ບໍລິຄຳໄຊ ມີແຮງງານຕ່າງປະເທດຂື້ນທະບຽນແລ້ວ 4 ພັນກວ່າຄົນ

 ຄຳສັ່ງ 62/ນຍ, ແມ່ນໜຶ່ງໃນແຜນປະຕິບັດງານທີ່ຊ່ວຍໃຫ້ແຂວງບໍລິຄຳໄຊ ສາມາດຈັດລະບຽບແຮງງານຕ່າງປະເທດໃຫ້ເຂົ້າສູ່ລະບຽບຮຽບ ຮ້ອຍທາງສັງຄົມ, ພ້ອມທັງເຮັດໃຫ້ປາກົດການຫຍໍ້ທໍ້ຕ່າງໆຢູ່ພາຍໃນແຂວງຫຼຸດລົງໂດຍມາຮອດປະຈຸບັນແຂວງດັ່ງກ່າວສາມາດຂຶ້ນທະບຽນແຮງງານຕ່າງປະເທດໄດ້ແລ້ວ 4 ພັນກວ່າຄົນ.

  ທ່ານ ບຸນມາ ບຸຈະເລີນຮອງເຈົ້າແຂວງບໍລິຄຳໄຊ ລາຍງານໃຫ້ຮູ້ວ່າ: ສະພາບກ່ອນປະຕິບັດຄຳສັ່ງ 62/ ນຍ ລົງວັນທີ 13 ພະຈິກ 2015 ເຫັນວ່າຄົນຕ່າງປະເທດມີຈໍານວນຫຼາຍທີ່ການເຄື່ອນໄຫວຢ່າງເສລີບໍ່ມີການຈັດຕັ້ງຄຸ້ມຄອງ; ປາກົດການສວຍໃຊ້ເຂົ້າມາເພື່ອການທ່ອງ ທ່ຽວ ແລະ ອື່ນໆແຕ່ພັດລັກລອບປະກອບການເຄື່ອນໄຫວດ້ານທຸລະກິດ; ການຈັດຕັ້ງ, ເຈົ້າໜ້າທີ່ບໍ່ສາມາດກວດກາ ແລະ ຄຸ້ມຄອງໄດ້, ແຮງງານດັ່ງກ່າວໄດ້ໄປເຄື່ອນໄຫວຢ່າງຊະຊາຍຢູ່ໃນທຸກບໍລິເວນ; ບໍ່ສາມາດຮູ້ໄດ້ວ່າຜູ້ໃດ, ບຸກຄົນໃດເຄື່ອນໄຫວທຳທຸລະກິດຖືກຕ້ອງໄດ້ຮັບ ອະນຸຍາດຈາກເຈົ້າໜ້າທີ່ກ່ຽວຂ້ອງ ແລະ ຜູ້ໄດ້ເຄື່ອນໄຫວບໍ່ຖືກຕ້ອງດ້ານທຸລະກິດບໍ່ໄດ້ຮັບອະນຸຍາດ; ອັນສຳຄັນແມ່ນແຮງງານດັ່ງກ່າວເຂົ້າ ມາແລ້ວກໍ່ບັນດາເຫດການປະກົດການຫຍໍ້ທໍ້ຕ່າງໆເຊັ່ນ: ເສບ, ຄ້າສິ່ງເສບຕິດ, ປຸ້ນຈີ້, ຄາດຕະກຳ, ອາລະວາດຕີກັນ, ຂີ້ລັກ, ງັດແງະ; ລັດບໍ່ສາມາດເກັບພັນທະອາກອນທຸລະກິດນຳພວກດັ່ງກ່າວ.

  ພາຍຫຼັງປະຕິບັດຄຳສັ່ງ 62/ນຍ ເຫັນວ່າຢູ່ແຂວງມີແຮງງານຕ່າງປະເທດເຂົ້າມາເຄື່ອນໄຫວທັງໝົດ 4.126 ຄົນ, ຍິງ 477 ຄົນ ຊຶ່ງລວມມີ 25 ສັນຊາດ, ໃນຈຳນວນແຮງງານດັ່ງກ່າວມີກໍລະນີມາເຄື່ອນໄຫວອອກແຮງງານມີເອກະສານ ຖືກຕ້ອງ 2.316 ຄົນ ເປັນຍິງ 115 ຄົນ, ເຄື່ອນໄຫວບໍ່ມີເອກະສານຖືກຕ້ອງ 1.810 ຄົນ, ຍິງ 362 ຄົນ,ພາຍຫຼັງກວດກາຂຶ້ນກັບບັນຊີແລ້ວຕໍ່ເປົ້າໝາຍບໍ່ຖືກຕ້ອງໄດ້ແກ້ໄຂຄື: ປັບສະຖານະພາບແຮງງານ 1.021 ຄົນ ຍິງ 116 ຄົນ, ສຳລະສະສາງ 739 ຄົນ ຍິງ 241 ຄົນ ແລະກັບຄືນປະເທດ 50 ຄົນ.

  ທ່ານ ບຸນມາ ບຸຈະເລີນ ໃຫ້ຮູ້ອີກວ່າ: ເພື່ອເປັນການຫັນເອົາການເຄື່ອນໄຫວຂອງແຮງງານດັ່ງກ່າວເຂົ້າສູ່ລະບຽບການຕາມກົດໝາຍກຳ ນົດ, ດຳເນີນທຸລະກິດ, ອອກແຮງງານຖືກຕ້ອງ, ມີຫົວໜ່ວຍທຸລະກິດຮອງຮັບ, ມີຜູ້ຄຸ້ມຄອງນຳໃຊ້ແຮງງານ ແລະ ສາມາດປະກອບພັນທະ ອາກອນຢ່າງຖືກຕ້ອງຄົບຖ້ວນ, ທັງເປັນການປັບຄວາມເປັນລະບຽບຮຽບຮ້ອຍກ່ຽວກັບການຄຸ້ມຄອງສັງຄົມເຮັດໃຫ້ປາກົດການຫຍໍ້ທໍ້ຕ່າງໆໄດ້ຫຼຸດລົງ, ດັ່ງນັ້ນແຂວງຈະເຂັ້ມງວດໃນການປະຕິບັດຕາມນິຕິກຳຄຳສັ່ງ 62/ນຍ, ພ້ອມດຽວກັນນັ້ນເປົ້າໝາຍໃດຖືກປັບສະຖານະພາບ ຕ້ອງບັງຄັບໃຊ້ຢ່າງເດັດຂາດ, ເປົ້າໝາຍທີ່ບໍ່ສາມາດປັບສະຖານະພາບໄດ້ຕ້ອງເຂັ້ມງວດຊຳລະສະສາງໃຫ້ໝົດເພື່ອຄວາມເປັນລະບຽບຮຽບ ຮ້ອຍໃນສັງຄົມ.