ລັດຖະບານອະນຸມັດເຄື່ອງຊ່ວຍນໍ້າຖ້ວມເມືອງນານດ້ານອຸຕຸ ແລະເຕືອນລະວັງພະຍຸ

 ຍອດສະຫຼຸບຜົນເສຍຫາຍເບື້ອງຕົ້ນເຫດນໍ້າຖ້ວມຢູ່ 8 ບ້ານ ບ້ານເມືອງນານ ແຂວງຫຼວງພະບາງ ຮອດວັນທີ 1 ສິງຫາມີປະມານ 6,7 ຕື້ກີບ ຂະນະທີ່ການຊ່ວຍ ເຫຼືອຈາກສັງຄົມທະລຸແລ້ວກວ່າ 100 ລ້ານກີບ ສ່ວນລັດຖະບານໄດ້ອະນຸມັດເຄື່ອງຊ່ວຍເຫຼືອສຸກເສີນດ້ານອຸຕຸເຕືອນ 4-5 ສິງຫາ ລະວັງພະຍຸ.

  ດັ່ງທີ່ຂ່າວໄດ້ນຳໄປກ່ອນໜ້ານີ້ໃນວັນທີ 30 ກໍລະກົດ ໄດ້ມີຝົນຕົກໜັກຫຼາຍຊົ່ວໂມງຕິດຕໍ່ກັນເຮັດໃຫ້ນໍ້ານານຍຶ່ງຂຶ້ນ ແລະໄຫຼຖ້ວມເຮືອນ,ເນື້ອທີ່ການຜະລິດ ແລະ ສັດລ້ຽງຂອງປະຊາຊົນຈຳນວນ 8 ບ້ານ ເມືອງນານ ແຂວງຫຼວງພະບາງຄື: ບ້ານນາຝາຍ, ນາເລົາ, ປ່າໄຜ, ສີບຸນເຮືອງ, ສີມຸງຄຸນ, ໂພນຫີນ, ນາເຄີນແລະບ້ານທາດ, ມີຜູ້ຖືກຜົນກະ ທົບທັງໝົດ 338 ຄອບຄົວ ພົນລະເມືອງ 1.722 ຄົນ, ຍິງ 885 ຄົນ ໃນນັ້ນ, ກະທົບຫຼາຍກວ່າໝູ່ແມ່ນບ້ານສີບຸນເຮືອງມີ 157 ຄອບ ຄົວພົນລະເມືອງ 842 ຄົນ, ຍິງ 455 ຄົນ.

  ຜ່ານການເກັບກຳຂໍ້ມູນເສຍຫາຍໃນເບື້ອງຕົ້ນມີທັງໝົດ 6,7 ຕື້ກີບ, ສິ່ງທີ່ເສຍຫາຍສ່ວນໃຫຍ່ແມ່ນເຄື່ອງໃຊ້ຄົວເຮືອນ, ເຄື່ອງນຸ່ງຫົ່ມ ແລະເຄື່ອງນອນລວມມູນ ຄ່າເກືອບ 2 ຕື້ກີບ, ຂົງເຂດກະສິກຳລວມມູນຄ່າເສຍຫາຍ 4 ຕື້ກວ່າກີບ, ຂົງເຂດພະລັງງານ ແລະບໍ່ແຮ່ 10 ລ້ານກີບ ແລະມີຂົງເຂດສຶກສາຕື່ມອີກ.

  ໃນວັນທີ 1 ສິງຫາ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ກໍໄດ້ລົງຢ້ຽມຢາມຜູ້ຖືກກະທົບພ້ອມໄດ້ມີຄຳເຫັນຊີ້ນຳໂດຍເນັ້ນໃຫ້ອົງການປົກຄອງເມືອງເປັນເຈົ້າການສືບຕໍ່ຕິດຕາມກວດກາ ແລະຟື້ນຟູຄືນຄອບຄົວທີ່ຖືກຜົນກະທົບໃຫ້ກັບສູ່ສະພາບປົກກະຕິໂດຍໄວ, ສືບຕໍ່ກວດກາຄືນບັນດາສິ່ງປຸກສ້າງ, ວຽກງານກະສິ ກຳໂດຍສະເພາະແມ່ນຊົນລະປະທານ, ເນື້ອທີ່ການຜະລິດ ແລະ ລະບົບພື້ນຖານໂຄງລ່າງ.

 ໂອກາດນີ້ທ່ານຍັງໄດ້ນຳເອົາເຄື່ອງອຸປະໂພກ ແລະບໍລິໂພກໃຫ້ປະຊາຊົນທີ່ຖືກຜົນກະທົບລວມມູນຄ່າ 50 ລ້ານກວ່າກີບມາຮອດປະຈຸບັນໄດ້ມີຫຼາຍພາກສ່ວນໄດ້ໃຫ້ການຊ່ວຍແລ້ວຫຼາຍກວ່າ 100 ລ້ານກີບ ແລະຈະມີຫຼາຍພາກສ່ວນໃຫ້ການຊ່ວຍເຫຼືອຕື່ມອີກ.

 ແນວໃດກໍດີມື້ຕໍ່ມາລັດຖະບານກໍຄືກະຊວງແຮງງານ ແລະສະຫວັດດີການສັງຄົມໄດ້ອອກຂໍ້ຕົກລົງວ່າດ້ວຍການອະນຸມັດເຄື່ອງອຸປະໂພກ ແລະບໍລິໂພກເພື່ອຊ່ວຍເຫຼືອປະຊາຊົນຜູ້ໄດ້ຮັບຜົນກະທົບດັ່ງກ່າວປະກອບມີເຂົ້າກິນ 50 ໂຕນ; ເຄື່ອງນຸ່ງຫົ່ມ20 ແກັດ, ເຄື່ອງມືສອງ 50 ຖົງ ນອກນັ້ນຍັງມີເຄື່ອງໃຊ້ຄົວເຮືອນ, ເຄືີ່ອງນອນ ຕະຫຼອດຮອດອາຫານການກິນຕ່າງໆ.

  ໃນວັນດຽວກັນດ້ານກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ອອກແຈ້ງເຕືອນປະຊາຊົນກ່ຽວກັບພະຍຸໝຸນເຂດຮ້ອນວິພາທີ່ຈະເຄືີ່ອນເຂົ້າຜ່ານພາກເໜືອຫາພາກກາງ ຂອງລາວໃນວັນທີ 4-5 ສີງຫານີ້ ຊຶ່ງອາດຈະເຮັດໃຫ້ຝົນຕົກໃນລະດັບຄ່ອຍຫາກາງເປັນບໍລິເວນກວ້າງ ແລະຝົນຕົກໜັກເກີດນໍ້າຖ້ວມຊຸຢູ່ບາງທ້ອງຖິ່ນແຂວງພາກເໜືອກາງ ແລະພາກໃຕ້.

 ຂະນະທີ່ໃນວັນທີ 3 ສິງຫາຜ່ານມາ ທີ່ເຂດບ້ານພູນໃໝ່ ເມືອງວຽງໄຊ ແຂວງຫົວພັນ ມີລາຍງານມາວ່າສືບເນື່ອງຈາກຝົນຕົກໜັກເກີດມີນໍ້າປ່າໄຫຼຊຸຢ່າງຮຸນແຮງເຮັດໃຫ້ພື້ນທີ່ທຳການຜະລິດຂອງປະຊາຊົນ ແລະເສັ້ນທາງຈຳນວນໜຶ່ງໄດ້ຮັບຄວາມເສຍຫາຍ.

----------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ