ທະນາຄານພົບປະຜູ້ປະກອບການຕັດຫຍິບເລື່ອງແຫຼ່ງທຶນ

     ສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ຮ່ວມກັບທະນາຄານພັດທະນາລາວ (ທພລ) ໄດ້ຈັດສໍາມະນາພາຍໃຕ້ຫົວຂໍ້ “ການເຂົ້າຫາແຫຼ່ງທຶນຂອງທຸລະກິດ” ຊຶ່ງຈັດຂຶ້ນທີ່ ສຄອຊ ນະຄອນຫຼວງວຽງຈັນ ໃນວັນທີ 14 ມັງກອນ 2019 ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ດາວອນ ພະຈັນທະວົງ ຮອງປະທານ ສຄອຊ; ທ່ານ ອາຄົມ ປຣະເສີດ ຜູ້ອໍານວຍການໃຫຍ່ ທພລ; ທ່ານ ກິ່ງໄຊ ຈຸລະມົນຕີ ຫົວ ໜ້າພະແນກຄຸ້ມຄອງກອງທຶນວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ; ທ່ານ ໄຊບັນດິດ ຣາສະພົງ ປະທານສະມາຄົມ ອຸດສາຫະກໍາຕັດຫຍິບລາວ; ທ່ານ ບຸນລ້ວນ ດ້ວງເງິນ ຜູ້ອຳນວຍການສະຖາບັນພັດທະນາຊັບພະຍາກອນລາວ-ຍີ່ປຸ່ນ; ທ່ານ ທາກາຊິ ຈືເນກະວະຊ່ຽວ ຊານ JICA ປະຈໍາ ທພລ ແລະ ພາກທຸລະກິດ ແລະ ສະມາຊິກສະພາການຄ້າໂດຍສະເພາະຈາກຂະແໜງການໂຮງງານຕັດຫຍິບ ແລະ ຂະ ແໜງການອື່ນໆ.

   ການສໍາມະນາຄັ້ງນີ້ກໍ່ເພື່ອໃຫ້ຂໍ້ມູນ ແລະສ້າງຄວາມເຂົ້າໃຈເພີ່ມຕື່ມໃຫ້ກັບບັນດາພາກທຸລະກິດເປັນຕົ້ນແມ່ນບັນດາເງື່ອນໄຂ ແລະ ຂັ້ນຕອນໃນການເຂົ້າຫາແຫຼ່ງທຶນທະນາຄານເພື່ອນໍາມາໝູນໃຊ້ໃນທຸລະກິດເພື່ອເສີມທ່າແຮງໃຫ້ເຕີບໃຫຍ່ເຂັ້ມແຂງຍິ່ງຂຶ້ນ. ພ້ອມນັ້ນ, ຍັງໄດ້ມີການຕອບໂຈດຫຼາຍບັນຫາທີ່ພາກສ່ວນກ່ຽວຂ້ອງມີຄວາມສົນໃຈແລກປ່ຽນບົດຮຽນນໍາກັນແນໃສ່ສ້າງໂອກາດໃຫ້ຜູ້ປະກອບການ ແລະທະ ນາຄານມີການພົວພັນໃກ້ຊິດກັນຍິ່ງຂຶ້ນ.

  ທ່ານຜູ້ອໍານວຍການໃຫຍ່ ທພລ ໄດ້ເນັ້ນວ່າ: ສໍາລັບ ທພລ ໂດຍເຫັນໄດ້ຄວາມສໍາຄັນຂອງວຽກງານສົ່ງເສີມ SME ແລະ ທັງເປັນການສືບຕໍ່ປະກອບສ່ວນຜັນຂະຫຍາຍນະໂຍບາຍຂອງພັກ ແລະ ລັດໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃຫ້ບັນລຸຕາມເປົ້າໝາຍທີ່ກຳນົດໄວ້ໃນແຕ່ລະໄລຍະ ທພລ ຈຶ່ງໄດ້ສຸມເຫື່ອແຮງໃນການຄົ້ນຄ້ວາ ແລະເອົາໃຈໃສ່ວຽກງານສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະກາງເຮັດໃຫ້ທຸລະກິດ SMEs ສາມາດເພີ່ມກໍາລັງການຜະລິດ ແລະ ຂະຫຍາຍຕົວຢ່າງໝັ້ນຄົງ; ໃນທາງປະຕິບັດກ່ຽວກັບວຽກ ງານສົ່ງເສີມ SME ໄລຍະຜ່ານມາກໍ່ຄືປະຈຸບັນ ທພລ ໄດ້ມີການປະສານສົມພົບ ແລະຮ່ວມມືກັບພາກສ່ວນຕ່າງໆເປັນຕົ້ນແມ່ນກົມສົ່ງເສີມ SME ເຊັ່ນນັບແຕ່ປີ 2012 ທພລ ໄດ້ຮັບການສະໜອງທຶນຈາກກອງທຶນສົ່ງເສີມ SME ບ້ວງທີ I ຈຳນວນ 14 ຕື້ກີບ (ໄດ້ມີຕໍ່ສັນຍາ ແລະເພີ່ມວົງເງິນເປັນ 16 ຕື້ກີບ ເມື່ອບໍ່ດົນມານີ້), ບ້ວງທີ II ຈໍານວນ 16 ຕື້ກີບ ລວມທັງໝົດ 32 ຕື້ ກີບ, ມາຮອດປະຈຸບັນເງິນທັງ 2 ບ້ວງ ຍັງສາມາດສືບຕໍ່ປ່ອຍກູ້ອີກ 8 ຕື້ກີບ ເພື່ອນໍາມາປ່ອຍກູ້ຕໍ່ໃຫ້ແກ່ວິສາຫະກິດ SME ທີ່ຕ້ອງການນຳໃຊ້ທືນດັ່ງກ່າວໃນການຂະຫຍາຍທຸລະ ກິດໃນອັດຕາດອກເບ້ຍຕໍ່າ.

  ທ່ານຜູ້ອໍານວຍການໃຫຍ່ ທພລ ໄດ້ຢືນຢັນຕື່ມວ່າ: ຜ່ານການຈັດຕັ້ງປະຕິບັດສາມາດສະຫຼຸບຕີລາຄາຂໍ້ຄົງຄ້າງບາງດ້ານເປັນຕົ້ນຄວາມຮຽກຮ້ອງຕ້ອງການແຫຼ່ງທຶນຂອງຜູ້ປະກອບການຍັງມີຫຼາຍແຕ່ ພທລ ບໍ່ສາມາດຕອບສະໜອງໃຫ້ໄດ້ເນື່ອງຈາກວ່າລູກຄ້າຈຳນວນໜື່ງຍັງບໍ່ມີເງື່ອນໄຂ-ມາດຖານຄົບຖ້ວນໃນການຂໍອະນຸມັດສິນເຊື່ອສະນັ້ນຈຶ່ງຮຽກຮ້ອງໃຫ້ມີການສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການຕື່ມ; ແຫຼ່ງທຶນທີ່ໄດ້ຮັບ ຈາກກອງທຶນສົ່ງເສີມ SMEs ເຫັນວ່າ ຍັງມີຈໍານວນຈໍາກັດ ບໍ່ທັນພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມ ແລະລູກຄ້າສ່ວນໃຫຍ່ຍັງຂາດຄວາມຮູ້ທາງດ້ານເຕັກນິກວິຊາສະເພາະ, ການຄຸ້ມຄອງບໍລິຫານທຸລະກິດຍັງບໍ່ທັນມີປະສິດທິຜົນ ແລະນອກຈາກນີ້ ລູກຄ້າສ່ວນໃຫຍ່ຍັງບໍ່ຖືລະບົບບັນຊີວິສາຫະກິດ.

  ຜ່ານການສໍາມະນາໃນຄັ້ງນີ້ໄດ້ເຮັດໃຫ້ 2 ຝ່າຍຮັບຮູ້ວັດຖຸປະສົງ, ເປັນນິມິດໝາຍທີ່ດີ ທີ່ເຮັດໃຫ້ທັງຄູ່ຕີຖອຍໄດ້ຫາງສຽງໃນເມື່ອກ່ອນວ່າ: ຜູ້ປະກອບການເຂົ້າເຖິງແຫຼ່ງທຶນຂອງທະນາຄານຍາກ ແລະເບື້ອງທະນາຄານກໍ່ວ່າ: ຜູ້ປະກອບການຈໍານວນບໍ່ໜ້ອຍບໍ່ມີເງື່ອນໄຂຄົບຖ້ວນ, ເມື່ອກູ້ຢືມເງິນໄປກໍ່ນໍາໃຊ້ບໍ່ຖືກເປົ້າໝາຍ ແລະສົ່ງຄືນຕົ້ນທຶນ-ດອກເບ້ຍຍາກ, ຊັກຊ້າ ຫຼື ເຕັ້ນໂຕນໂຍນໜີຊຶ່ງເມື່ອເຄີຍຍິນຄໍາວ່າ: “ເງິນກູ້-ເງິນກູ”; ແຕ່ຜ່ານການພົບປະໂອ້ລົມຢ່າງເປີດໃຈຕໍ່ກັນ ໃນຄັ້ງນີ້ເຮັດໃຫ້ບັນຍາກາດການເຂົ້າເຖິງແຫຼ່ງທຶນສະດວກ, ສະບາຍ ແລະ ວ່ອງ ໄວທັນການແນໃສ່ເພື່ອເຮັດໃຫ້ພາກທຸລະກິດໂດຍສະເພາະພາກ SME ມີທຶນຮອນເຂົ້າໃນການພັດທະນາພາກວິສາຫະກິດໃຫ້ມີຄວາມເຂັ້ມແຂງກາຍເປັນເສົາຄ້ຳເສດຖະກິດໃຫ້ແກ່ຄອບຄົວ ແລະ ປະເທດຊາດ.