ເປີດເປັນທາງການງານວາງສະແດງຜະລິດຕະພັນໄມ້ລາວມີ 74 ຫົວໝ່ວຍທຸລະກິດເຂົ້າຮ່ວມ

      ເປີດເປັນທາງການແລ້ວງານວາງສະແດງຜະລິຕະພັນ (ເຟີນີເຈີ) ໄມ້ລາວຄັ້ງທີ 5 ປະຈຳປີ 2019 ໃນວັນທີ 14 ມັງກອນ2019 ຊຶ່ງມີ 74 ຫົວໜ່ວຍທຸລະກິດເຂົ້າຮ່ວມ ແລະ ຫ້ອງຂາຍ 177 ຫ້ອງທີ່ນຳເອົາຜະລິດຕະພັນຫຼາກຫຼາຍລາຍການມາຈາກທັງພາຍໃນ ແລະຕ່າງປະເທດໂດຍຄາດວ່າໃນງານຄັ້ງນີ້ຈະມີການຊື້-ຂາຍໄດ້ປະມານ70% ຕົກເປັນມູນຄ້າປະມານ 14 ຕື້ກີບ ຈາກສິນຄ້າລວມທັງໝົດ 20 ຕື້ກີບ.

ທ່ານ ກອງມາລາ ພົມມາໄລ ຮອງປະທານ ສະມາຄົມເຟີນີເຈີລາວ

ທັງເປັນຄະນະຈັດງານກ່າວວ່າ: ງານ ວາງສະແດງຜະລິດຕະພັນເຟີນີເຈີໄມ້ ລາວຖືກຈັດຂຶ້ນທຸກປີ ແລະປີນີ້ເປັນຄັ້ງທີ 5 ຈຸດປະສົງເປົ້າໝາຍເພື່ອເປັນການ ຈັດຕັ້ງປະຕິບັດ ແລະຜັນຂະຫຍາຍຕາມ ເນື້ອໃນຈິດໃຈຂອງຂັ້ນເທິງວາງອອກ ໃຫ້ປາກົດຜົນເປັນຈິງເທື່ອລະກ້າວ, ເພື່ອຜັນຂະຫຍາຍຕາມເນື້ອໃນຂອງແຈ້ງ ການເລກທີ 15/ນຍ ໃຫ້ປາກົດຜົນເປັນ              ຈິງເພື່ອເປັນການອະນຸລັກຮັກສາປ່າ ໄມ້ການນຳໃຊ້ໄມ້ໃຫ້ເກີດປະໂຫຍດສູງ ສຸດ ແລະມີໄມ້ໄວ້ໃຊ້ແບບຢືນຍົງ ໂດຍ ການປຸ່ງແຕ່ງໃຫ້ຜະລິດຕະພັນສຳເລັດ ຈາກໄມ້, ຫວາຍ ແລະໄມ້ປ່ອງໃຫ້ມີຫຼາຍ ຜະລິດຕະພັນຕາມທີ່ສັງຄົມມີຄວາມ ຕ້ອງການ ແລະເປັນທີ່ນິຍົມກັນຢູ່ດ້ວຍ ການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະທັງເປັນການສ້າງມູນຄ່າເພີ່ມໃຫ້                              ກັບຜະລິດຕະພັນເຟີນີເຈີໄມ້ລາວໃຫ້ກາຍ ເປັນສິນຄ້າຄຸນນະພາບ ແລະລາຄາຕົງ ຕາມຄວາມຕ້ອງການລູກຄ້າ ແລະຕະ ຫຼາດທີ່ເຮັດໃຫ້ການສົ່ງອອກຕ່າງປະ ເທດໄດ້ ແລະເປັນການສ້າງວຽກເຮັດ ງານທຳໃຫ້ກັບປະຊາຊົນບັນດາເຜົ່າ.

ນອກຈາກນີ້  ງານວາງສະແດງຍັງມີ ການສົ່ງເສີມ ແລະສ້າງຄວາມເຂັ້ມແຂງ ໃຫ້ກັບສີໄມ້ລາຍມືຂອງຄົນລາວເຮົາ ໄດ້ມີການແລກປ່ຽນບົດຮຽນດ້ວຍກັນ ໂດຍສະເພາະຫົວໜ່ວຍ ທຸລະກິດເຟີນີເຈີໄດ້ ມີການຂະຫຍາຍຕົວສາມາດເຂົ້າສູ່ຕະ ຫຼາດພາກພື້ນ ແລະສາກົນໃນອະນາຄົດ.

ທ່ານ ກອງມາລາ ພົມມາໄລ ໃຫ້ຮູ້ ຕື່ມວ່າ:  ສຳລັບງານປີນີ້ຖືວ່າຄຶກຄື້ນດີ ໂດຍມີຫົວໜ່ວຍທຸລະກິດເຂົ້າຮ່ວມວາງ ສະແດງທັງໝົດ 177 ຫ້ອງ ມາຈາກ 74 ຫົວໜ່ວຍທຸລະກິດທົ່ວປະທດ ແລະ ປະເທດໄທຈຳນວນ 5 ຫົວໜ່ວຍ ຊຶ່ງ ຄາດຄະເນຈະມີມູນຄ່າການຊື້-ຂາຍ ລວມ 9 ວັນ ມູນຄ່າການຈໍລະຈອນຊື້-ຂາຍສິນຄ້າລວມທັງໝົດໃນງານປະມານ 20 ຕື້ກີບ ແລະຄາດວ່າການຊື້-ຂາຍໄດ້ ປະມານ  70%  ຕົກເປັນມູນຄ່າຢູ່ປະ ມານ 14 ຕື້ກີບ ແລະຄາດວ່າມີຜູ້ຄົນມາ ທ່ຽວຊົມເລືອກຊື້ພາຍໃນ 9 ວັນ 2 ແສນ ຄົນ ແລະພາຍໃນງານກໍຈະມີກິດຈະກຳສີສັນຄຶກຄື້ນມ່ວນຊື່ນເຊັ່ນຄອນເສີດລາວ-ໄທ  ແລະງານແຂ່ງຂັນຮ້ອງເພງນຳອີກ.

   ໂດຍງານຄັ້ງນີ້ຈັດຂຶ້ນຢູ່ສູນການຄ້າລາວ-ໄອເຕັກ ຊຶ່ງໃຫ້ກຽດເຂົ້າຮ່ວມມີທ່ານ ພັນທອງ ພິດທຸມມາ ຮອງລັດຖະມົນ ຕີກະຊວງອຸດສາຫະ ກຳ ແລະ ການຄ້າ ທ່ານ ຄຳໄພ ສົມຊະນະ ປະທານສະມາຄົມເຟີນີເຈີລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.