ລາວກຽມຈັດງານອຸດສະຫະກຳປຸງແຕ່ງອາຫານນາໆຊາດ

  ເມື່ອວັນທີ 15 ມັງກອນ, ກົມສົ່ງເສີມການຄ້າກະຊວງອຸດສາຫະກໍາ ແລະ ການຄ້າຮ່ວມກັບບໍລິສັດ ເດີພັດໂປຣເຈັກ ຈໍາກັດ (The Plus Project Ltd) ໄດ້ຈັດພິທີຖະແຫຼງຂ່າວເພື່ອກຽມຈັດງານມະຫະກໍາອຸດສາຫະກໍາປຸງແຕ່ງອາຫານນາໆຊາດຄັ້ງທີ 1 ປະຈໍາປີ 2019 ໂດຍ ໃຫ້ກຽດເຂົ້າຮ່ວມຂອງທ່ານ ໄຊສົມເພັດ ນໍຣະສິງຫ໌ ຮັກສາການຫົວໜ້າກົມສົ່ງເສີມການຄ້າ, ທ່ານ ສຸກນິກອນ ລາດຊະວົງ ປະທານບໍລິສັດ ເດີພັດໂປຣເຈັກ ຈໍາກັດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.

  ທ່ານ ໄຊສົມເພັດ ນໍຣະສິງຫ໌ ກ່າວວ່າ: ງານຄັ້ງແມ່ນຈະຈັດຂຶ້ນເປັນຄັ້ງທໍາອິດເປັນງານວາງສະແດງລະດັບຊາດ ແລະ ພາກພື້ນເພື່ອຍົກລະ ດັບສິນຄ້າທັງເປັນການຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານວາງອອກໂດຍເນັ້ນການສົ່ງເສີມສິນຄ້າທີ່ຕິດ ພັນໃນໝວດສິນຄ້າກະສິກໍາປຸງແຕ່ງເພື່ອສົ່ງອອກ ແລະສິນຄ້າທ່າແຮງເຊັ່ນ: ຊາ, ກາເຟ, ເຂົ້າ ແລະອື່ນໆ. ເພື່ອສ້າງເວທີໃຫ້ຜູ້ປະກອບການພາຍໃນ ແລະ ຕ່າງປະ ເທດໄດ້ໂຄສະນາສິນຄ້າ ແລະແລກປ່ຽນການຜະລິດກະກໍາປຸງແຕ່ງຂອງຕົນລວມເຖິງເຄື່ອງມືຮັບໃຊ້ການຜະລິດຂັ້ນທ້ອງຖິ່ນ ແລະ ຕ່າງປະເທດເພື່ອໃຫ້ສັງຄົມ ແລະ ຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ກ້າວໄປເຖິງການສ້າງໂອກາດໃຫ້ຜູ້ປະກອບການສາມາດຈັບຄູ່ຮ່ວມມືການຄ້ານນໍາອີກ.

  ທ່ານ ສຸກນິກອນ ລາດຊະວົງ ກ່າວວ່າ: ຕະຫຼາດງານນັບແຕ່ວັນທີ 15-19 ມີນາ ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ, ຈະປະ ກອບດ້ວຍງານວາງສະແດງ ແລະຈໍາໜ່າຍຜະລິດຕະພັນລາວ, ສິນຄ້າກະສິກໍາປຸງແຕ່ງ,ເຄື່ອງອຸປະໂພກ ແລະ ບໍລິໂພກ,ເຄື່ອງມືຮັບໃຊ້ການຜະລິດ, ເຄື່ອງອຸດສາຫະກໍາກົງຈັກໜັກ, ການແຂ່ງຂັນກິນອາຫານ, ວິທີສອນເຮັດຂະໜົມ, ຊິມອາຫານລາວກັບ ເຂົ້າໜຽວ, ງານສໍາມະນາດ້ານວິຊາການ, ການສະແດງສີລະປະວັດທະນະທໍາ, ແລະ ກິດຈະກໍາອື່ນໆ,ຊຶ່ງຄາດວ່າຈະມີຜູ້ເຂົ້າຮ່ວມທັງໝົດ 30 ພັນຄົນ ແລະມີຫ້ອງ ວາງສະແດງສິນຄ້າທັງໝົດ 360 ຫ້ອງຈາກຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ.