ສາລະວັນສຳເລັດກອງປະຊຸມ ຄົບຄະນະບໍລິຫານງານ ພັກແຂວງຄັ້ງທີ 9

   ກອງປະຊຸມຄົບຄະນະບໍລິ ຫານງານພັກແຂວງເປີດກວ້າງຄັ້ງທີ 9 ສະໄໝທີ VIII ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງານຢ່າງເປັນທາງ ການໃນວັນທີ 9 ມັງ ກອນ ປີ 2019 ທີ່ສະໂມສອນແຂວງ ໂດຍການເປັນປະທານຂອງທ່ານ ສີສຸວັນ ວົງຈອມສີ ກຳມະການສູນກາງພັກເລຂາພັກແຂວງເຈົ້າແຂວງໆສາລະວັນ, ມີບັນດາທ່ານຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ປະ ທານສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 14 ແຂວງສາລະວັນແລະປະທານສະພາປະຊາຊົນແຂວງ, ພ້ອມດ້ວຍເຈົ້າເມືອງໃນ 8 ຕົວເມືອງເຂົ້າຮ່ວມ.

 ກອງປະຊຸມຄັ້ງນີ້ໄດ້ເປັນເອກະພາບເຫັນດີຮັບຮອງເອົາບົດຕີລະຄາການນຳພາຮອບດ້ານຂອງຄະນະບໍລິຫານງານພັກແຂວງປະຈຳປີ  2018 ພ້ອມທັງວາງທິດທາງແຜນການປີ 2019 ຈາກນັ້ນກອງປະຊຸມກໍ່ໄດ້ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມປະ ຈຳປີ 2018 ທິດທາງຈຸດສຸມປີ 2019,  ຮັບຮອງເອົາບົດລາຍ ງານການຈັດຕັ້ງປະຕິບັດວຽກງານການເງິນ-ງົບປະມານປີ 2018 ແລະທິດທາງແຜນການປີ 2019 ແລະຮັບຮອງເອົາບົດລາຍງານ ການແກ້ໄຂບັນຫາປາກົດການຫຍໍ້ທໍ້ ແລະຄວາມເປັນລະບຽບຮຽບ ຮ້ອຍໃນສັງຄົມທົ່ວແຂວງປີ 2018 ທິດທາງແກ້ໄຂໃນຕໍ່ໜ້າ, ພ້ອມດ້ວຍບົດລາຍງານການຈັດຕັ້ງປະຕິບັດແຜນການຜະລິດກະສີກຳຕິດ ພັນກັບການແກ້ໄຂຄວາມທຸກຍາກ ປີ 2018 ແລະທິດທາງແກ້ໄຂຕໍ່ໜ້າ, ຮັບຮອງເອົາບົດລາຍງານການສົ່ງເສີມການຜະລິດເປັນສິນຄ້າຕິດພັນກັບຕະຫຼາດປີ 2018 ແລະທິດທາງແກ້ໄຂໃນຕໍ່ໜ້າບົດລາຍງານການຈັດຕັ້ງປະຕິບັດວຽກງານການຈັດສັນແລະ ພັດທະນາທີ່ດິນປີ 2018 ແລະທິດທາງແກ້ໄຂໃນຕໍ່ໜ້າ.

  ສຳລັບໃນຕໍ່ໜ້າແຜນພັດທະນາເສດຖະກິດ-ສັງຄົມປີ 2019 ສືບຕໍ່ຮັບປະກັນໃຫ້ທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານແກ່ການພັດທະນາເສດຖະກິດບໍ່ໃຫ້ຫຼຸດ 8%, ສືບຕໍ່ພັດທະນາຊັບພະຍາ ກອນມະນຸດໂດຍສຸມໃສ່ການສຶກສາ, ສົ່ງເສີມການຜະລິດເປັນສິນຄ້າ ແລະສົ່ງອອກເພື່ອສ້າງຄວາມເຂັ້ມແຂງແກ່ການຜະລິດຂອງທຸລະກິດຂະໜາດນ້ອຍ-ຂະໜາດກາງ, ປັບປຸງກົນໄກການຄຸ້ມຄອງ ແລະ ບໍລິຫານລັດດ້ວຍກົດໝາຍໃຫ້ມີ ຄວາມສັກສິດ, ໂປ່ງໃສ, ສະດວກ, ວ່ອງໄວ, ເປັນລະບົບ ແລະຍຸຕິທຳ, ພ້ອມທັງປົກປັກຮັກສາສິ່ງແວດລ້ອມ ແລະນໍ້າໃຊ້ຊັບພະຍາກອນທຳ ມະຊາດໃຫ້ມີປະສິດທິຜົນສູງ, ຕິດ ຕາມກວດກາປະເມີນແຜນພັດທະນາເສດຖະກິດ-ສັງຄົມ ປີ 2019.

    ຈາກນັ້ນທ່ານເຈົ້າແຂວງໆສາລະວັນກໍ່ໄດ້ມີຄຳເຫັນໂອລົມຕໍ່ພະນັກງານລັດຖະກອນສະມາຊິກພັກຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງພະລາ ບົດ ບາດ, ຄວາມໝາຍ, ຄວາມສຳຄັນ ແລະໜ້າທີ່ໃນການຈັດຕັ້ງປະຕິບັດວຽກງານໃນການຄຸ້ມຄອງນັບແຕ່ຂັ້ນບ້ານຈົນຮອດຂັ້ນເມືອງ ແລະບັນຫານທີ່ດິນ, ເພາະວ່າດິນກໍ່ແມ່ນເປັນອີກປັດໄຈໜຶ່ງທີ່ສຳຄັນແກ່ການພັດທະນາເສດຖະກິດສັງ ຄົມດັ່ງນັ້ນກ່ອນການອອກໃບຕາດິນຕ້ອງໃຫ້ມັນຈະແຈ້ງ, ຊັດເຈນ ແລະຖືກຕ້ອງຈິ່ງອອກອະນຸຍາດຕາມລະບຽບຫຼັກການ.