ໄຊສົມບູນໃຊ້ງົບ 25,5 ຕື້ກີບ ສ້າງຫໍຫຼັກເມືອງ ດຽວນີ້ສຳເລັດກາຍເຄິ່ງແລ້ວ

   ກອງປະຊຸມກວດວຽກໂຄງການກໍ່ສ້າງສວນໄຊຊະນະ (ຫໍຫຼັກເມືອງ) ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນວັນທີ 30 ກໍລະກົດ2019 ທີ່ຫ້ອງປະຊຸມພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ແຂວງໄຊສົມບູນ ໂດຍການເປັນປະທານຂອງ ທ່ານ ຕົ່ງມົວ ຊົວໂກ້ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວແຂວງ, ມີບັນດາທ່ານຄະນະກໍາມະການຕິດຕາມກວດກາໂຄງການກໍ່ສ້າງສວນໄຊຊະນະ (ຫໍຫຼັກເມືອງ) ແຂວງໄຊສົມບູນ ແລະບໍລິສັດທີ່ກ່ຽວຂ້ອງເຂົ້າຮ່ວມ.

  ໂອກາດດັ່ງກ່າວ ທ່ານ ແພງຕາ ຣາຊະຈັກ ວິຊາການບໍລິສັດພີເອັມ ສໍາຫຼວດອອກແບບເຄຫາ ແລະ ທີ່ປຶກສາຂອງໂຄງການໄດ້ລາຍງານກ່ຽວກັບຄວາມຄືບໜ້າໂຄງ ການກໍ່ສ້າງຫໍຫຼັກເມືອງ ແຂວງໄຊສົມບູນ. ຊຶ່ງໂຄງການດັ່ງກ່າວແມ່ນໜຶ່ງໃນບັນດາໂຄງການກໍ່ສ້າງທີນອນຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງຊຶ່ງມີໄລຍະໃນການກໍ່ສ້າງ 18 ເດືອນ ແລະໄດ້ເລີ່ມລົງມື້ກໍ່ສ້າງມາແຕ່ເດືອນມັງກອນປີ 2016, ອາຄານດັ່ງກ່າີຂະໜາດ: 31 ແມັດ X 31 ແມັດ, ສູງ 25 ແມັດ, ໂຄງສ້າງປະກອບດ້ວຍເບຕົງເສີມເຫຼັກ, ຫຼັງຄາມຸງດ້ວຍດິນຂໍໂຄງເຫຼັກ 3 ຊັ້ນ, ພື້ນປູກາໂລ, ອາຄານມີລັກສະນະຊົງລາວຕົບແຕ່ງລວດລາຍທັງພາຍໃນ ແລະ ພາຍນອກລວມມູນຄ່າໃນການກໍ່ສ້າງທັງໝົດແມ່ນ 25,5 ຕື້ກີບ, ມາຮອດປະຈຸບັນແມ່ນສໍາເລັດແລ້ວ50,48%.

  ພ້ອມດຽວກັນນັ້ນ, ໃນກອງປະຊຸມບັນດາທ່ານຄະນະກໍາມະການໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນເພື່ອປຶກສາຫາລື ແລະ ແກ້ໄຂບາງບັນຫາທີ່ຍັງຄົງຄ້າງໂດຍສະ ເພາະແມ່ນໄລຍະເວລາໃນການກໍ່ສ້າງ, ການໃຊ້ຈ່າຍງົບປະມານ, ານດັດແກ້ແບບ ແລະ ເຕັກນິກການກໍ່ສ້າງຕ່າງໆ. ທັງນີ້ກໍ່ເພື່ອໃຫ້ທຸກໜ້າວຽກຂອງໂຄງການດັ່ງກ່າວມີຄຸນນະພາບດີ, ຖືກຕ້ອງຕາມເຕັກນິກ-ວິຊາການ,ຮັບປະກັນທາງດ້ານປະສິດຕິພາບ ແລະສອດຄ່ອງຕາມສະພາບຄວາມເປັນຈິງຈາກນັ້ນ, ຄະນະກໍາມະການດັ່ງກ່າວໄດ້ພ້ອມກັນລົງກວດກາຄວາມຄືບໜ້າຂອງໂຄງການຢູ່ພາກສະໜາມຕົວຈິງ.

------------------

ຂຽນໂດຍພາພອນ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ