ສະຫວັນຍັງພົບໃຊ້ສານເຄມີເກີນຄ່າມາດຕະຖານຢູ່ຫຼາຍທ້ອງຖິ່ນ

  ຕາມການລາຍງານຂອງ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແຂວງສະຫວັນນະເຂດ ຕໍ່ກອງປະຊຸມສະພາສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງຊຸດທີ I ທີ່ໄດ້ຈັດ ຂຶ້ນໃນວັນທີ 8-11 ມັງກອນ 2019 ໄດ້ໃຫ້ຮູ້ວ່າ: ສຳລັບບັນຫາການຄຸ້ມຄອງວຽກງານການນຳໃຊ້ສານເຄມີຂອງບໍລິສັດໂຄງການພັດທະນາການລົງທຶນພາຍໃນແຂວງ, ທາງພະແນກຊັບ ພະຍາກອນທຳມະຊາດ ແລະສິ່ງແວດລ້ອມ (ຊສ) ແຂວງກໍ່ໄດ້ມີການຕິດຕາມກວດກາຢ່າງເປັນປະຈຳໂດຍສະເພາະແມ່ນການນຳໃຊ້ສານເຄມີໃນພາກກະສິກຳ- ອຸດສາຫະກຳໄດ້ຈຳນວນທັງໝົດ 21 ຄັ້ງ ໃນນັ້ນພາກກະສິກຳມີ 8 ຄັ້ງ, ອຸດສາຫະກຳ 13 ຄັ້ງ, ສຳລັບສົກປີ 2018 ທາງພະແນກ ຊສ ແຂວງໄດ້ຮັບການຮ້ອງຮຽນຈາກປະຊາຊົນ ແລະອົງການຈັດຕັ້ງຕ່າງໆຈາກການນຳໃຊ້ສານເຄມີທັງໝົດ 17 ຄັ້ງຄື: ການຮ້ອງຮຽນຈາກປະຊາຊົນກ່ຽວກັບການຮົ່ວໄຫຼຂອງທໍ່ສົ່ງນ້ຳຫາງແຮ່ຈາກບໍລິສັດຂຸດຄົ້ນຄຳ-ທອງແດງເຊໂປນຈຳນວນ 3 ຄັ້ງ, ການນຳເອົາຢາງພາລາທີ່ຂີດແລ້ວແຊ່ນ້ຳໃນຫ້ວຍບ້ານສົບມີ້ຂອງບໍລິສັດຢົງຊຽງເມືອງເຊໂປນ 1 ຄັ້ງ, ການປ່ອຍນ້ຳເສຍອອກຈາກໂຮງງງານປຸງແຕ່ງໄມ້ອັດ ເວ້ສຸລິນ ບ້ານໜອງສະພັງ ເມືອງໄຊບູລີ 1 ຄັ້ງ, ການຈູດແກບໃນໂຮງສີເຂົ້າທັນ ສະໄໝ ໄອດີພີ ບ້ານຂົວດຳເມືອງໄຊພູ ທອງ 2 ຄັ້ງ, ການປ່ອຍນ້ຳເສຍ ແລະກິ່ນ ເໝັນຈາກບໍລິສັດຊັນເປເປີໂຮນດິ້ງ 5 ຄັ້ງ, ການນຳໃຊ້ສານເຄມີສຳລັບການປູກກ້ວຍບໍລິສັດສຸກຮຸ່ງເຮືອງ 1 ຄັ້ງ, ການຮ້ອງຮຽນຈາກປະຊາຊົນກ່ຽວກັບນ້ຳເສຍທີ່ເກີດຈາກການທົດລອງຫຼອມໝໍ້ໄຟເກົ່າ ບ້ານໜອງໂກ່ມ ເຄືອເຂົາກາດ 1 ຄັ້ງ, ການນຳເສດຢາງພາລາສະຕິກມາຜະລິດຄືນໃໝ່ທີ່ບ້ານຫ້ວຍສານ 1 ຄັ້ງ, ການຮ້ອງຮຽນຂອງປະຊາຊົນບ້ານໜອງເດີ່ນກ່ຽວກັບນ້ຳເສຍອອກຈາກໂຮງ ງານໃນເຂດເສດຖະກິດພິເສດສະຫວັນ-ເຊໂນ 1 ຄັ້ງ, ສຳລັບສານເຄມີ ທີ່ເປັນອັນຕະລາຍ ແລະນຳໃຊ້ເກີນມາດຕະຖານໂດຍສະເພາະແມ່ນການນຳໃຊ້ຢາຂ້າຫຍ້າໃນສົກປີ 2018 ນີ້ ກໍ່ໄດ້ມີການກວດພົບການນຳໃຊ້ຢາຂ້າຫຍ້າ ແລະກຳຈັດສັດຕູພືດ 8 ຊະນິດຊຶ່ງສ່ວນໃຫຍ່ຈະພົບນຳໃຊ້ເຂົ້າໃນການປູກອ້ອຍ ແລະ ກຳຈັດຫຍ້າໃນໄຮ່ຂອງປະຊາຊົນໃນເຂດເມືອງໄຊບູລີ ລວມມີ 28 ບ້ານ, ໄດ້ໃຊ້ຢາຂ້າຫຍ້າໃນເນື້ອທີ່ປູກ 5.407 ເຮັກ ຕາ, ເມືອງອາດສະພັງທອງມີ 13 ບ້ານ ທີ່ໄດ້ໃຊ້ຢາຂ້າຫຍ້າໃນເນື້ອທີ່ 3.235 ເຮັກຕາ ແລະພົບເຫັນການນຳໃຊ້ຢາຂ້າຫຍ້າໃນເຂດເມືອງເຊໂປນ ແລະເມືອງນອງອີກຈຳນວນໜຶ່ງຊຶ່ງຈະພົບເຫັນໃນຊ່ວງເດືອນກັນຍາຫາເດືອນຕຸລາສຳລັບການປູກອ້ອຍ ແລະເຂດຊາຍແດນ ລາວ-ຫວຽດນາມ ແມ່ນຈະພົບເຫັນການນຳໃຊ້ໃນຊ່ວງເດືອນພຶດສະພາກ່ອນການສັກເຂົ້າໄຮ່.

 ນອກຈາກການນຳໃຊ້ສານເຄມີໃນພາກກະສິກຳແລ້ວ, ກໍ່ຍັງເຫັນວ່າຍັງມີບາງໂຮງງານອຸດສາຫະກຳທີ່ໄດ້ລົງທຶນພາຍໃນແຂວງກໍ່ຍັງໄດ້ນຳໃຊ້ສານເຄມີຈຳນວນອື່ນໆອີກຫຼາຍລາຍການຊຶ່ງພວກເຮົາກໍ່ບໍ່ສາມາດກວດສອບໄດ້; ຕໍ່ກັບບັນຫາການຮ້ອງຮຽນຂອງປະຊາຊົນ ແລະການແກ້ ໄຂບັນຫາທີ່ເກີດຂຶ້ນ, ພະແນກ ຊສ ກໍ່ໄດ້ເອົາໃຈໃສ່ ໃນການຕິດຕາມກວດກາ ແລະແກ້ໄຂເປັນແຕ່ລະໄລຍະໂດຍສົມທົບກັບອຳນາດການປົກຄອງເມືອງ, ບ້ານ  ແລະ ໜ່ວຍງານ ທີ່ກ່ຽວຂ້ອງໃນການແກ້ໄຂ ຊຶ່ງສາມາດແກ້ໄຂໄດ້ທັງໝົດ 3 ເລື່ອງ ແລະໄດ້ສັ່ງໂຈະກິດຈະການຊົ່ວ ຄາວເພື່ອປັບປຸງລະບົບ 2 ກິດຈະການຄື: ແກ້ໄຂບັນຫາການຮົ່ວໄຫຼຂອງທໍ່ສົ່ງນ້ຳຫາງແຮ່ຈາກບໍລິສັດຂຸດຄົ້ນຄຳ-ທອງແດງເຊໂປນ, ແກ້ໄຂການນຳເອົາຢາງພາລາທີ່ກີດແລ້ວລົງແຊ່ນ້ຳໃນສາຍ ຫ້ວຍບ້ານສົບມີ້ຂອງບໍລິສັດຢົງຊຽງ ເມືອງເຊໂປນ ແລະແກ້ໄຂການຈູດແກບໃນໂຮງສີເຂົ້າທັນສະໄໝບ້ານຂົວດຳ ເມືອງໄຊພູທອງ ພ້ອມນີ້ກໍ່ໄດ້ສັ່ງໂຈະການອອກໃບຢັ້ງຢືນສິ່ງແວດລ້ອມສຳລັບການທົດລອງຫຼອມໝໍ້ໄຟເກົ່າບ້ານ ໜອງໂກ່ມເຄືອເຂົາກາດ, ໄດ້ໂຈະ ແລະຖອນໃບຢັ້ງຢືນສິ່ງແວດລ້ອມຂອງໂຮງງານຜະລິດເຫຍື່ອເຈ້ຍຊັນເປເປີໂຮນດິ້ງເພື່ອໃຫ້ປັບປຸງລະບົບຄືນ, ສ່ວນການແກ້ໄຂບັນຫາຢາຂ້າຫຍ້າແມ່ນຍັງບໍ່ສາມາດຄວບຄຸມໄດ້ແຕ່ກໍ່ໄດ້ມີການລົງເຄື່ອນໄຫວໃນການໂຄສະນາສ້າງຈິດສຳນຶກ ແລະໃຫ້ຄວາມຮູ້ແກ່ປະຊາຊົນກ່ຽວກັບຄວາມອັນຕະລາຍໃນການນຳໃຊ້ຢາຂ້າຫຍ້າ.