ມະຫາກຳອະສັງຫາລິມະຊັບຈະເລີ່ມຕົ້ນເດືອນມີນາ

   ງານມະຫາກຳທີ່ພັກອາໄສ ແລະ ການລົງທຶນດ້ານອະສັງຫາລິມະຊັບ 2019, ຊຶ່ງເປັນຄັ້ງທຳອິດໃນລາວຈະເລີ່ມຂຶ້ນໃນລະຫວ່າງວັນທີ 1-2 ມີນານີ້, ຢູ່ໂຮງແຮມດອນຈັນພາເລດ, ທີ່ຈະເປີດໂອກາດໃຫ້ບັນດາກຸ່ມຄົນ ແລະບໍລິສັດຊັ້ນນຳຕ່າງໆທາງດ້ານອະສັງຫາເຂົ້າຮ່ວມໃນງານ, ໂດຍພິທີຖະແຫຼງຂ່າວຕໍ່ສື່ມວນຊົນແມ່ນຈັດຂຶ້ນໃນວັນທີ 15 ມັງກອນ 2019, ເປັນການຖະແຫຼງຂອງທ່ານ ເຈມສ໌ ໄວທ໌ເຮດ ປະທານບໍລິສັດດີຈີຕອລ ຄລາດຊີຟາຍລາວ (Yula.la ແລະ Laorealestata.la), ທ່ານນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດ ສາຫະກຳແຫ່ງຊາດ (ສຄອຊ), ທ່ານ ໄຊສົມເພັດ ນໍລະສິງ ຮັກສາການຫົວໜ້າກົມສົ່ງເສີມການຄ້າກະຊວງອຸດສາຫະກຳ ແລະການຄ້າ,ທ່ານນາງ ລັດ ຕະນາ ອິນທະພົນ ຮອງຫົວໜ້າກົມ, ຮອງຫົວໜ້າຫ້ອງການບໍລິຫານການລົງທຶນ ແລະທ່ານ ໂດມິນິກ ວິລລ້ຽມສ໌ ຜູ້ອຳນວຍການໃຫ້ຂອງບໍລິສັດປະກັນໄພພົງສະຫວັນ (APA).

  ທ່ານ ເຈມສ໌ ໄວທ໌ເຮດ ກ່າວວ່າ: ງານມະຫາກຳອະສັງຫາລິມະຊັບ 2019 (Laorealestata.la Expo 2019) ແມ່ນເປັນງານທີ່ມີຄວາມໝາຍສໍາຄັນຕໍ່ກັບທຸລະກິດທີ່ກ່ຽວຂ້ອງດ້ານອະສັງຫາເພື່ອຂະຫຍາຍຖານລູກຄ້າ ແລະເພີ່ມຍອດຂາຍໃຫ້ແກ່ບໍລິສັດນັ້ນໆ, ພ້ອມນັ້ນຍັງ ເປັນການເປີດໂອກາດໃຫ້ແກ່ອຸດສາຫະກຳດ້ານອະສັງຫາໄດ້ມີໂອກາດສ້າງຄວາມເຂັ້ມແຂງໃຫ້ແກ່ແບຣນຂອງພວກເຂົາເອງ, ຊຶ່ງຜູ້ທີ່ເຂົ້າ ຮ່ວມງານດັ່ງກ່າວໃນລະຫວ່າງວັນທີ 1-2 ມີນາ ຈະໄດ້ມີໂອກາດພົບກັບຕົວເລືອກທີ່ຫຼາກຫຼາຍໃນການລົງທຶນອະສັງຫາເປັນຕົ້ນແມ່ນທີ່ດິນ, ບ້ານ, ວິນລ້າ, ຄອນໂດ, ບໍລິສັດ ຮັບເໝົາກໍ່ສ້າງ, ນັກອອກແບບສະຖາປັດລວມທັງຜູ້ໃຫ້ຄຳແນະນຳ ແລະບໍລິການດ້ານອະສັງຫາແມ່ນຈະໄດ້ຮັບປະໂຫຍດຈາກຕົວເລືອກກ່ຽວກັບສິນເຊື່ອບ້ານທີ່ຫຼາກຫຼາຍ, ການໃຫ້ຄຳແນະນຳດ້ານກົດໝາຍ ແລະປະກັນໄພຕ່າງໆ, ສ່ວນວ່າຜູ້ທີ່ກຳລັງຊອກຫາວິທີລົງທຶນຢູ່ຕ່າງປະເທດ, ການໄປທ່ຽວ, ການໄປຢູ່ອາໄສຫຼືຕົວເລືອກໃນການໄປສຶກສາຮ່ຳຮຽນກໍຈະໄດ້ປະໂຫຍດຈາການນີ້ເຊັ່ນກັນ, ເນື່ອງຈາກວ່າພາຍໃນງານຈະມີບູດທີ່ເປີດໂອກາດໃຫ້ໃນດ້ານນຳ, ຊຶ່ງປະຈຸບັນບູດທີ່ເປີດໃຫ້ຈອງໄປນັ້ນມີຜູ້ມາຈອງແລ້ວ 70% ຈາກທັງໝົດ 200 ບູດ.

   ທ່ານນາງ ຈັນທະຈອນ ວົງໄຊ ກ່າວວ່າ: ສຳລັບງານມະຫາກຳອະສັງຫາທີ່ຈະຈັດຂຶ້ນໃນເດືອນມີນາ ທີ່ຈະມາເຖິງນີ້, ໂດຍການຮ່ວມມືຂອງ ສຄອຊ, Yula.la ແລະ APA ແມ່ນເປັນການຊຸກຍູ້ສົ່ງເສີມໃຫ້ພາກທຸລະກິດທັງພາຍໃນ ແລະຕ່າງປະເທດທີ່ໄດ້ລົງທຶນໃນລາວ, ໂດຍສະເພາະໃນດ້ານອະສັງ, ທັງເປັນການກຽມຮອງຮັບການຂະຫຍາຍຕົວທາງເສດຖະກິດ-ສັງຄົມຂອງປະເທດທີ່ນັບມື້ມີການຂະຫຍາຍຕົວຂຶ້ນເລື້ອຍໆ, ງານຄັ້ງນີ້ເປັນງານແລກປ່ຽນລະຫວ່າງຜູ້ທີ່ເຮັດທຸລະກິດດ້ານອະສັງຫາ ແລະຜູ້ທີ່ມີຄວາມສົນໃຈຈະໄດ້ມີທາງເລືອກໃໝ່ ແລະດີທີ່ສຸດສຳລັບຫົວໜ່ວຍທຸລະກິດທີ່ມີຄວາມສົນໃຈຢາກຊື້ທີ່ດິນ, ບ້ານ ແລະ ອື່ນໆ, ພ້ອມກັນນັ້ນພາຍໃນງານຍັງຈະມີກອງປະຊຸມພົບປະທຸລະກິດ ແລະກອງປະຊຸມສຳມະນາຫຼາຍບັນຫາຈາກວິຊາການທັງພາຍໃນ ແລະຕ່າງປະເທດຫຼາຍກວ່າ 20 ທ່ານ, ທີ່ກ່ຽວຂ້ອງກັບນັກຊື້ອະສັງຫາທີ່ຕ້ອງ ການສຶກສາກ່ຽວກັບພາສີ, ການປະເມີນລາຄາ, ກົດໝາຍທີ່ດິນ, ການພິຈາລະນາກ່ອນການລົງທຶນ, ແນວໂນ້ມດ້ານການຕະຫຼາດ, ວິທີກູ້ສິນເຊື່ອບ້ານແນວໃດຈຶ່ງຈະປອດໄພ ແລະອີກຫຼາຍຫົວຂໍ້ໃຫ້ໄດ້ຮັບຟັງໂດຍບໍ່ເສຍຄ່າໃຊ້ຈ່າຍ, ຊຶ່ງຈະເປັນຜົນດີໃຫ້ກັບຫົວໜ່ວຍທຸລະກິດທັງພາຍໃນ ແລະຕ່າງປະເທດລວມທັງການສະໜອງຄວາມຮູ້ໃໝ່, ການສ້າງເຂືອຄ່າຍທຸລະກິດໃໝ່ຮ່ວມກັນອີກດ້ວຍ.