ກຸ່ມບໍລິສັດຄຳໄພຊະນະ ກຽມພັດທະນາໂຄງການ

  ເມື່ອບໍ່ດົນມານີ້ທີ່ແຂວງໄຊສົມບູນ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ( MOU ) ເພື່ອສຶກສາສໍາຫຼວດຄວາມເປັນໄປໄດ້ໃນການພັດ ທະນາໂຄງການສົ່ງເສີມການປູກຝັງ-ລ້ຽງສັດຄົບວົງຈອນລະຫວ່າງອຳນາດການປົກຄອງແຂວງກັບກຸ່ມບໍລິສັດຄຳໄພຊະນະ ຈຳກັດຜູ້ດຽວ     ໂດຍເຂົ້າຮ່ວມມີທ່ານ ພົນຕີ ຄຳລຽງ ອຸທະໄກສອນ ເຈົ້າແຂວງໆໄຊສົມບູນ ພ້ອມນີ້ກໍມີການນຳຈາກກະຊວງກະສິກຳ ແລະປ່າໄມ້,ທ່ານເຈົ້າເມືອງອະນຸວົງ ແລະວິຊາການທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

  ໃນພິທີທ່ານ ຈັນຖະໜອມ ວົງສົມຈິດ ຫົວໜ້າພະແນກແຜນການ ແລະການລົງທຶນໄດ້ກ່າວຈຸດປະສົງກ່ຽວກັບການເຊັນບົດບັນທຶກໃນຄັ້ງນີ້ກໍເພື່ອແນ່ໃສ່ໃຫ້ການຈັດຕັ້ງປະຕິບັດໂຄງການດັ່ງກ່າວໃຫ້ໄດ້ຮັບການຈັດຕັ້ງປະຕິບັດຖືກຕ້ອງຕາມລະບຽບກົດໝາຍເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການພັດທະນາໂຄງການສົ່ງເສີມການປູກຝັງ-ລ້ຽງສັດຄົບວົງຈອນທັງເປັນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າພາຍໃນແຂວງໃຫ້ ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວພ້ອມນີ້ການເຊັນບົດບັນທຶກກໍເພື່ອເປັນບ່ອນອີງໃຫ້ທັງສອງຝ່າຍໄດ້ຈັດຕັ້ງປະຕິບັດຕາມທີ່ໄດ້ຕົກລົງກັນໃນບົດບັນທຶກດ້ວຍຄວາມຮັບຜິດຊອບສູງ.

   ຊຶ່ງໃນບົດບັນທຶກດັ່ງກ່າວໄດ້ລະບຸໄວ້ວ່າຝ່າຍບໍລິສັດຕ້ອງສຶກສາສຳຫຼວດຄວາມເປັນໄປໄດ້ເພື່ອພັດທະນາໂຄງການໃນຮູບແບບທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍການລົງທຶນບົດບັນທຶກສະບັບນີ້ມີໄລຍະເວລາ 18 ເດືອນນັບແຕ່ວັນລົງລາຍເຊັນເປັນຕົ້ນໄປບໍລິສັດຕ້ອງສ້າງແຜນ ການເຄື່ອນໄຫວໃນແຕ່ລະໄລຍະ ແລະປະຕິບັດແຜນພັດທະນາໂຄງການທີ່ກຳນົດໄວ້ໃນບົດບັນທຶນພ້ອມລາຍງານ ຄວາມຄືບໜ້າການປະຕິ ບັດໂຄງການທຸກໆໄຕມາດ.

ຈາກນັ້ນໃນພິທີກໍໄດ້ມີການເຊັນບົດບັນທຶກຮ່ວມກັນຕາງໜ້າໃຫ້ກັບອຳນາດການປົກຄອງແຂວງໂດຍທ່ານ ຈັນຖະ ໜອມ ວົງສົມຈິດ ແລະຕາງໜ້າໃຫ້ກັບບໍລິສັດໂດຍແມ່ນທ່ານ ຄຳໄພ ສົມຊະນະ ປະທານກຸ່ມບໍລິສັດ ຄຳໄພຊະນະ ຈຳກັດ ຜູ້ດຽວ.