່ຍິງ ແລະເຍົາວະຊົນລາວຍຸກໃໝ່ ໃຫ້ມີຈິດໃຈຮັກຊາດ, ຮັກລະບອບ ໃໝ່ ແລະຮັກໃນກຽດສັກສີຂອງ ຄວາມເປັນຊາດລາວ  ແລະພ້ອມທີ່ຈະເປັນແບບຢ່າງທີ່ດີຕໍ່ສັງຄົມ. 

ສໍາລັບໂຄງການລາວຊຸບເປີໂມ ເດວ 2019 ຈັດຂຶ້ນເປັນປີທີ 6 ຊຶ່ງໄດ້ເຊີນເອົາບັນດາຄູສອນທັງພາຍໃນ ແລະຕ່າງປະເທດທີ່ມີຄວາມຮູ້ສະເພາະດ້ານມາຝຶກສອນນ້ອງໆ ບໍ່ວ່າຈະເປັນເລື່ອງວັດທະນະທໍາ,ການຖ່າຍພາບ,ການເດີນແບບ ແລະຫຼາຍໆກິດຈະກໍາຕະຫຼອດໄລ ຍະເວລາປະກວດນັບຕັ້ງແຕ່ເດືອນ ພຶດສະພາ  ເປັນຕົ້ນມາ  ໂດຍນ້ອງໆ ທີ່ຜ່ານເຂົ້າຮອບສຸດທ້າຍ 32 ຄົນ ມີລຸ້ນໃຫຍ່ 20 ຄົນ ແລະລຸ້ນນ້ອຍ 12 ຄົນ. ຜ່ານການປະກວດຜູ້ຊະ ນະເລີດລາວຊຸບເປີໂມເດວ 2019 ລຸ້ນນ້ອຍໄດ້ຮັບລາງວັນເງິນສົດ 5 ລ້ານກີບ ໄດ້ແກ່ SM 3 ທ້າວ ສຸກພາໄຊ ຄໍາຫົງສາ ແລະSL1 ນາງ ອານິດດາ ຈັນທະວົງ, ລາງ    ວັນຂວັນໃຈມະຫາຊົນໄດ້ແກ່  SM4 ທ້າວ ພະນົມພອນ ເທບພະສຸວັນ ແລະSL4 ນາງ ດາລາວົງ ວັນທານຸວົງ, ລາງວັນຂວັນໃຈຊ່າງພາບ ໄດ້ແກ່ SM1 ທ້າວ ອານຸວົງ ພັນ  ທະວະດີ  ແລະSL2  ນາງ  ດວງໃຈ ວົງສາ.

ສ່ວນຜູ້ຊະນະເລີດລຸ້ນໃຫຍ່ໄດ້ຮັບລາງວັນເງິນສົດ 10 ລ້ານກີບໄດ້ແກ່ M10  ໄຊສົມບູນ  ຜິວນວນ ແລະL7 ນາງ ກໍລະພິນ ສິນລາດ ຊະວົງ,  ລາງວັນຂວັນໃຈມະຫາຊົນ ໄດ້ແກ່ M2 ທ້າວ ທະນູສອນ ພິລາວົງ ແລະL9 ນາງ ຈັນທະ ແສນສັກ, ລາງວັນ ຂວັນໃຈຊ່າງ ພາບໄດ້ແກ່ M1 ທ້າວ ໄຊຊະນະສີບັນດິດ ແລະL1 ນາງ ສີສຸວັນລະບຸນຕາ, ນອກນີ້ຍັງມີລາງວັນແຕ່ງໜ້າຟຣີ 1 ປີ ໄດແກ່ M5 ທ້າວ ອິນທະເນກ ໄກສອນເສນາ ແລະL9 ນາງ ຈັນທະແສນສັກ, ລາງວັນ photo-shoot ຈາກ ຮ້ານຄໍາພູວົງ ຮັບເງິນສົດ 1,5 ລ້ານກີບ ໄດ້ແກ່ M8 ທ້າວ ລັກກີ້ ສຸກທະວີ ອຸບົນປະເສີດ ແລະL7 ນາງ ກໍລະພິນ ສິນລາດຊະວົງ, ລາງວັນ ຮັບເຄື່ອງສໍາອາງຟຣີ 1 ປີ ໄດແກ່ M5 ທ້າວ ອິນທະເນກ ໄກສອນເສນາ ແລະL4 ນາງ ພຸດທະສອນ ຄໍາວົງສົດ, ລາງວັນຜິວ ພັນສຸຂະພາບດີໄດ້ແກ່ M6 ທ້າວ ວິທະນົງ ອິນທະລັງສີ ແລະL5  ນາງ ພຸດອານົງ  ວົງດາລາ, ລາງວັນທ່ຽວພິເສດຈາກ K33 Fitnessstudio ແລະລາງວັນ fitandhealty model ມູນຄ່າ 1 ລ້ານກີບ ໄດ້ແກ່ M8 ທ້າວ ສຸກທະວີ ອຸບົນປະເສີດ ແລະL6 ນາງ ຈິນຕະນາ ຄິດາພອນ,ສ່ວນລາງວັນຮັບພັດລົມຟຣີແມ່ນມອບໃຫ້ທຸກຄົນ.

-----------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ