ແລັນໂຣເວີ ຈັດກິດຈະກຳແລກປ່ຽນປະສົບການຂັບຂີ່

        ໃນວັນທີ 11-13 ມັງກອນ 2019 ຜ່ານມານີ້ທີ່ສູນການຄ້າລາວ-ໄອເຕັກ ບໍລິສັດຈາກົວ-ແລັນໂຣເວີ ໄດ້ຈັດງານ The Above and Beyond Tour laos ເພື່ອໃຫ້ລູກຄ້າຜູ້ທີ່ມັກຂັບຂີ່ລົດທ້າທາຍທາງແຄບ, ແລກປ່ຽນປະສົບການຄຸນນະພາບຄວາມແຮງ ແລະຫຍີ່ຫໍ້ຂອງ ແລັນໂຣເວີ.

  ສຳລັບກິດຈະກຳດັ່ງກ່າວເປັນການ ແລກປ່ຽນປະສົບການຂັບຂີ່ຕົວຈິງເພື່ອໃຫ້ລູກຄ້າ ແລະຜູ້ມັກຂັບຂີ່ລົດໃນລາວໄດ້ສຳພັດຄຸນນະພາບຂອງແຮງ, ແຂ່ງຂັນຄວາມທ້າທາຍ ແລະຄວາມແມ້ນຢຳຈາກລະບົບຂອງລົດແລັນໂຣເວີໂດຍມີຄູຝຶກ ແລະຜູ້ຊ່ຽວຊານການຂັບຂີ່ລົດຈາກ ຕ່າງປະເທດມາສອນໃຫ້ຄຳແນະນຳກ່ຽວກັບການຂັບຂີ່, ການແຈ້ງເຕືອນຄວາມແມ້ນຢຳທີ່ຊີ້ບອກທິດທາງໃນສະໜາມ ແລະການແຂ່ງຂັນຂັບຂີ່ແລກປ່ຽນປະສົບການຄັ້ງແມ່ນໄດ້ນຳເອົາລົດແລັນໂຣເວີ 5 ລຸ້ນນີ້ ແລະທັງໝົດມີ 5 ດ່ານທີ່ທ້າທາຍແຂ່ງຂັນໃນການຂັບຂີ່ນອກນັ້ນ ລູກຄ້າຄົນໃດຂັບຂີ່ໃຊ້ເວລາໜ້ອຍທີ່ສຸດຂອງການແຂ່ງຂັບລົດແບບ Ring Fence ແລະ auto test ຄັ້ງນີ້ແມ່ນທາງບໍລິສັດ ຈາກົວ-ແລັນໂຣເວີລາວຈະໄດ້ໄປຮ່ວມງານ The Above and Beyond Tour ທີ່ປະເທດນິວຊີແລນຈຸດປະສົງເພື່ອໃຫ້ລູກຄ້າໄດ້ສຳພັດແລກປ່ຽນປະ ສົບການຄຸນນະພາບການຄວບຄຸມ, ຄວາມແມ້ນຢຳ, ຄວາມທ້າທາຍ ແລະຄວາມ ແຮງຂອງຫຍີ່ຫໍ້ຂອງແລັນໂຣເວີ.