ເຊີນຜູ້ປະກອບການເຂົ້າຮ່ວມງານ RHVAC ແລະ E&E 2019

    ກົມສົ່ງເສີມການຄ້າລະຫວ່າງປະເທດກະຊວງການຄ້າສົມທົບກັບສະພາອຸດສາຫະກຳແຫ່ງປະເທດໄທຈັດພິທີຖະແຫຼງຂ່າວປະຊາສຳພັນ 3 ປະເທດເພື່ອນບ້ານລາວ, ກຳປູເຈຍ, ຫວຽດນາມຂຶ້ນໃນວັນທີ 14 ມັງກອນ ທີ່ນະຄອນຫຼວງວຽງຈັນ ໂດຍເຂົ້າຮ່ວມຂອງທ່ານ ນາງ ຍານີ ສີມີໄຊ ຜູ້ອໍານວຍການສໍານັກງານສົ່ງເສີມການຄ້າໃນຕ່າງປະເທດປະຈໍາລາວ, ເພື່ອເຊີນຊວນຜູ້ປະກອບການເຂົ້າ ຮ່ວມງານວາງສະແດງສິນ ຄ້າເຄື່ອງປັບອາກາດ ແລະເຄື່ອງເຮັດຄວາມເຢັນ 2562 ແລະງານສະແດງສິນຄ້າເຄື່ອງໃຊ້ໄຟຟ້າ ແລະອີເລັກໂຕຣນິກ 2562 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 25-28 ກັນຍາ  2019 ທີ່ສູນນິທັດສະການ ແລະການປະຊຸມໄບເທັກບາງນາຄາດວ່າຈະມີນັກທຸລະກິດ ແລະຜູ້ຊື້ຈາກອາຊຽນ ແລະທົ່ວໂລກເຂົ້າຮ່ວມຫຼາຍກວ່າ 10 ພັນຄົນ.

  ທ່ານ ວິທະຍາກອນ ມະນີເນດ ຮອງອະທິການບໍດີກົມສົ່ງເສີມການຄ້າລະຫວ່າງປະເທດຜູ້ນຳພາຄະນະປະຊາສຳພັນ ແລະຈັດງານຄັ້ງນີ້ກ່າວວ່າ: ງານວາງສະແດງສິນຄ້າເຄື່ອງປັບອາກາດ ແລະເຄື່ອງເຮັດຄວາມເຢັນ 2562 (Ban-gkok RHVAC 2019) ແລະງານສະແດງສິນຄ້າເຄື່ອງໃຊ້ໄຟຟ້າ ແລະ ອີເລັກໂຕຣນິກ 2562 (Bangkok E&E 2019) ເປັນງານວາງສະແດງສັກກະຍະພາບຂອງອຸດສາຫະກໍາສອງຂະ ແໜງຄື: ສິນຄ້າອຸດສາຫະກຳເຄື່ອງປັບອາກາດ ແລະເຄື່ອງເຮັດຄວາມເຢັນ ແລະອຸດສາຫະກຳເຄື່ອງໃຊ້ໄຟຟ້າ ແລະອີເລັກໂຕຣນິກທີ່ໃຫຍ່ຕິດອັນດັບ 1 ໃນ 5 ຂອງໂລກ, ງານໃນປີນີ້ຈະຈັດຂຶ້ນພາຍໃຕ້ແນວຄິດ “ONE STOP SOLUTION” ຊຶ່ງໄດ້ຮວບຮວມສິນຄ້າຂະແໜງອຸດ ສາຫະກຳຕັ້ງແຕ່ຕົ້ນນ້ຳຈົນເຖິງປາຍນ້ຳເຊັ່ນ: ຊິ້ນສ່ວນທີ່ເຮັດຈາກພລາສຕິກ, ເຫຼັກ ແລະຢາງ, ມໍເຕີ້, ຄອມເພລສເຊີ, ຄອບສ໌ ໄປຈົນເຖິງເຄື່ອງປັບອາກາດ, ເຄື່ອງເຮັດຄວາມເຢັນ ແລະເຄື່ອງໃຊ້ໄຟຟ້າຊຶ່ງມີສິນຄ້າຫຼາກຫຼາຍແບບໃຫ້ເລືອກຊື້ໄປຈົນຮອດສິນຄ້ານະວັດຕະກຳ.

  ທ່ານ ອະທິດ ຖຽນລິຂິດ ຕົວແທນກຸ່ມອຸດສາຫະກໍາເຄື່ອງປັບອາກາດ ແລະ ເຄື່ອງເຮັດຄວາມເຢັນສະພາອຸດສາຫະກຳແຫ່ງປະເທດໄທກ່າວວ່າ: ປະເທດໄທມີໂຮງງານຜະລິດສິນຄ້າເຄື່ອງປັບອາກາດທີ່ມີຊື່ສຽງຈາກຕ່າງປະເທດ ແລະ ໄທທີ່ໄດ້ມາດຕະຖານສາກົນຢ່າງຫຼວງຫຼາຍ, ທັງເປັນສູນລວມ Supply Chain ຂອງອຸດສາຫະກໍາເຄື່ອງປັບອາກາດເຊັ່ນ: ລວດທອງແດງ, ຄອມເພຣດເຊີ PCB ເທີໂມສະແຕັດ ແລະມໍເຕີເປັນຕົ້ນ, ໂດຍສິນຄ້າເຫຼົ່ານີ້ມີການສົ່ງອອກເປັນ ອັນດັບ 2 ຂອງໂລກ ຫຼື ຫຼາຍກວ່າ 5 ພັນລ້ານໂດລາໃນປີ 2018 ສໍາລັບສິນຄ້າເຄື່ອງໃຊ້ໄຟຟ້າ ແລະອີເລັກໂຕຣນິກໄດ້ສົ່ງອອກສູ່ຕະຫຼາດອາຊຽນ ແລະຕາເວັນອອກກາງກວມ 63,20% ໃນນັ້ນ ສປປ ລາວ ມີການນໍາເຂົ້າຈາກໄທເປັນຫຼັກສະເລ່ຍ 60% ຊຶ່ງປະກອບມີວົງຈອນພິມ, ອຸປະກອນສື່ສານໄຮ້ສາຍ, ໂທລະພາບ ແລະເຄື່ອງປັບອາກາດ. 

   ຢ່າງໃດກໍດີ ງານ Bangkok RHVAC 2019 ແລະBangkok E&E 2019 ຖືວ່າມີການເຕີບໃຫຍ່ຢ່າງຕໍ່ເນື່ອງຈາກປີທໍາອິດທີ່ມີເນື້ອທີ່ເປີດງານພຽງແຕ່ 19 ພັນຕາລາງແມັດແຕ່ໃນປີນີ້ມີເນື້ອທີ່ຈັດງານເຖິງ 23 ພັນຕາລາງແມັດ ແລະຄິດວ່າຈະມີຜູ້ປະກອບການເຂົ້າຮ່ວມທັງໝົດ 400 ບໍລິສັດ, ມີ 1.000 ຫ້ອງວາງສະແດງໃນນີ້ສິນຄ້າຂອງລາວຈະມີ 10 ຫ້ອງ ແລະມີຄົນເຂົ້າຮ່ວມຊົມບໍ່ຕ່ຳກວ່າ 14 ພັນຄົນ ຈາກທົ່ວໂລກ. ທັງນີ້ກໍເພື່ອເຊີນຊວນຜູ້ປະກອບການຂອງ ສປປ ລາວ ເຂົ້າຮ່ວມເພື່ອເປັນຊ່ອງທາງໃນການເຮັດທຸລະກິດ ແລະພົບປະຜູ້ຜະລິດສິນຄ້າໃນລາຄາໂຮງງານໂດຍກົງ.