ທ່ຽວຊົມໜອງສາມານ ແຫຼ່ງທ່ອງທ່ຽວ ຂອງເມືອງປາກຊັນ

   ປະຈຸບັນນີ້ ແຂວງບໍລິຄໍາໄຊ ມີຫຼາຍສິ່ງສາມາດອໍານວຍຄວາມສະດວກເປັນຕົ້ນຖະໜົນຫົນທາງຊ່ວຍເຮັດໃຫ້ຜູ້ຄົນທີ່ເດີນທາງໄປມາໄດ້ສໍາຜັດກັບທໍາມະຊາດ, ນໍ້າຕົກຕາດທີ່ສາມາດສ້າງຄວາມປະທັບໃຈແກ່ນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດເປັນຈໍານວນບໍ່ໜ້ອຍ,ບໍ່ວ່າຈະເປັນແຫຼ່ງທ່ອງທ່ຽວທີ່ສ້າງຂຶ້ນມາເອງ ຫຼື ທຳມະຊາດ ສ້າງມາ. ໂດຍເຮົາຈະສາມາດສໍາຜັດກັບສິ່ງໃໝ່ໆ ແລະທໍາມະຊາດ ອັນໂດດເດັ່ນ ແລະສວຍສົດງົດ ງາມເພື່ອຜ່ອນຄາຍສະບາຍໃຈ.ດັ່ງດານຫີນໜອງສາມານຖືເປັນ ແຫຼ່ງທ່ອງທ່ຽວທາງທໍາມະຊາດ ທີ່ງົດງາມອີກແຫ່ງໜຶ່ງຂອງແຂວງບໍລິຄໍາໄຊທີ່ມີອາກາດສົດຊື່ນເໝາະແກ່ການພັກຜ່ອນຢ່ອນໃຈໃນຍາມວັນພັກໂດຍການໄປນັ່ງຊົມວິວສູບ ເອົາອາກາດສົດໆ ແລະກິ່ນຫອມຂອງອາຍທໍາມະຊາດ, ຟັງສຽງນົກໜູປູປີກ,ຊຸມແຊວກິນເຂົ້າປ່າສາມັກ ຄີກັບຄອບຄົວ,ໝູ່ຄູ່ດ້ວຍຄວາມສຳ  ລານໃຈ.

ພະລານຫີນ ຫຼື ດານຫີນໜອງ ສາມານມີຂະໜາດກວ້າງແຕ່ 100-150  ແມັດ ແລະຍາວນັບເປັນກິໂລ ແມັດເຊື່ອມຕໍ່ກັນ.ຢູ່ບໍລິເວນດັ່ງກ່າວຍັງມີພູກອງເຂົ້າເປັນກໍາແພງ ຫີນທີ່ມີຄວາມສູງຊັນປະມານ 20-25  ແມັດ  ແລະຍາວປະມານ 200 ແມັດ ອ້ອມຮອບໄປດ້ວຍດານຫີນ ແລະອຸດົມສົມບູນໄປດ້ວຍປ່າໄມ້ ນາໆຊະນິດດັ່ງຕົ້ນຈັນໄດແລດອກ ໄມ້ພືດພັນຖືກປະດັບເອ້ຢ້ອງທົ່ວບໍລິເວນແຫ່ງນີ້ອັນໄດ້ເພີ່ມສີສັນຄວາມງົດງາມຂຶ້ນຕື່ມເໝາະສໍາລັບ ທ່ານໃດທີ່ຢາກມາພັກຜ່ອນທ່ຽວ ຊົມທິວທັດທໍາມະຊາດຟັງສຽງນໍ້າ ຕົກຕາດຊ້າງທີ່ໄຫຼລົງມາໃສ່ຕີນຜາ ຍິນແລ້ວໜ້າອອນຊອນ. ດານຫີນ ໜອງສາມານ,ນອກຈາກຈະສ້າງ ຄວາມປະທັບໃຈທາງດ້ານທິວທັດ ທໍາມະຊາດແລ້ວ,ຍັງມີຫຼາຍສິ່ງ ຫຼາຍຢ່າງສ້າງຄວາມສົນໃຈໃຫ້ຜູ້ ມາທ່ຽວທັງພາຍໃນ ແລະຕ່າງປະ ເທດເພື່ອຈະນໍາໄປສຶກສາຄົ້ນຄວ້າຕາມຮ່ອງຮອຍປະຫວັດສາດ ທີ່ຕິດ ພັນກ່ຽວຂ້ອງກັບນິທານພື້ນເມືອງ ລາວຊຽງໝ້ຽງ ທີ່ໄດ້ຫຼົງເຫຼືອປະໄວ້ ໃຫ້ຄົນຮຸ່ນຫຼັງໄດ້ເບິ່ງ, ໄດ້ຊົມເຊັ່ນ:ຮອຍຕີນຊ້າງ, ຮອຍຕີນຊຽງໝ້ຽງ ທັງເປັນສະຖານທີ່ອັນສັກສິດຂອງ ປະຊາຊົນບ້ານໜອງສາມານອີກ ດ້ວຍ.

ດານຫີນໜອງສາມານຕັ້ງຢູ່ເຂດບ້ານໜອງສາມານ ເມືອງ ປາກຊັນ ແຂວງບໍລິຄໍາໄຊຫ່າງຈາກຕົວເມືອງໄປຕາມເສັ້ນທາງ ເລກທີ 13 ໃຕ້ ປະມານ 26 ກິໂລແມັດ ແລ້ວລ້ຽວຊ້າຍ ເຂົ້າໄປປະ ມານ 4 ກິໂລແມັດກໍຈະເຫັນດານຫີນທີ່ກວ້າງ ແລະຍາວຢຽດລຽບ ໄປຕາມແຄມທາງເບື້ອງຊ້າຍມື.

ພາບ  ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ