ເຊກອງມີລາຍຮັບ 97 ຕື້ກວ່າກີບຍ້ອນປີທ່ອງທ່ຽວລາວ

    ໄລຍະຜ່ານມາແຂວງເຊກອງໄດ້ເອົາໃຈໃສ່ໃນການໂຄສະນາສະຖານທີ່ທ່ອງທ່ຽວຕ່າງໆໂດຍສະເພາະໃນປີທ່ອງທ່ຽວລາວ 2018 ໄດ້ມີການສ້າງປ້າຍໂຄສະນາ ແຫຼ່ງທ່ອງທ່ຽວ, ຜະລິດແຜ່ນພັບ, ປົດສະເຕີ, ໂລໂກ້ການທ່ອງທ່ຽວ, ປ້າຍຄຳຂວັນຕ່າງໆນອກນັ້ນຍັງຮ່ວມວາງສະແດງສິນຄ້າຜະລິດຕະພັນການທ່ອງທ່ຽວ, ໂຄສະນາແຫຼ່ງທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດຊຶ່ງເຮັດໃຫ້ສາມາດດຶງດູດນັກທ່ອງທ່ຽວທັງພາຍ ໃນ ແລະຕ່າງປະ ເທດໄດ້ເຖິງ 57.129 ເທື່ອຄົນເພີ່ມຂຶ້ນ 7 ພັນກວ່າຄົນສ້າງລາຍຮັບໄດ້ 97 ຕື້ ກວ່າກີບ.

  ທ່ານ ບູ່ໄຊ ໄຊຍະເສນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງເຊກອງໃຫ້ສຳພາດວ່າ: ໃນໄລຍະຜ່ານມາທາງພະແນກ ຖວທ  ໄດ້ມີການໂຄສະນາວຽກງານການທ່ອງທ່ຽວຜ່ານວິທະຍຸ, ໂທລະພາບ, ວາລະສານ, ໜັງສືພິມ, ເວັບໄຊ ແລະສື່ອອນລາຍຕ່າງໆນອນນັ້ນຍັງໄດ້ຜະລິດແຜ່ນພັບ, ປົດສະເຕີ, ໂລໂກ້ການທ່ອງທ່ຽວ, ປ້າຍໂຄສະນາແຫຼ່ງທ່ອງທ່ຽວ, ປ້າຍ ຄຳຂວັນຕ່າງໆພ້ອມນັ້ນຍັງໄດ້ຮ່ວມການວາງສະແດງສິນຄ້າຜະລິດຕະພັນການທ່ອງທ່ຽວ, ການໂຄສະນາແຫຼ່ງທ່ອງທ່ອງທ່ຽວຢູ່ພາຍໃນ ແລະຕ່າງປະເທດ.

    ແຂວງເຊກອງໄດ້ເປີດປີທ່ອງທ່ຽວຂອງແຂວງຂຶ້ນຕິດພັນກັບງານບຸນປະເພນີເສົາຫຼັກເມືອງ 10 ເຜົ່ານອກນັ້ນບັນດາເມືອງກໍໄດ້ມີການເປີດປີທ່ອງທ່ຽວພິເສດໄດ້ມີ 2 ບ້ານຂອງ 2 ເມືອງຄືບ້ານກົກພຸງໄຕ້ເມືອງທ່າແຕງ ແລະບ້ານກະແລ ເມືອງກະລືມ ທີ່ເປີດປີທ່ອງທ່ຽວຢ່າງຟົດຟື້ນໃນປີ 2018 ເຫັນວ່າມີນັກທ່ອງທ່ຽວເຂົ້າມາແຂວງເຊກອງທັງໝົດ 57.129 ເທື່ອຄົນ (ແຜນການ 50 ພັນ ເທື່ອຄົນ) ໃນນັ້ນມີນັກທ່ອງທ່ຽວພາຍໃນ 26.409 ຄົນ, ນັກທ່ອງທ່ຽວພາກພື້ນ 14.330 ຄົນ ແລະນັກທ່ອງທ່ຽວສາກົນ 16.390 ຄົນ ສາມາດສ້າງລາຍຮັບໄດ້ທັງໝົດ 97 ຕື້ກວ່າກີບ ຫຼື ປະມານ 11,42 ລ້ານໂດລາ.

 ປະຈຸບັນແຂວງເຊກອງມີແຫຼ່ງທ່ອງທ່ຽວທັງໝົດ 38 ແຫ່ງໃນນັ້ນແຫຼ່ງທ່ອງທ່ຽວທຳມະຊາດ 20 ແຫ່ງ, ປະຫວັດສາດ 9 ແຫ່ງ, ວັດທະ ນະທຳ 6 ແຫ່ງ ແລະແຫຼ່ງທ່ອງທ່ຽວດ້ານກະສິກຳ 3 ແຫ່ງຊຶ່ງໃນຈຳນວນທັງໝົດໄດ້ມີການສຳຫຼວດແລ້ວ11 ແຫ່ງ ແລະເປີດນຳໃຊ້ເປັນທາງ ການແລ້ວ 9 ແຫ່ງໂດຍການສຳປະທານຂອງພາກເອກະຊົນ.