ເບຍລາວມອບລາງວັນລົດຟອດເຟຍສຕ້າຈາກການດື່ມຊາລິບຕັນ

   ເພື່ອເປັນການຂອບໃຈລູກຄ້າຜູ້ທີ່ມີອຸປະກາລະຄຸນທີ່ໃຫ້ການສະໜັບສະໜູນຜະລິດຕະພັນຂອງບໍລິສັດເບຍລາວກໍ່ຄືຜະລິດຕະພັນຊາລິບຕັນທີ່ໄດ້ ນໍາມາຈໍາໜ່າຍໃນລາວຕົ້ນເດືອນຕຸລາ 2018 ຜ່ານມາ. ເຄື່ອງດື່ມຊາລິບຕັນມີ 2 ລົດຊາດຄື: ລິບຕັນຊາໝາກນາວໄຕເຕິລ ແລະລິບຕັນຊາໝາກມ່ວງໃນວັນທີ 11 ມັງກອນ 2019 ທີ່ນະຄອນຫຼວງວຽງຈັນ, ບໍລິສັດ ເບຍລາວ ໄດ້ຈັດກິດຈະກຳຈົກສະຫຼາກ ແລະມອບລາງ ວັນໃຫ້ຜູ້ໂຊກດີທີ່ໄດ້ຮັບລົດຟອດ ເຟຍສຕ້າ ໃນມູນຄ່າ 178 ລ້ານກວ່າກີບ ໃນໂຄງການ “ລິບຕັນທ້ານັບລຸ້ນຮັບ ເຟຍສຕ້າ” ໃຫ້ກຽດມອບລາງວັນໃນຄັ້ງນີ້ໂດຍທ່ານ ວິກເຕີ ຊ໋ອງ ຜູ້ອໍານວຍການຝ່າຍການຕະຫຼາດບໍລິສັດເບຍລາວ,ຊຶ່ງຜູ້ໂຊກດີແມ່ນ ທ້າວ ສີຈັນ ສົມຊະນະ ຢູ່ບ້ານ ຫ້ວຍຮ້ອມ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ທີ່ໄດ້ເຂົ້າຮ່ວມກິດຈະກຳ ແລະ ຕອບຄໍາຖາມທີ່ຖືກຕ້ອງທີ່ສຸດ.

  ພ້ອມນີ້, ຍັງໄດ້ມີການຈົກສະຫຼາກມອບລາງວັນພິເສດໃຫ້ຜູ້ໂຊກດີທີ່ໄດ້ ຮັບເຄື່ອງດື່ມຊາລິບຕັນຟຣີ 1 ປີ ຈຳນວນ 10 ລາງວັນ. ໂຄງການດັ່ງກ່າວ, ໄດ້ເລີ່ມແຕ່ເດືອນພະຈິກ 2018 ເປັນຕົ້ນມາຊຶ່ງຜູ້ໂຊກດີໄດ້ຊື້ຜະລິດຕະພັນຊາລິບຕັນ 2 ຕຸກ ແລ້ວໄດ້ຮັບຄູປ໋ອງຊິງໂຊກເພື່ອເຂົ້າ ຮ່ວມນັບຈຳນວນຮູບໝາກນາວ ແລະໝາກມ່ວງທີ່ໄດ້ຕິດຢູ່ເທິງລົດທີ່ຈອດຢູ່ຕາມສະຖານທີ່ຈັດກິດຈະກໍາ ແລະນຳເອົາຄຳຕອບດັ່ງກ່າວໄປຂຽນໃສ່ຄູປ໋ອງແລ້ວລຸ້ນຮັບລາງວັນ, ຊຶ່ງຮູບໝາກນາວມີທັງໝົດແມ່ນ 476 ໜ່ວຍ ແລະໝາກມ່ວງ 349 ໜ່ວຍ.