ສີເມືອງກຣຸບ ມອບເງິນ 2,46 ຕື້ກີບ ຊຸກຍູ້ສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ

     ໃນວັນທີ 8 ມັງກອນ 2019 ທີ່ກະຊວງປ້ອງກັນປະເທດບໍລິສັດສີເມືອງ ກຣຸບ ຈຳກັດ ໄດ້ມອບເງິນຈຳນວນ 2,90 ແສນໂດລາ ປະມານ 2,46 ຕື້ກີບ ຊຸກຍູ້ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 70 ປີ, ເພື່ອເປັນການປະກອບສ່ວນໃຫ້ວັນທີ່ມີຄວາມໝາຍຂອງຊາດໃຫ້ມີການສະເຫຼີມສະຫຼອງຢ່າງຄຶກຄື້ນມ່ວນຊື່ນ ແລະ ສົມກຽດສັກສີຂອງກອງທັບປະຊາຊົນລາວຊຶ່ງມອບໂດຍ ທ່ານ ເອກະພັນ ພະພິທັກ ປະ ທານສະພາບໍລິຫານ ບໍລິສັດ ສີເມືອງກຣຸບ ຈຳກັດ ແລະ ໃຫ້ກຽດຮັບໂດຍທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດໂດຍການເປັນສັກຂີພິຍານຂອງການນຳຂັ້ນສູງຂອງກະຊວງປ້ອງກັນປະເທດ ແລະ ຜູ້ບໍລິຫານລະດັບສູງ ບໍລິສັດສີ ເມືອງກຣຸບ.

  ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຕີລາຄາສູງ ແລະສະແດງຄວາມຂອບໃຈໃນການປະກອບສ່ວນຂອງບໍລິສັດສີເມືອງກຣຸບ ຈຳ ກັດ ທີ່ມີສ່ວນຮ່ວມໃນການຊຸກຍູ້ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ໃນຄັ້ງນີ້ ແລະ ໄດ້ອວຍພອນໃຫ້ທຸລະກິດຂອງບໍລິສັດ ສີ ເມືອງກຣຸບ ຈົ່ງປະສົບຜົນສຳເລັດເປັນສ່ວນປະກອບທີ່ສຳຄັນໃນການປະກອບສ່ວນສ້າງສາພັດທະນາປະເທດໃຫ້ມີຄວາມຮຸ່ງເຮືອງສີວິໄລ.