ລາວໂຄຄາ-ໂຄລາ ຊຸກຍູ້ໂຄງການ ປະກວດມິສເຕີອິນເຕີເນຊັນລາວ

    ພາຍຫຼັງໄດ້ເປີດໂຕຜູ້ເຂົ້າປະກວດທີ່ຜ່ານການຄັດເລືອກ 20 ຄົນ ເຂົ້າຮອບຂອງໂຄງການ Mister International Laos 2019 ໃນອາທິດຜ່ານມາ, ບໍລິສັດ ລາວໂຄຄາ-ໂຄລາ ກໍ່ໄດ້ມີສ່ວນ ຮ່ວມສະໜັບສະໜູນໃນເວທີ່ດັ່ງ ກ່າວໃນການສົ່ງເສີມໃຫ້ໄວໜຸ່ມລາວກ້າສະແດງອອກໃນການປະ ຕິບັດໜ້າທີ່ທູດວັດທະນະທໍາຮ່ວມ ສ້າງກິດຈະກຳໃນສັງຄົມ ແລະ ເພື່ອໃຫ້ມີຄຸນນະພາບຂອງການ ແຂ່ງໃນເວທີສາກົນ.

ທ່ານ ສົມສະໜຸກ ຫຼວງມູນນິນ ທອນ ການຕະຫຼາດບໍລິສັດລາວໂຄຄາ-ໂຄລາ ໃຫ້ສໍາພາດວ່າ: ໂຄງການປະກວດ Mister International Laos ເປັນເວທີໜຶ່ງທີ່ໄດ້ຄັດ ເລືອກເອົາຊາຍໜຸ່ມລາວໜ້າຕາດີ, ມີຄວາມພ້ອມດ້ານຄວາມຮູ້ຄວາມ ສາມາດທີ່ມີເງື່ອນໄຂຄົບຖ້ວນເຂົ້າມາປະຕິບັດໜ້າທີ່ທູດວັດທະນະທໍາ ຮ່ວມສ້າງກິດຈະກຳໃນສັງຄົມ ຊຶ່ງໃນໄລຍະຜ່ານມາບໍລິສັດລາວໂຄ ຄາ-ໂຄລາ ພວກເຮົາໄດ້ມີສ່ວນ ຮ່ວມໃນການເຮັດກິດຈະກຳຫຼາຍ ຢ່າງໃຫ້ແກ່ໄວໜຸ່ມໃນວົງການບັນເທີງລາວເຊັ່ນ: ການປະກວດແຕ້ມ ຮູບ, ຮ້ອງເພງ, ການປະກວດແຟ ຊັນ ແລະອື່ນໆ  ເພື່ອໃຫ້ເຂົາເຈົ້າກ້າ ສະແດງຄວາມສາມາດອອກສຳ

ລັບໂຄງການປະກວດ MisterInternational Laos ຖືວ່າເປັນ ຄັ້ງທຳອິດ ແລະເປັນຄັ້ງປະຫວັດສາດໃນປະເທດລາວທີ່ບໍ່ເຄີຍມີ ງານປະກວດຜູ້ຊາຍລະດັບໂລກມາກ່ອນສະນັ້ນ, ພວກເຮົາຈຶ່ງໄດ້ເຫັນຄວາມສຳຄັນໃນການສະໜັບສະ ໜູນກິດຈະກຳໄວໜຸ່ມລາວໃນການ ສ້າງບຸກຄະລິກຄຸນນະພາບ, ການ ສະແດງຄວາມສາມາດໃນດ້ານ ຕ່າງໆ, ການສະແດງຄວາມຄິດ ເຫັນ ແລະການຮູ້ຈັກເຂົ້າເຖິງສັງ ຄົມ  ແລະກິດຈະກຳອື່ນໆ  ລວມມູນ ຄ່າ 50 ລ້ານກວ່າກີບ.

ຈຸດປະສົງເພື່ອໃຫ້ໂຄງການປະ ກວດ Mister International Laos 2019 ສົ່ງເສີມໃຫ້ໄວໜຸ່ມ ລາວກ້າສະແດງອອກໃນການປະ ຕິບັດໜ້າທີ່ທູດວັດທະນະທໍາຮ່ວມສ້າງກິດຈະກຳໃນສັງຄົມລວມທັງ ການເກັບໂຕໃນການເຮັດກິດຈະກໍາ ຕ່າງໆຂອງນ້ອງໆຕັ້ງແຕ່ມື້ເປີດໂຕ ຈົນຮອດຮອບປະກວດມື້ຊີງຊະນະ ເລີດທີ່ຈັດຂຶ້ນໃນວັນທີ 12 ຕຸລາ ທີ່ໂຮງແຮມຄຣາວພາຊານະຄອນ ຫຼວງວຽງຈັນ ຊຶ່ງບັນດາທ່ານສາມາດຮ່ວມເປັນກໍາລັງໃຈໃຫ້ນ້ອງໆ ທັງ 20 ຄົນໄດ້  ຫຼື  ສາມາດຕິດຕາມຂໍ້ມູນຂ່າວສານໄດ້ທີ່ແຟນເພສ໌: Mister International Laos.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ