ຕາດນົກເຄົ້າ ສະຖານທີ່ທ່ອງທ່ຽວທາງທຳມະຊາດ ທີ່ສວຍງາມ

   ແຂວງເຊກອງ ເປັນໜຶ່ງ ໃນຈຳນວນສີ່ແຂວງພາກໃຕ້ຂອງ ລາວເປັນແຂວງທີ່ມີເສດຖະກິດ ຂະຫຍາຍຕົວຢ່າງຕໍ່ເນື່ອງ ຊຶ່ງໄດ້ມີຫຼາຍທ່າແຮງເປັນຕົວຂັບເຄື່ອນໜຶ່ງໃນນັ້ນກໍ່ແມ່ນຂະແໜງບໍລິການ-ທ່ອງທ່ຽວທີ່ສາມາດສ້າງລາຍຮັບໃຫ້ກັບແຂວງຫຼາຍພໍສົມຄວນໃນ ແຕ່ລະປີນອກນັ້ນຍັງເປັນແຂວງທີ່ມີແຫຼ່ງທ່ອງທ່ຽວຫຼາຍແຫ່ງບໍ່ວ່າຈະເປັນແຫຼ່ງທ່ອງທ່ຽວປະຫວັດ ສາດ, ວັດທະນະທຳແລະທາງ ດ້ານທຳມະຊາດທີ່ມີຄວາມສວຍ ສົດງົດງາມ.

ຕາດນົກເຄົ້າຖືເປັນແຫຼ່ງທ່ອງ ທ່ຽວທາງທໍາມະຊາດທີ່ສວຍສົດ ງົດງາມອີກແຫ່ງໜຶ່ງຂອງແຂວງ ເຊກອງ ທີ່ນັກທ່ອງທ່ຽວໃຫ້ຄວາມສົນໃຈຫຼາຍ, ຍ້ອນເປັນສະຖານທີ່ ທ່ອງທ່ຽວທີ່ມີຄວາມສວຍງາມມີອາກາດສົດຊື່ນເໝາະແກ່ການພັກຜ່ອນຢ່ອນໃຈໃນຍາມວັນພັກ ໂດຍການໄປນັ່ງກິນລົມຊົມວິວສູບເອົາ ອາກາດສົດໆ, ກິ່ນຫອມຂອງດອກຄັດເຄົ້າ,ຟັງສຽງນົກໜູປູປີກຢ່າງສະອອນໃຈ,ຊຸມແຊວກິນເຂົ້າປ່າ ສາມັກຄີກັບຄອບຄົວແລະໝູ່ຄູ່.

ຕາດນົກເຄົ້າ ນັບວ່າເປັນສະ ຖານທີ່ທ່ອງທ່ຽວທາງທໍາມະຊາດທີ່ສວຍສົດງົດງາມ, ຊຶ່ງຕາດແຫ່ງ ນີ້ກໍາເນີດເກີດຂຶ້ນຢູ່ຕາມລໍາຫ້ວຍທ່ີມີນໍ້າໄຫຼຜ່ານຕະຫຼອດປີ ມີອາ ກາດເຢັນສົດຊື່ນແຕ່ຈະສັງເກດ ເຫັນວ່າຊ່ວງທີ່ມີນັກທ່ອງທ່ຽວ ເຂົ້າໄປທ່ຽວຊົມຫຼາຍທີ່ສຸດແມ່ນ ຊ່ວງລະດູແລ້ງເພາະຊ່ວງດັ່ງກ່າວນໍ້າຈະໄສສາມາດແນມເຫັນສັດນໍ້ານາໆຊະນິດໄດ້ດີ ແລະກະແສນໍ້າກໍຈະບໍ່ໄຫຼແຮງເໝາະແກ່ການລົງໄປຫຼິ້ນນໍ້າເພື່ອຜ່ອນຄາຍຄວາມອິດເມື່ອຍຍິ່ງສໍາຄັນໄປກວ່ານັ້ນໃນບໍລິເວນອ້ອມຮອບຕາດແມ່ນຈະ ປົກຄຸມໄປດ້ວຍປ່າໄມ້ທີ່ຂຽວສົດ ງົດງາມມີຄວາມອຸດົມໄປດ້ວຍພືດ ພັນທັນຍາຫານພ້ອມທັງເປັນແຫຼ່ງທໍາມາຫາກິນເພື່ອລ້ຽງຊີບໃນຊີວິດ ປະຈໍາວັນຂອງປະຊົນຢູ່່ແຖບນັ້ນນໍາອີກ.

ຕາດດັ່ງກ່າວໃນເມື່ອກ່ອນແມ່ນຊາວບ້ານໄດ້ພາກັນມາຫາກິນແລ້ວ ກໍໄດ້ພົບເຫັນໝູ່ນົກເຄົ້າມາເຮັດຮັງໃສ່ຢູ່ຕົ້ນໄມ້ໃຫຍ່ເທິງຕາດຕົ້ນໜຶ່ງຢ່າງເປັນປົກກະຕິດັ່ງນັ້ນຊາວບ້ານຈຶ່ງໄດ້ເອີ້ນຕາດນີ້ວ່າ:ຕາດນົກເຄົ້າ ຈົນມາຮອດປະຈຸບັນນີ້.

ຕາດນົກເຄົ້າ ຕັ້ງຢູ່ບ້ານໜອງບົງເມືອງລະມາມ ແຂວງເຊກອງຫ່າງຈາກເທສະບານເມືອງ ແລະ ແຂວງ 14 ກິໂລແມັດ ແລະຫ່າງຈາກເສັ້ນທາງເລກທີ 16 B ປະມານ 1,5-2 ກິໂລແມັດຖ້າຫາກວ່າທ່ານໃດໄດ້ມາທ່ຽວແຂວງເຊກອງ ກໍຢ່າລືມແວ່ທ່ຽວຊົມສະ ຖານທີ່ແຫ່ງນີ້ໄດ້.

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ