ກາແດງບໍລິຄຳໄຊທົບທວນວຽກປະຈຳປີ

         ວັນທີ 11 ມັງກອນ 2019 ອົງການກາແດງແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2018 ແລະວາງທິດທາງປີ 2019 ທີ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການແຂວງບໍລິຄຳໄຊ ໂດຍການເປັນປະທານຂອງທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ, ທ່ານ ບຸນເສັງ ປະຖຳມະວົງ ຮອງເຈົ້າແຂວງ ທັງເປັນປະທານກາແດງແຂວງບໍລິຄຳ ໄຊ ແລະເຂົ້າຮ່ວມມີ ທ່ານ ບຸນຍົງ ປັນຍານຸວົງ ຮອງຫົວ ໜ້າອົງການກາແດງແຂວງ, ທ່ານ ນາງ ໂສພາ ຈັນທະວົງ ຫົວໜ້າຫ້ອງການກາແດງແຂວງ ແລະ ພະແນກການຕ່າງໆເຂົ້າຮ່ວມ.

  ທ່ານ  ບຸນຍົງ ປັນຍານຸວົງ ກ່າວວ່າ: 1 ປີຜ່ານມາເຊິ່ງສາມາດຍົກໃຫ້ເຫັນຫຼາຍບັນຫາພົ້ນເດັ່ນເປັນຕົ້ນແມ່ນວຽກງານຊ່ວຍເຫຼືອບັນເທົາທຸກຊ່ວຍເຫຼືອປະຊາຊົນທີ່ທຸກຍາກ, ນັກຮຽນອານາຖາຢູ່ໂຮງຮຽນຊົນເຜົ່າ, ຊ່ວຍເຫຼືອປະຊາຊົນເມືອງ ວຽງທອງ ແລະເມືອງປາກກະດິງທີ່ໄດ້ ຮັບຜົນກະທົບຈາກໄພນ້ຳຖ້ວມລວມມູນຄ່າການຊ່ວຍເຫຼືອທັງໝົດ 438,4 ລ້ານກີບ, ໄດ້ອອກຂ່າວໄດ້ 29 ຄັ້ງ ແລະໄດ້ສົ່ງໃຫ້ໜັງສືພິມ ແລະເວັບໄຊແຂວງ 23 ຄັ້ງ, ຮັບຈົດໝາຍສືບທາວຫາຍາດພີ່ນ້ອງ 4 ສະບັບ ແລະສົ່ງໃຫ້ພີ່ນ້ອງຂອງເຂົາເຈົ້າ, ພິມເສື້ອການກຸສົນເຂົ້າກອງທຶນເລືອດປອດໄພ 2.132 ຜືນ, ຈັດສົ່ງໃຫ້ພາກສ່ວນຕ່າງໆໄດ້ 2.125 ຜືນ ຂາຍໄດ້ທັງໝົດ 106,2 ລ້ານກີບ, ປຸກລະດົມບໍລິຈາກເລືອດໄດ້ທັງໝົດ 140 ຄັ້ງມີຜູ້ ເຂົ້າຮ່ວມ16,8 ພັນຄົນໄດ້ເລືອດຢູ່ 2,8 ພັນຖົງ.

  ພ້ອມນັ້ນຍັງໄດ້ມອບໃບກຽດຕິຄຸນ, ໃບຍ້ອງຍໍໃບຊົມເຊີຍ ແລະໃບຂອບໃຈໃຫ້ຜູ້ທີ່ບໍລິຈາກເລືອດ ແລະຄາດໝາຍ ແລະແຜນການສູ້ຊົນ ແລະປີ 2019 ນີ້ສູນເລືອດກາແດງແຂວງບໍລິຄຳໄຊຈະສູ້ຊົນແມ່ນ 2,2 ພັນຖົງ, ພ້ອມນັ້ນບັນດາຜູ້ແທນກອງປະຊຸມຍັງໄດ້ປະກອບຄຳຄິດເຫັນຫຼາຍບັນຫາກ່ຽວກັບເລືອດ, ເຄື່ອງມືໃນການໂຄສະນາຍັງບໍ່ທັນພຽງພໍ ແລະທົ່ວເຖິງ ແລະໄດ້ພ້ອມກັນຕົບມືຮັບຮອງເອົາແຜນການປີ 2019.

  ໃນໂອກາດດັ່ງກ່າວ ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວໄດ້ເນັ້ນໃຫ້ກາແດງແຂວງເອົາໃຈໃສ່ບາງບັນຫາເປັນຕົ້ນແມ່ນການແຈກຢາຍເຄື່ອງໃຫ້ມີການກວດກາ,ໂຄສະນາຊອກຫາແຫຼ່ງທຶນປະຕິບັດຕາມລະບຽບກົດໝາຍເພື່ອເຮັດແນວໃດໃຫ້ໄດ້ມີກອງທຶນໝູນວຽນເລືອດ ແລະທຸກພາກສ່ວນເອົາໃຈໃສ່ປະກອບສ່ວນຊຸກຍູ້ສົ່ງເສີມໃນວຽກງານຂອງກາແດງ.