ຫຼາຍບ້ານເມືອງແບ່ງ ຮັບຜົນກະທົບຈາກເຫດນໍ້າໄຫຼຊຸ

 ເລີ່ມແຕ່ເວລາ 5:00-8:00 ໂມງຂອງວັນທີ 17 ສິງຫາ ຢູ່ເມືອງແບງ ແຂວງອຸດົມໄຊ ໄດ້ເກີດຝົນຕົກໜັກແລ້ວເກີດມີນໍ້າໄຫຼຊຸຖ້ວມເນື້ອທີ່ການຜະລິດ, ເຮືອນຊານບ້ານຊ່ອງ, ລວມເຖິງພື້ນຖານໂຄງລ່າງຈຳນວນໜຶ່ງພາຍໃນເມືອງແບງແຂວງອຸດົມໄຊໄດ້ຮັບຜົນເສຍຫາຍໜັກ.  

  ຜ່ານການລົງກວດກາຂອງການນຳເມືອງຮ່ວມກັບການນຳແຂວງໃນເບື້ອງຕົ້ນເຫັນວ່າມີບັນດາບ້ານ, ສຳນັກງານອົງການທີ່ໄດ້ຮັບຜົນກະທົບໜັກສົມຄວນໃນນັ້ນລວມມີ: ໂຮງໝໍເມືອງຖືກນໍ້າຖ້ວມອຸປະກອນການແພດໄດ້ຮັບຄວາມເສຍຫາຍ; ບ້ານຫ້ວຍລານໍ້າຖ້ວມເຮືອນ, ນໍ້າເຊາະເຈື່ອນເຮືອນຈຳນວນ 1 ຫຼັງ; ບ້ານນາຫ້ວຍເຮືອນຖືກນໍ້າເຊາະເຈື່ອນເສຍຫາຍ 4 ຫຼັງ ໃນນີ້: ເຊາະເຈື່ອນຫາຍໄປກັບນໍ້າ 2 ຫຼັງ; ບ້ານທ່າກາດນໍ້າຖ້ວມເຮືອນປະຊາຊົນ ແລະ ຫຼາຍບ້ານເຂດລຽບທາງຫຼວງແຫ່ງຊາດ,

ເນື້ອທີ່ນາເຂດລ່ອງນໍ້າແບງ, ນໍ້າຫາວ,ເຂດນາໂຮມຫຼາຍບ້ານຖືກນໍ້າຖ້ວມ,ເຊາະເຈື່ອນ,ເສັ້ນທາງເຂດນາໂຮມຂາດ3 ຈຸດ, ຂົວນໍ້າຫາວທາງເລກ 2 w ຖືກເຊາະເຈື່ອນ, ນໍ້າປະປາໃນເທດສະບານເມືອງຖືກຕັດຂາດ,ໜອງປາ,ສັດລ້ຽງຂອງປະຊາຊົນຈຳນວນໜຶ່ງຖືກເສຍຫາຍສ່ວນປະຊາຊົນແມ່ນປອດໄພບໍ່ມີລາຍງານຜູ້ໄດ້ຮັບບາດເຈັບ ແລະເສຍຊີວິດ.

  ຈາກເຫດການດັ່ງກ່າວທາງເມືອງກໍ່ໄດ້ຈັດສົ່ງກຳລັງທະຫານ, ຕຳຫຼວດ, ພະນັກງານ-ລັດຖະກອນ ລົງຊ່ວຍເຫຼືອ ປະຊາຊົນທີ່ໄດ້ຮັບຜົນກະທົບ, ສ່ວນຕົວເລກຜົນເສຍຫາຍຍັງຢູ່ໃນຂັ້ນຕອນລວບລວມຂອງພາກສ່ວນກ່ຽວຂ້ອງ.

-------------

ຂຽນໂດຍໄມພອນ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ