ກະສິກຳ ຄຸມເຂັ້ມປ້ອງກັນໄຟໄໝ້ລາມປ່າພ້ອມກຽມຜະລິດເບ້ຍໄມ້ເພື່ອຟື້ນຟູ

  ແນໃສ່ເຮັດໃຫ້ມີຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ, ຮັບປະກັນຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານການປ້ອງກັນໄຟ ໄໝ້ລາມປ່າ ແລະວຽກສ້າງສວນກ້າເບ້ຍໄມ້, ຜະລິດເບ້ຍໄມ້, ປູກໄມ້ ແລະຟື້ນຟູປ່າປະຈຳປີ 2019 ບັນລຸຕາມແຜນການທີ່ວາງໄວ້ໃຫ້ໄດ້ຮັບຜົນດີ, ມີປະສິດທິພາບ ແລະປະສິດທິຜົນສູງ, ພ້ອມທັງແນໃສ່ເພີ່ມຄວາມປົກຫຸ້ມປ່າໄມ້ໃຫ້ໄດ້ 70% ໃນປີ 2020, ກະຊວງກະສິກໍາຈຶ່ງໄດ້ອອກແຈ້ງການສະບັບເລກທີ 0003/ກປ, ລົງວັນທີ 14 ມັງກອນ 2019 ເພື່ອໃຫ້ຫົວໜ້າພະແນກກະສິກຳ ແລະປ່າໄມ້ປະຈຳແຂວງ ແລະນະຄອນຫຼວງເອົາໃຈໃສ່ປ້ອງກັນໄຟໄໝ້ລາມປ່າ, ພ້ອມວຽກກຽມຜະລິດເບ້ຍໄມ້.

    ໃນແຈ້ງການຂອງທ່ານລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ໄດ້ແຈ້ງອອກໄປແມ່ນມອບໃຫ້ພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ ແລະ ນະຄອນຫຼວງວຽງຈັນ ເປັນເຈົ້າການປະສານສົມທົບກັບພະແນກທີ່ກ່ຽວຂ້ອງພາຍໃນແຂວງຂອງຕົນ ແລະຊີ້ນຳຂະແໜງປ່າໄມ້, ກອງຄຸ້ມຄອງປ່າສະຫງວນ ແລະປ່າປ້ອງກັນ, ຫ້ອງການກະສິກຳ ແລະປ່າໄມ້ປະຈຳເມືອງເພື່ອເຮັດໜ້າທີ່ໂຄສະນາເຜີຍແຜ່ແນະນຳກ່ຽວກັບການປ້ອງກັນ ແລະ ສະກັດກັ້ນໄຟໄໝ້ລາມປ່າໂດຍການຈັດຕັ້ງໜ່ວຍໂຄສະນາເຜີຍແຜ່ແນະນຳກ່ຽວກັບເຕັກນິກວິຊາການ, ມາດຕະການປ້ອງ ກັນ ແລະສະກັດກັ້ນໄຟໄໝ້ລາມປ່າໃຫ້ປະຊາຊົນອາໄສຢູ່ໃນ ແລວນອກເຂດປ່າປ້ອງກັນ, ປ່າສະຫງວນ ແລະປ່າຜະລິດທີ່ມີການເຮັດໄຮ່, ເຮັດສວນ, ທຳມາຫາກິນ, ກໍລະນີເກີດໄຟໄໝ້ຢູ່ເຂດໃດແມ່ນມອບໃຫ້ບ້ານ ຫຼື ເມືອງນັ້ນເປັນເຈົ້າການປຸກລະດົມຊ່ວຍກັນດັບມອດ, ຖ້າກໍລະນີ ຮຸນແຮງ ແລະເປັນບໍລິເວນກວ້າງຕ້ອງໄດ້ປະສານຫາພາກສ່ວນທີ່ກ່ຽວຂ້ອງຂອງເມືອງ ແລະແຂວງເພື່ອຂໍຄວາມຊ່ວຍເຫຼືອໃນການດັບມອດໃຫ້ທັນການ.

  ນອກຈາກນັ້ນ, ພະແນກກະສິກຳ ແລະປ່າໄມ້ປະຈຳແຂວງ ແລະນະຄອນຫຼວງວຽງຈັນ ຍັງຕ້ອງເປັນເຈົ້າການປະສານສົມທົບກັບພະແນກທີ່ກ່ຽວຂ້ອງເອົາໃຈໃສ່ເກັບກຳຄືນຂໍ້ມູນແຫຼ່ງແກ່ນພັນໄມ້ທີ່ມີແລ້ວ ແລະ ແຫຼ່ງແກ່ນພັນໄມ້ທີ່ພົບເຫັນໃໝ່ພາຍໃນແຂວງເພື່ອກຳນົດເປັນແຜນການໃນການຕອບສະໜອງແກ່ນພັນໄມ້ພື້ນເມືອງໃນແຕ່ລະປີທີ່ເໝາະສົມກັບສະພາບພື້ນທີ່ຂອງແຕ່ລະທ້ອງຖິ່ນແນໃສ່ເປົ້າໝາຍການຜະລິດເບ້ຍໄມ້ໃຫ້ ແກ່ການປູກໄມ້ໃຫ້ທ່ວງທັນລະດູການ, ພ້ອມທັງປະສານສົມທົບກັບບັນດາບໍລິສັດ ແລະຜູ້ປະກອບການໃນການສ້າງ ແລະ ປັບປຸງສວນກ້າເບ້ຍໄມ້, ຜະລິດເບ້ຍໄມ້ສະໜອງໃຫ້ແກ່ສັງຄົມນໍາໄປປູກ ແລະ ຟື້ນຟູປ່າ, ສ່ວນການຜະລິດເບ້ຍໄມ້ແມ່ນໃຫ້ເນັ້ນໃສ່ໄມ້ພື້ນເມືອງທີ່ເໝາະກັບສະພາບແວດລ້ອມຂອງທ້ອງຖິ່ນເປັນຫຼັກ, ລວມທັງເພີ່ມທະວີຄວາມຮັບຜິດຊອບຕໍ່ການປະຕິບັດຄາດໝາຍແຜນ ການປີ 2019 ເພື່ອແນໃສ່ເພີ່ມຄວາມປົກຫຸ້ມປ່າໄມ້ໃຫ້ໄດ້ 70% ໃນປີ 2020.