ມີເກືອບ 600 ບໍລິສັດລົງທືນໃນເຂດເສດຖະກິດທົ່ວປະເທດ ສ້າງວຽກ 8 ພັນກວ່າຕຳແໝ່ງ

  ໃນໄລຍະຜ່ານມາການຈັດຕັ້ງປະຕິບັດວຽກງານສົ່ງເສີມ ແລະຄຸ້ມຄອງການລົງທຶນໃນເຂດເສດຖະກິດເຫັນວ່າໄດ້ມີຜົນສຳເລັດຢ່າງຕໍ່ເນື່ອງ, ກາຍເປັນສ່ວນປະກອບສໍາຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດກໍຄືສ້າງລາຍຮັບ ແລະວຽກເຮັດງານທຳໃຫ້ກັບພໍ່ແມ່ປະ ຊາຊົນໃນຂອບເຂດທົ່ວປະເທດໂດຍເວລານີ້ມີແລ້ວເກືອບ 600 ບໍລິສັດເຂົ້າມາລົງທຶນ ແລະຈົດທະບຽນສ້າງວຽກເຮັດງານທຳໃຫ້ກັບແຮງ ງານ 8,1 ພັນຄົນແຕ່ໃນນັ້ນເຂດສາມຫຼ່ຽມຄຳມີການລົງທຶນຫຼາຍກວ່າໝູ່ 147 ບໍລິສັດຮອງລົງມາແມ່ນບໍ່ເຕ່ນແດນງາມ.

  ຕາມຂໍ້ມູນການເປີດເຜີຍຕໍ່ກອງປະຊຸມສະຫຼຸບວຽກງານຄະນະກໍາມະການສົ່ງເສີມ ແລະຄຸ້ມຄອງການລົງທຶນຂັ້ນສູນກາງ, ຂັ້ນແຂວງ ແລະນະຄອນຫຼວງ ປະຈໍາປີ 2018 ທີ່ຈັດຂຶ້ນບໍ່ດົນຜ່ານມານີ້ໃຫ້ຮູ້ວ່າ: ການສົ່ງເສີມ ແລະຄຸ້ມຄອງເຂດເສດຖະກິດພິເສດປະຈຸບັນມີບັນດາ ບໍລິ ສັດເຂົ້າມາລົງທຶນ ແລະຈົດທະບຽນ 593 ບໍລິສັດ (ພາຍໃນ 89 ບໍລິສັດ, ຕ່າງປະເທດ 474 ບໍລິສັດ, ພາຍໃນຮ່ວມກັບຕ່າງປະເທດ 29 ບໍລິສັດ) ໃນຂອບເຂດທີ່ມີການລົງທຶນຫຼາຍກວ່າໝູ່ແມ່ນ ຂສພ ສາມຫຼ່ຽມຄໍາ 147 ບໍລິສັດ, ບໍ່ເຕ່ນແດນງາມ 128 ບໍລິສັດ, ຂສພ ສະ ຫວັນ-ເຊໂນ 117 ບໍລິສັດ, ເຂດກວມລວມໄຊເຊດຖາ 48 ບໍລິສັດ, ເຂດນິຄົມອຸດສາຫະກຳ ແລະການຄ້າວຽງຈັນ-ໂນນທອງ 47 ບໍລິສັດ, ຂສພ ຈຳປາສັກ 33 ບໍລິສັດ ແລະ ຂສພ ອື່່ນໆ 73 ບໍລິສັດ.

ໃນປີ 2018 ເຂດເສດຖະກິດພິເສດໃນຂອບເຂດທົ່ວປະເທດໄດ້ມອບພັນທະເຂົ້າງົບປະມານທັງໝົດ 13 ລ້ານໂດ ລາປະມານ 110,5 ຕື້ກີບ ຖ້າທຽບໃສ່ ປີກ່ອນແມ່ນເພີ່ມຂຶ້ນ 3 ເທົ່າຕົວສ່ວນດ້ານແຮງງານແມ່ນມີທັງໝົດ 8,10 ພັນຄົນ ເປັນຕ່າງປະເທດ 6,8 ພັນຄົນ ແລະອີກ 1,2 ຄົນແມ່ນຄົນລາວ.

  ຂະນະທີ່ໃນປີດຽວກັນມີການນຳເຂົ້າວັດຖຸດິບ, ເຄື່ອງກົນຈັກ ແລະອຸປະກອນເພື່ອຮັບໃຊ້ໃນການຜະລິດກໍ່ສ້າງພື້ນຖານໂຄງລ່າງມູນຄ່າທັງ ໝົດ 430 ລ້ານ ໂດລາປະມານ 3,65 ພັນຕື້ກີບ ໃນນີ້ເຂດທີ່ນຳເຂົ້າຫຼາຍກວ່າໝູແມ່ນເຂດສະຫວັນ-ເຊໂນ, ກວມລວມໄຊເຊດຖາ, ນິຄົມອຸດສາຫະກຳ ແລະການຄ້າວຽງຈັນ-ໂນນທອງ, ເຂດສາມຫຼ໋ຽມຄຳແຕ່ການສົ່ງອອກມີມູນຄ່າ 249 ລ້ານໂດລາ ປະມານ 2,11 ພັນຕື້ກີບ ທີ່ຫຼາຍກວ່າໝູ່ແມ່ນເຂດສະຫວັນເຊໂນ, ນິຄົມອຸດສາຫະກຳ ແລະການຄ້າວຽງຈັນ-ໂນນທອງ, ເຂດກວມລວມໄຊເຊດຖາ ແລະ ເຂດປາກເຊ-ຍີ່ປຸ່ນ SME ຂອງ ຂສພ ຈຳປາສັກ ໂດຍການສົ່ງອອກສ່ວນໃຫຍ່ແມ່ນເປັນສິນຄ້າປະເພດຊິ້ນສ່ວນເອເລັກ ໂຕນິກ, ເລນແວ່ນຕາ, ກ້ອງຖ່າຍຮູບ, ຜະລິດຕະພັນເຄື່ອງນຸ່ງຫົ່ມ, ວິກຜົມ ແລະ ເຄື່ອງຫຼິ້ນເດັກນ້ອຍ.