ມາຮູ້ຈັກກັບບົດບາດ ແລະໜ້າທີ່ຂອງແຕ່ລະກະຊວງທີ່ກ່ຽວຂ້ອງ ຕໍ່ການສົ່ງເສີມທຸລະກິດ

   ແນ່ນອນການຈະປັບປຸງບັນຍາກາດການດຳເນີນທຸລະກິດຢູ່ລາວໃຫ້ດີຂຶ້ນ, ທັງໃຫ້ຍາດແຍ່ງເອົາການລົງທືນທີ່ມີຄຸນນະພາບ, ຄຽງຄູ່ກັບການຊຸກຍູ້ສົ່ງເສີມ ແລະ ສ້າງຂີດຄວາມອາດສາມາດໃນການແຂ່ງຂັນຂອງທຸລະກິດພາຍໃນໃຫ້ສູງຂຶ້ນກໍຄືການແກ້ໄຂຄວາມຫຍຸ້ງຍາກຂອງການດຳເນີນທຸລະກິດພາຍໃນໃຫ້ຫຼຸດລົງແບບກ້າວກະໂດດໂດຍສະເພາະຂັ້ນຕອນ ແລະເວລາໃນການອອກອະນຸຍາດຕ່າງໆຂອງຂະແໜງການທີ່ກ້ຽວຂ້ອງໃຫ້ວ່ອງໄວ,ໂປ່ງໃສ, ຫຼຸດຜ່ອນຕົ້ນທຶນໃນການດຳເນີນກິດຈະການຂອງພາກທຸລະກິດນັ້ນ, ຈະເອື່ອຍອີງແຕ່ພາກສ່ວນໃດໜຶ່ງແມ່ນເປັນໄປໄດ້ຍາກ, ດັ່ງນັ້ນຢາກເຮັດໄດ້ຕ້ອງມີການພົວພັນກັບຫຼາຍພາກສ່ວນຈຶ່ງຈະເຮັດໃຫ້ນັກລົງທຶນພາຍໃນ ແລະຕ່າງປະເທດເຊື່ອໝັ້ນ, ກ້າຕັດສິນໃຈເຂົ້າມາດຳເນີນທຸລະ ກິດຢູ່ລາວໃຫ້ຫຼາຍຂຶ້ນອັນເປັນກຳ ລັງແຮງທີ່ສຳຄັນປະກອບສ່ວນເຂົ້າໃນການພັດທະນາເສດ ຖະກິດສັງ-ສັງຄົມຂອງຊາດ.

   ໃນຄຳສັ່ງຂອງນາຍົກລັດຖະມົນຕີວ່າດ້ວຍການປັບປຸງບັນດາລະບຽບການ ແລະກົນໄກປະສານງານໃນການດຳເນີນທຸລະກິດຢູ່ ສປປ ລາວ ສະບັບເລກທີ 02/ນຍ, ລົງວັນທີ 1 ກຸມພາ 2018 ໄດ້ລະ ບຸແຈ້ງວ່າ: ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນໃນຂອບເຂດທົ່ວປະເທດທີ່ມີພາລະບົດບາດ, ໜ້າທີ່ຄວາມຮັບຜິດຊອບ ແລະຂອບເຂດສິດທີ່ຕິດພັນໂດຍກົງກັບບັນດາຕົວຊີ້ວັດຄວາມສະດວກຂອງການດຳເນີນທຸລະກິດຢູ່ລາວຈັດຕັ້ງປະຕິບັດການແກ້ໄຂ, ຫຼຸດຂອດຂັ້ນ ແລະໄລຍະເວລາຂອງການອອກອະນຸຍາດຕ່າງໆ ໃນປີ 2018 ແລະປີ 2019 ຕົ້ນຕໍກະຊວງແຜນການ ແລະການລົງທຶນໃຫ້ຈັດຕັ້ງປະຕິບັດກົນໄກການບໍລິການລົງທຶນຜ່ານປະຕູດຽວໃຫ້ເປັນຮູບປະທຳໂດຍໄວ, ໂດຍປັບປຸງແກ້ໄຂຂອດການປະສານສົມທົບກັບຂະແໜງການກ່ຽວຂ້ອງໃນການຄົ້ນຄວ້າພິຈາລະນາອະນຸມັດເອກະສານການຂໍອະນຸຍາດລົງທຶນ ແລະການບໍລິການຫຼັງອອກໃບອະນຸຍາດລົງທຶນໃຫ້ລວມສູນ, ເປັນເອກະພາບ, ຫຼຸດຜ່ອນຂັ້ນຂອດ ແລະ ເວລາຂໍອະ ນຸຍາດລົງທຶນໃຫ້ສັ້ນເຂົ້າ, ແຕ່ໃຫ້ໂປ່ງໃສ ແລະຮັບປະກັນຄວາມຖືກຕ້ອງຕາມກົດໝາຍ ແລະລະບຽບການ, ທັງເປັນໃຈກາງປະສານກັບຂະ ແໜງການກ່ຽວຂ້ອງເພື່ອຕິດຕາມຄວາມຄືບໜ້າໃນການແກ້ໄຂບັນດາຂອດຂັ້ນ ແລະຄວາມຫຍຸ້ງຍາກຕາມ 10 ຕົວ ຊີ້ວັດທີ່ທະນາຄານໂລກໄດ້ຍົກໃຫ້ເຫັນໃນບົດລາຍງານຂໍທິດຊີ້ນຳກ່ຽວກັບການປັບປຸງບັນຍາກາດໃນການດຳເນີນທຸລະກິດຂອງລາວແນໃສ່ເຮັດໃຫ້ອັນດັບຄວາມສະດວກ ໃນການດຳເນີນທຸລະກິິດຂອງລາວ ດີຂຶ້ນກວ່າເກົ່າ ໃນປີ 2019 ນີ້.

      ສຳລັບກະຊວງອຸດສາຫະກຳ ແລະການຄ້າແມ່ນໃຫ້ເປັນເຈົ້າການປະສານກັບຂະແໜງການເງິນ, ຂະແໜງປ້ອງກັນຄວມສະຫງົບ, ຂະ ແໜງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ແລະ ຂະແໜງການທີ່ກ່ຽວຂ້ອງເລັ່ງປັບປຸງແກ້ໄຂຄວາມຫຍຸ້ງຍາກທີ່ພົວພັນກັບຕົວຊີ້ວັດທີ 1 ກໍຄືການເລີ່ມຕົ້ນທຸລະກິດເປັນຕົ້ນແມ່່ນປັບປຸງລະບຽບການ, ມາດຕະການໃນການບໍລິການແຈ້ງຂຶ້ນທະບຽນສ້າງຕັ້ງວິສາຫະກິດໃຫ້ມີຄວາມສະດວກ, ກະທັດຮັດ ແລະວ່ອງໄວ; ຄົ້ນຄວ້າປັບປຸງ ແລະປະກາດໃຊ້ບັນດານິຕິກຳທີ່ກ່ຽວຂ້ອງກັບການໃຫ້ບໍລິການແຈ້ງຂຶ້ນທະ ບຽນສ້າງຕັ້ງວິສາຫະກິດເພື່ອໃຫ້ສາມາດຈັດຕັ້ງປະຕິບັດຢູ່ຂັ້ນສູນກາງ ແລະຂັ້ນທ້ອງຖິ່ນ; ກະກຽມສ້າງເງື່ອນໄຂທີ່ຈຳເປັນຕ່າງໆເພື່ອຂຶ້ນທະບຽນວິສາຫະກິດທາງອີເລັກໂຕຣນິກໃຫ້ສໍາເລັດພາຍໃນປີນີ້; ປະຕິບັດຂັ້ນຕອນການຈົດທະບຽນກົດລະບຽບ ແລະຂັ້ນຕອນການຈົດທະ ບຽບຊັບສິນຂອງວິສາຫະກິດໃຫ້ໄວຂຶ້ນກວ່າເກົ່າ; ປັບປຸງລະບົບການອອກລະຫັດຜູ້ເສຍອາກອນໂດຍໃຫ້ອອກພ້ອມກັນກັບການອອກທະ ບຽນວິສາຫະກິດ ແລະໃຫ້ຕັດຂັ້ນຂອດຕ່າງໆທີ່ບໍ່ຈຳເປັນ ແຕ່ໃຫ້ວິສາຫະກິດສະໜອງເອກະສານໃນການດຳເນີນທຸລະກິດດັ່ງກ່າວໃຫ້ຄົບ ຖ້ວນພາຍຫຼັງທີ່ວິສາຫະກິດໄດ້ຮັບອະນຸຍາດໃນການລົງທຶນແລ້ວ; ປັບປຸງຂັ້ນຕອນການຄວັດຕາປະທັບໃຫ້ສອດຄ່ອງກັບມາດຕາ 21 (ປັບປຸງ) ຂອງກົດໝາຍວ່າດ້ວຍວິສາຫະກິດ; ລົບລ້າງການຂໍອະນຸຍາດຂຶ້ນປ້າຍສຳລັບວິສາຫະກິດ, ແຕ່ໃຫ້ສ້າງລະບຽບການກຳນົດມາດຕະ ຖານປ້າຍສຳລັບວິສາຫະກິດໃຫ້ລະອຽດ ແລະກຳນົດມາດຕະການໃນການຄຸ້ມຄອງເພື່ອໃຫ້ຂະແໜງອຸດສາຫະກຳ ແລະການຄ້າແຈ້ງໃຫ້ຜູ້ດຳ ເນີນທຸລະກິດຊາບ ແລະປະຕິບັດພາຍຫຼັງຂຶ້ນທະບຽນວິສາຫະກິດແລ້ວ.

  ນອກນັ້ນກໍຍັງມີບັນດາກະຊວງໂຍທາທິການ ແລະຂົນສົ່ງທີ່ເປັນເຈົ້າການເລັ່ງປັບປຸງແກ້ໄຂຄວາມຫຍຸ້ງຍາກທີ່ພົວພັນກັບຕົວຊີ້ວັດທີ 2: ຕົວຊີ້ວັດການຂໍອະນຸຍາດປຸກສ້າງ; ກະຊວງພະລັງງານ ແລະບໍ່ແຮ່ເປັນເຈົ້າການຊີ້ນຳລັດວິສາ ຫະກິດໄຟຟ້າລາວ ເລັ່ງປັບປຸງແກ້ໄຂຄວາມຫຍຸ້ງຍາກທີ່ພົວພັນກັບຕົວຊີ້ວັດທີ 3: ການຕິດຕັ້ງໄຟຟ້າ; ກະຊວງຊັບບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມເປັນເຈົ້າການປັບປຸງແກ້ໄຂຄວາມຫຍຸ້ງຍາກທີ່ພົວພັນກັບຕົວຊີ້ວັດທີ 4: ການຂຶ້ນທະບຽນຊັບສິນ; ທະນາຄານແຫ່ງ ສປປ ລາວ ເປັນເຈົ້າການປະສານກັບຄະນະກຳມະການຄຸ້ມຄອງຕະຫຼາດຫຼັກຊັບປັບປຸງແກ້ໄຂຄວາມຫຍຸ້ງຍາກທີ່ພົວພັນກັບຕົວຊີ້ວັດທີ 5: ການເຂົ້າເຖິງສິນເຊື່ອ ແລະຕົວຊີ້ວັດທີ 6: ການປົກປ້ອງນັກລົງທຶນຂະໜາດນ້ອຍ ແລະຜູ້ຖືຫຸ້ນສ່ວນນ້ອຍ; ກະຊວງການເງິນເປັນເຈົ້າການເລັ່ງປັບປຸງແກ້ໄຂຄວາມຫຍຸ້ງຍາກທີ່ພົວ ພັນກັບຕົວຊີ້ວັດທີ 7: ການເສຍອາກອນ; ກະຊວງຍຸຕິທຳ ແລະອົງການຕຸລາການເປັນເຈົ້າການຄົ້ນຄວ້າສ້າງ ແລະປັບປຸງບັນດານິຕິກຳທີ່ພົວພັນກັບຕົວຊີ້ວັດທີ 9: ການບັງຄັບໃຊ້ສັນຍາ ແລະຕົວຊີ້ວັດທີ 10: ການແກ້ໄຂບັນຫາການລົ້ມລະລາຍຕາມພາລະບົດບາດເປັນຕົ້ນ; ກະຊວງປ້ອງກັນຄວາມສະຫງົບຄົ້ນຄວ້າຫຼຸດຂັ້ນຕອນ ແລະໄລຍະເວລາການອອກຕາປະທັບເພື່ອການດຳເນີີນທຸລະກິດໃຫ້ສັ້ນລົງຕື່ມ; ສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດລາວເປັນເຈົ້າການປະກອບສ່ວນເຂົ້າໃນຂະບວນການຄົ້ນຄວ້າ ແລະປັບປຸງແກ້ໄຂຄວາມຫຍຸ້ງຍາກຕ່າງໆ ທີ່ພົວພັນກັບການຈັດອັນດັບຄວາມສະດວກໃນການດຳເນີນທຸລະກິດຢູ່ລາວຕາມພາລະບົດບາດ.