ລັດຢຶນຢັນ ເຂື່ອນໄຊຍະບໍ່ມີສ່ວນເຮັດໃຫ້ນໍ້າຂອງບົກແຫ້ງຜິດປົກກະຕິໃນຮອບຫຼາຍສີບປີ

 ຈາກສະພາບທີ່ນ້ຳຂອງບົກແຫ້ງຜິດປົກກະຕິໃນເດືອນກ່ອນໄດ້ກາຍເປັນຫາງສຽງວິພາກວິຈານຢ່າງແພ່ຫຼາຍໃນສັງຄົມໂດຍສະເພາະແມ່ນສື່ສັງຄົມອອນລາຍວ່າສາເຫດເປັນຍ້ອນເຂື່ອນໄຟຟ້ານ້ຳຂອງໄຊຍະບູລີກັກເກັບນ້ຳໄວ້ຕໍ່ບັນຫາດັ່ງກ່າວລັດຖະບານກໍຄືພາກສ່ວນທີ່ກ່ຽວຂ້ອງໄດ້ອອກມາຢືນຢັນແລ້ວວ່າເຂື່ອນໄຊຍະບູລີບໍ່ມີສ່ວນຮ່ວມກັບການບົກແຫ້ງຂອງນ້ຳຂອງຜິດປົກກະຕິໃນຮອບຫຼາຍສິບປີເທື່ອນີ້ແຕ່ຢ່າງໃດຊຶ່ງບັນຫາໄພແຫ້ງແລ້ງຝົນມາຊ້າຄືຕົ້ນເຫດ.

 ທ່ານ ສົມພິດ ແກ້ວວິຈິດ ຫົວໜ້າກົມທຸລະກິດພະລັງງານກະຊວງພະລັງງານ ແລະບໍ່ແຮ່ໄດ້ຊີ້ແຈງບັນຫາດັ່ງກ່າວຕໍ່ສື່ມວນຊົນໃນວັນທີ 1 ສິງຫາຜ່ານມາວ່າ: ການບົກແຫ້ງຂອງນ້ຳຂອງຜິດປົກກະຕິໃນຮອບຫຼາຍສິບປີໃນເດືອນຜ່ານມານີ້ແມ່ນບໍ່ມີສ່ວນຮ່ວມກັບເຂື່ອນໄຟຟ້ານ້ຳຂອງໄຊຍະບູລີເນື່ອງຈາກວ່າເຂື່ອນດັ່ງ ກ່າວໄດ້ມີການກັກເກັບນ້ຳມາແຕ່ເດືອນສິງຫາ ແລະຮອດທ້າຍປີ 2018 ນ້ຳກໍຢູ່ໃນລະດັບທີ່ເຂື່ອນກຳນົດໄວ້ຊຶ່ງໃຊ້ເວລາພຽງ 4 ເດືອນ, ໂດຍນັບແຕ່ຕົ້ນປີ 2019 ເປັນຕົ້ນມານ້ຳທີ່ໄຫຼເຂົ້າມາເຂື່ອນເທົ່າໃດແມ່ນຈະໄຫຼລົງສູ່ກ້ອງເຂື່ອນຈຳນວນເທົ່ານັ້ນຄືກັບຕອນບໍ່ທັນມີເຂື່ອນ, ການທີ່ນ້ຳຂອງບົກແຫ້ງຜິດປົກກະ ຕິແມ່ນອາດເປັນຍ້ອນປາກົດການຂອງທຳມະຊາດເນື່ອງຈາກປີນີ້ຝົນມາຊ້າກວ່າທຸກໆປີ ແລະນ້ຳສາຍອື່ນໆກໍມີການບົກແຫ້ງເຊັ່ນກັນ.

 ແນວໃດກໍດີ ທ່ານ ສົມພິດ ແກ້ວວິຈິດ ກ່າວຢ້ຳຕື່ມວ່າ: ເຂື່ອນໄຟຟ້ານ້ຳຂອງໄຊຍະບູລີແມ່ນຈະປະກອບສ່ວນຢ່າງຫຼວງຫຼາຍຕໍ່ການພັດທະນາເສດຖະກິດ ຂອງປະເທດນອກນັ້ນປະຊາຊົນຜູ້ທີ່ຢູ່ໃກ້ໂຄງການຍັງໄດ້ຮັບຜົນປະໂຫຍດຫຼາຍຢ່າງເປັນຕົ້ນມີຖະໜົນຫົນທາງ, ການໄປ-ມາສະດວກສະບາຍ, ເຮັດໃຫ້ການຜະລິດຂອງທຸກຖິ່ນມີການຂະຫຍາຍຕົວຫຼາຍຂຶ້ນພ້ອມດຽວກັນນັ້ນຍັງສ້າງລາຍຮັບໃຫ້ແກ່ລັດຖະບານຕະຫຼອດການສຳປະທານ 29 ປີ ປະມານ 135 ລ້ານໂດລາຕໍ່ປີເຫັນວ່າເຂື່ອນດັ່ງກ່າວມີຜົນໄດ້ຫຼາຍກວ່າຜົນເສຍ.

 ເຂື່ອນໄຟຟ້ານ້ຳຂອງໄຊຍະບູລີເປັນເຂື່ອນຂະໜາດໃຫຍ່ມີກຳລັງຕິດຕັ້ງທັງໝົດ 1.285 ເມກາວັດ, ການຜະລິດກະແສໄຟຟ້າສະເລ່ຍ 7.370 ຈີກາວັດໂມງຕໍ່ປີ, ປະກອບມີຈັກປັ່ນໄຟຟ້າ 8 ໜ່ວຍ, ຄວາມສູງຂອງເຂື່ອນ 28,5 ແມັດ, ຍາວ 820 ແມັດ, ລະດັບນ້ຳສູງສຸດໜ້າເຂື່ອນ 275 ແມັດ (ເທິງລະດັບໜ້ານ້ຳທະເລປານກາງ), ລະດັບນ້ຳຕໍ່າສຸດທ້າຍເຂື່ອນ 246,5 ແມັດ, ມີຊ່ອງທາງສັນຈອນຂຶ້ນ-ລົງຂອງເຮືອຜ່ານເຂື່ອນ, ປະຕູລະບາຍນ້ຳລົ້ນ 11 ປ່ອງ ແລະ ມີລະບົບທາງປາຜ່ານຂຶ້ນ-ລົງຊຶ່ງປະຈຸບັນ ເຂື່ອນດັ່ງກ່າວແມ່ນມີຄວາມຄືບໜ້າແລ້ວ 99% ຄາດດຳເນີນການຜະລິດຢ່າງເປັນທາງການໃນເດືອນຕຸລາ 2019 ນີ້.

------------------

ໜັງສືພິມເສດຖະກິດ-ສັງຄົມ