ຕະຫຼາດຫຼັກຊັບລາວ 8 ປີມີ 9 ບໍລິສັດຈົດທະບຽນ ລະດົມທຶນໄດ້ 6,4 ພັນຕື້ກີບ

  ໃນວັນທີ 15 ມັງກອນ 2019 ທີ່ນະຄອນຫຼວງວຽງຈັນ ຕະຫຼາດຫຼັກຊັບລາວ (ຕລຊລ) ໄດ້ຈັດພິທິຖະແຫຼງຂ່າວວັນຄົບຮອບ 8 ປີ ມື້ເປີດການຊື້-ຂາຍ ຮຸ້ນຄັ້ງທໍາອິດ ແລະການຍົກລະດັບລະບົບກົນໄກການແລກປ່ຽນຊື້-ຂາຍຮຸ້ນ ຂອງຕະຫຼາດຫຼັກຊັບລາວຖະແຫຼງໂດຍ ທ່ານ ວັນຄໍາ ວໍຣະວົງ ຜູ້ອໍານວຍການໃຫຍ່ຕະຫຼາດຫຼັກຊັບລາວ, ມີທ່ານ ສຽວສະຫວາດ ທິລະກຸນ ຮອງຫົວໜ້ານໍາພະນັກງານ, ຄະນະກຳມະການຄຸ້ມ ຄອງຫຼັກຊັບ, ທ່ານ ດ໊ອກ ຍຸນລີ ຫົວໜ້າຝ່າຍ ດໍາເນີນການ, ຮອງຜູ້ອໍານວນການໃຫຍ່ການຕະຫຼາດຫຼັກຊັບລາວ ແລະ ພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ.

  ທ່ານ ວັນຄໍາ ວໍຣະວົງ ກ່າວວ່າ: ເພື່ອເປັນການສືບຕໍ່ພັດທະນາເສີມຂະຫຍາຍຕະຫຼາດຫຼັກຊັບລາວກໍຄືຕະຫຼາດທຶນລາວໃຫ້ເຂັ້ມແຂງຂຶ້ນຍິ່ງກວ່າເກົ່າ. ທັງເປັນການເສີມສ້າງສະພາບຄ່ອງ,ສ້າງສະພາບແວດລ້ອມໃນການລົງທຶນທີ່ມີຄວາມສະດວກວ່ອງໄວຍິ່ງຂຶ້ນ ແລະເພື່ອເປັນການຍົກລະດັບ, ການນໍາໃຊ້ລະບົບກົນໄກການແລກປ່ຽນຊື້-ຂາຍ ຮຸ້ນໃໝ່ໄດ້ແກ່ການຂະຫຍາຍເວລາການແລກປ່ຽນຊື້-ຂາຍ ຮູ້ນ, ການເພີ່ມປະເພດຄໍາສັ່ງໃໝ່, ການຊື້-ຂາຍຮຸ້ນຈໍານວນຫຼາຍ ແລະການປັບຫົວໜ່ວຍລາຄາໃໝ່ຢ່າງເປັນທາງການໂດຍມີການເລີ່ມຈັດຕັ້ງປະຕິບັດນັບຕັ້ງແຕ່ວັນທີ 11 ມັງກອນ 2019 ເປັນຕົ້ນມາ. ສະນັ້ນການ ຂະຫຍາຍເວລາການແລກປ່ຽນຊື້-ຂາຍ ຮຸ້ນ ແມ່ນຈະມີການຂະຫຍາຍຈາກ 8:30-11:30 ມາເປັນ 8:30-15:30 ໂດຍບໍ່ມີຊ່ວງເວລາພັກການຊື້-ຂາຍ ແລະ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຈາກນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະແມ່ນການເປີດ ຊ່ອງທາງໃຫ້ນັກລົງທຶນຈາກປະເທດທີ່ມີເຂດເວລາຕ່າງກັບປະເທດລາວໃຫ້ມີຄວາມສາມາດເຂົ້າເຖິງການລົງທຶນໃນຕະຫຼາດຫຼັກຊັບລາວໄດ້ສະດວກຍິ່ງກວ່າເກົ່າຊຶ່ງຄາດວ່າການຂະຫຍາຍຊົ່ວໂມງການແລກປ່ຽນຊື້-ຂາຍຮຸ້ນຈະສາມາດເພີ່ມສະພາບຄ່ອງໃຫ້ຕະຫຼາດຫຼັກຊັບລາວໄດ້ເຖິງ 40%.

      ຄຽງຄູ່ກັນນອກຈາກຄໍາສັ່ງຈໍາກັດ Limit Order ຕະຫຼາດຫຼັກຊັບລາວໄດ້ມີການເພີ່ມປະເພດຄໍາສັ່ງຊື້-ຂາຍຮຸ້ນຄື: ຄໍາສັ່ງຈໍາກັດ Limit Order, ຄໍາສັ່ງຕາມລາຄາຕະຫຼາດ Market Order, ເງື່ອນໄຂຂອງຄໍາສັ່ງ Conditional Order ແລະຄໍາສັ່ງຈອງລ່ວງໜ້າ Preliminary Reserve Order. ນອກນີ້, ຕະຫຼາດຫຼັກຊັບລາວຍັງໄດ້ເພີ່ມການຊື້-ຂາຍຮຸ້ນຈໍານວນຫຼາຍ (Block Trade) ປະລິມານສະເໜີລາຄາ 1000 ເທົ່າຂອງຫົວໜ່ວຍຊື້-ຂາຍ ປົກກະຕິຫຼືມີມູນຄ່າການສະເໜີລາຄາ 200 ລ້ານກີບເປັນຢ່າງຕໍ່າເພື່ອອໍານວຍຄວາມສະດວກໃຫ້ແກ່ການຊື້-ຂາຍຂະໜາດໃຫຍ່ ແລະປັບຫົວໜ່ວຍລາຄາໃໝ່ (Tick Size). ທັງນີ້ກໍເພື່ອສ້າງທາງເລືອກຫຼາກຫຼາຍ ແລະ ຄວາມສະດວກສະບາຍຍິ່ງຂຶ້ນໃຫ້ແກ່ບັນດານັກລົງທຶນທີ່ອາດຈະຕ້ອງການຊື້-ຂາຍແບບທັນທີທັນໃດ, ຊື້-ຂາຍໃນປະລິມານຫຼາຍ,ຫຼຸດຜ່ອນຕົ້ນທຶນໃຫ້ແກ່ນັກລົງທຶນ, ຫຼຸດຜ່ອນຊ່ອງວ່າງລະຫວ່າງລາຄາໃຫ້ນ້ອຍລົງ, ເພື່ອໃຫ້ນັກລົງທຶນຊື້-ຂາຍປ່ຽນມືໄດ້ງ່າຍຂຶ້ນ ແລະ ກໍ່ໃຫ້ເກີດສະພາບຄ່ອງທັງເປັນການປົກປ້ອງລາຄາຮຸ້ນຂອງບັນດາບໍລິສັດຈົດທະບຽນໃຫ້ມີຄວາມເໝາະສົມຕາມລາຕະຫຼາດ.

  ໃນໄລະຍະ 8 ປີທີ່ຜ່ານມາຕະຫຼາດຫຼັກຊັບລາວໄດ້ສືບຕໍ່ສຶກສາຄົ້ນຄ້ວາພັດທະນາລະບົບຕ່າງໆຢ່າງບໍ່ຢຸດຢັ້ງ ແລະໄດ້ມີຜົນສໍາເລັດຕ່າງໆຢ່າງຮອບດ້ານເຊັ່ນ: ຕະຫຼາດຫຼັກຊັບລາວມີບົດບາດເປັນແຫຼ່ງລະດົມທຶນຂະໜາດໃຫຍ່ໄລຍະຍາວໃຫ້ແກ່ນັກລົງທຶນທີ່ຕ້ອງການລະດົມທຶນ ແລະເປັນບ່ອນແລກປ່ຽນຊື້-ຂາຍ ໃຫ້ແກ່ບັນດານັກລົງທຶນ, ສາມາດສໍາເລັດການນໍາເອົາບໍລິສັດເຂົ້າມາຈົດທະບຽນໄດ້ທັງໝົດ 9 ບໍລິສັດໂດຍມີມູນຄ່າການຕະຫຼາດທັງໝົດ 10,3 ພັນຕື້ກີບ, ສາມາດລະດົມທືນໄດ້ເຖິງ 6,4 ພັນຕື້ກວ່າກີບ ແລະມີມູນຄ່າຊື້-ຂາຍຫຼາຍກວ່າ 344 ຕື້ກີບ. ນອກນີ້ກໍໄດ້ມີການສໍາເລັດການນໍາເອົາຜະລິດຕະພັນໃໝ່ກໍຄືພັນທະບັດລັດຖະບານເຂົ້າມາຈົດທະບຽນຊື້-ຂາຍຜ່ານຕະຫຼາດຫຼັກຊັບລາວໃນວັນທີ 25 ທັນວາ 2018. ຊຶ່ງຈໍານວນບັນຊີຫຼັກຊັບກໍມີທ່າອ່ຽງເພື່ມຂຶ້ນເລື້ອຍໆໂດຍປະຈຸບັນມີຈໍານວນຫຼາຍກວ່າ 14 ພັນກວ່າບັນຊີ.