ທພລ ຈັບມືກັບກີວີ ເພື່ອຂັບເຄື່ອນທຸລະກິດລາວ-ຈີນ

 ທະນາຄານພັດທະນາລາວ (ທພລ) ເປັນທະນາຄານທຸລະກິດລັດທີ່ໄດ້ດຳເນີນທຸລະກຳການເງິນມາເກືອບ 20 ປີ ຊຶ່ງໄດ້ປະກອບສ່ວນໃນການພັດທະນາຊາດ, ພັດ ທະນາທຸລະກິດຂອງຜູ້ປະກອບການ ແລະຄອບຄົວໃຫ້ມີຊີວິດການເປັນຢູ່ດີຂຶ້ນເລື້ອຍໆ; ດ້ວຍເຫດນັ້ນ, ໃນວັນທີ 30 ກໍລະກົດ 2019 ທພລ ແລະບໍລິສັດກີວີຈຳກັດ (KIWI) ຈຶ່ງໄດ້ມີການເຊັນສັນຍາວ່າດ້ວຍການຮ່ວມມືໃນການໃຫ້ບໍລິການຜ່ານລະບົບ Alipay ແລະ ໃຫ້ບໍລິການຊຳລະຄ່າວິຊາກັບດ່ານເພື່ອສ້າງເງື່ອນໄຂໃຫ້ຊາວຈີນ ທີ່ນຳໃຊ້ Alipay Application ທີ່ເຂົ້າມາລາວສາມາດຊຳລະສະສາງດ້ວຍການສະແກນ QR code ທີ່ສະໜອງການບໍລິການໂດຍ ທພລ ແລະ ກີວີ.

  ການເຊັນສັນຍາວ່າດ້ວຍການຮ່ວມມືລະຫວ່າງ 2 ພາກສ່ວນໃນຄັ້ງນີ້ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ສຸລິສັກ ທານຸວົງ ວ່າການຫົວໜ້າກົມຄຸ້ມຄອງລະບົບຊຳລະສະສາງທະນາຄານແຫ່ງ ສປປ ລາວ, ທ່ານ ອາຄົມ ປຣະເສີດ ຜູ້ອຳນວຍການໃຫຍ່ ທພລ, ທ່ານສະມິດກີໂຢຣີ ປະທານບໍລິສັດກີວີ ຈຳກັດ ແລະ ພາກ ສ່ວນກ່ຽວຂ້ອງຂອງທັງ 2 ຝ່າຍ.

ຈຸດປະສົງຫຼັກຂອງການເຊັນສັນຍາຄັ້ງນີ້ກໍ່ເພື່ອຮ່ວມກັນສະໜອງລະບົບທີ່ຮັບຮອງການຊຳລະສະສາງໂດຍການນຳໃຊ້ Alipay Applicationຊຶ່ງແມ່ນ Applica tion ທີ່ໃຫຍ່ທີ່ສຸດໃນປະເທດຈີນ, ດ້ວຍການສະແກນ QR code ທີ່ສະໜອງການບໍລິການໂດຍ ທພລ ແລະກີວີ ແລະສະໜອງການບໍລິການຮັບຊຳລະຄ່າວິຊາກັບດ່ານສາກົນຊຶ່ງໃນຂະນະນີ້ຢູ່ລາວມີ 4 ຈຸດທີ່ຮອງຮັບການບໍລິການຮັບຊຳລະຄ່າວິຊາກັບດ່ານຜ່ານເຄື່ອງສະແກນຢູ່ສະໜາມບິນສາກົນວັດໄຕນະຄອນຫຼວງວຽງຈັນ, ດ່ານສາກົນບໍ່ເຕ່ນ ແຂວງຫຼວງນໍ້າທາ, ຂົວມິດຕະພາບລາວ-ໄທ ແຫ່ງທີ 4 ແຂວງບໍ່ແກ້ວ ແລະສະໜາມບິນສາກົນຫຼວງພະບາງ.

  ປະຈຸບັນລູກຄ້າທີ່ເປັນຄົນຈີນແມ່ນສາມາດໃຊ້ບໍລິການຊຳລະຜ່ານ Alipay QR ຂອງຕົວແທນຮ້ານຄ້າ ແລະຊຳລະຄ່າວິຊາກັບດ່ານສາກົນໂດຍເປົ້າໝາຍຕໍ່ບໍລິສັດກີວີກໍ່ເພື່ອເພີ່ມລາຍຮັບ ແລະສ້າງຄວາມສະດວກໃນການຄຸ້ມຄອງລາຍຮັບເປັນການຊ່ວຍສົ່ງເສີມແລະຊຸກຍູ້ການນຳໃຊ້ເງິນກີບ,ຫຼຸດຜ່ອນການນຳເງິນສົດຕາມນະໂຍບາຍຂອງລັດຖະບານ ແລະ ທັງເປັນບາດກ້າວທີ່ດີໃນການພັດທະນາສູ່ທັນສະໄໝ; ສຳລັບເປົ້າໝາຍຕໍ່ ທພລ ແມ່ນສ້າງຄວາມສະດວກໃຫ້ກັບລູກຄ້າ-ຮ້ານຄ້າຕົວແທນໃນການຊຳລະສະສາງ, ເພີ່ມເວລາ ແລະ ເພີ່ມການບໍລິການຮັບຊຳລະສິນຄ້າໃນລະບົບການໃຫ້ການບໍລິການຂອງ ທພລ, ລະດົມການຝາກເງິນຜ່ານການບໍລິການດ້ານນີ້ໃນທະນາຄານໃຫ້ເພີ່ມຫຼາຍຂຶ້ນ.

  ການນຳໃຊ້ຜະລິດຕະພັນດັ່ງກ່າວ, ນອກຈາກໃຫ້ລູກຄ້າໄດ້ມີຫຼາຍທາງເລືອກໃນການຊຳລະ, ມີຫຼາຍເງື່ອນໄຂທີ່ນຳເອົາຄວາມສະດວກມາສູ່ຕົນເອງ ແລະ ທຸລະກິດ ແລ້ວ, ຍັງເປັນການຊ່ວຍໃຫ້ພະນັກງານວິຊາການຂອງ ທພລ ແລະບໍລິສັດກີວີຕື່ມອີກ; ທັງເປັນການນຳເອົາເອົາເຕັກໂນໂລຊີທີ່ທັນສະໄໝເຂົ້າມານຳໃຊ້ໃນການຊຳ ລະສະສາງສຳລັບປະຊາຊົນຈີນທີ່ຈະເດີນທາງເຂົ້າມາ ສປປ ລາວ ແລະຍັງຍັງເປັນຊ່ອງທາງໜຶ່ງທີ່ສາມາດເຊື່ອມຕໍ່ລະຫວ່າງທຸລະກິດຂອງບັນດາຜູ້ປະກອບການໃນ ສປປ ລາວ ກັບປະຊາຊົນຈີນ.

-------------

ຂຽນໂດຍຣັດສະໝີ ດວງສັດຈະ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ