ຫາລືການສ້າງຮ່າງແຜນພັດທະນາ ການທ່ອງທ່ຽວ

ໃນວັນທີ 25 ກໍລະກົດ ຜ່ານມາ ທີ່ແຂວງສາລະວັນກົມພັດທະນາການທ່ອງທ່ຽວກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວໄດ້ຈັດກອງປະຊຸມວິຊາການປຶກສາຫາລືການສ້າງຮ່າງ ແຜນພັດທະນາການທ່ອງທ່ຽວໃນເຂດ 3 ຫຼ່ຽມພັດທະນາກຳປູເຈຍ, ລາວ, ຫວຽດນາມ, ໂດຍການເຂົ້າ ຮ່ວມຂອງທ່ານ ຄົມດວງຈັນທາຮອງຫົວໜ້າກົມຮ່ວມມືສາກົນກະ ຊວງ ຖວທ, ທ່ານ ນາງ ພອນມະ ລີ ອິນທະພົມຮອງຫົວໜ້າກົມພັດທະນາການທ່ອງທ່ຽວກະຊວງຖວທ, ມີບັນດາຄະນະພະແນກຖວທ 4 ແຂວງພາກໃຕ້ຄື: ສາ ລະວັນ, ເຊກອງ, ຈຳປາສັກ ແລະ ແຂວງອັດຕະປືພ້ອມດ້ວຍຫົວໜ່ວຍທຸລະກິດທ່ອງທ່ຽວ  4  ແຂວງ ພາກໃຕ້ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ໄດ້ປຶກສາຫາລື,ກຳນົດບັນດາຄວາມຕ້ອງການດ້ານເນື້ອໃນ ແລະກິດຈະກໍາການທ່ອງທ່ຽວທີ່ຕິດພັນກັບວຽກງານພັດທະນາການທ່ອງທ່ຽວຂອງ4ແຂວງພາກໃຕ້ແນໃສ່ຮັບປະກັນການພັດທະນາການທ່ອງທ່ຽວແບບຍືນຍົງໃນການພັດທະນາການທ່ອງທ່ຽວເຂດສາມຫຼ່ຽມພັດທະນາກຳປູເຈຍ,ລາວ ແລະຫວຽດ ນາມທີ່ມີເງື່ອນໄຂທ່າແຮງບົ່ມຊ້ອນຫຼາຍດ້ານ ແລະຍັງພົບກັບບັນຫາສິ່ງທ້າທາຍຕໍ່ກັບການພັດທະນາ ການທ່ອງທ່ຽວເປັນຕົ້ນ:ພື້ນຖານ ໂຄງລ່າງ,ຂາດແຫຼ່ງທຶນ ແລະບຸກຄະລາກອນທີ່ມີຄຸນນະພາບ.

ພາບ ແລະຂາ່ວຈາກ:ໜັງສືພິມເສດຖະກິດ-ສັງຄົມ