ບາຊາ-ບີ ຕອບໂຈດສິນຄ້າອຸປະໂພກ-ບໍລິໂພກເປີດ 2 ເດືອນຜົນຕອບຮັບເກີນຄາດ

  ບາຊາ-ບີແຄັດແອນແຄຣີ່ ສູນລວມສິນຄ້າອຸປະໂພກບໍລິໂພກຄົບເຄື່ອງທີ່ຄັດສັນເລືອກສິນຄ້າຄຸນນະພາບດີສູ່ສັງຄົມລາວເປີດໃຫ້ບໍລິການມາ 2 ເດືອນ ໄດ້ສຽງຕອບຮັບຢ່າງໜ້າພໍໃຈອັນເປັນຜົນໃຫ້ສິນຄ້າບາງອາທິດນຳມາເກືອບບໍ່ທັນໂດຍສະເພາະຊ່ວງເທສະການຕ່າງໆທີ່ສຳຄັນສາມາດຊ່ວຍໃຫ້ຜູ້ຄົນຂ້າມໄປຊື້ສິນຄ້າປະເທດໃກ້ຄຽງຫຼຸດລົງ.

  ທ່ານ ພົງປຣະເສີດ ກັນລະຍາ ປະທານບໍລິສັດ ບາຊາ-ບີ ແຄັດແອນແຄຣີ່ ການຄ້າ ຈຳກັດ ໃຫ້ສຳພາດກັບນັກຂ່າວໜັງສືພິມເສດຖະກິດ-ສັງຄົມຮູ້ວ່າ: ປະຈຸບັນເມື່ອຜູ້ບໍລິໂພກປ່ຽນພຶດຕິກໍາຜູ້ໃຫ້ບໍລິການກໍຕ້ອງປ່ຽນໄປຕາມຢ່າງປະຕິເສດບໍ່ໄດ້ເລີຍຊຶ່ງໃນຊີວິດປະຈຳວັນຄົນເຮົາຕ້ອງໄດ້ມີການຈັບຈ່າຍໃຊ້ສອຍຊື້ສິນຄ້າຈາກຮ້ານຄ້າ, ຊຸບເປີມາເກັດຕະຫຼອດເຖິງສູນການຄ້າຕ່າງໆເພາະເປັນແຫຼ່ງລວມສິນຄ້າອຸປະໂພກບໍລິໂພກຂອງໃຊ້ຄົບທຸກຢ່າງ. ພວກເຮົາຈິ່ງເປັນອີກທາງເລືອກໃໝ່ທີ່ຈະຊ່ວຍສ້າງຄວາມສະດວກ, ສ້າງຄຸນນະພາບມາດຕະຖານ, ສ້າງຮອຍຍິ້ມ ແລະສ້າງສິ່ງທີ່ດີທີ່ສຸດຕອບສະໜອງທຸກຄວາມຕ້ອງການຂອງລູກຄ້າດ້ວຍການເປັນສູນການຄ້າຂາຍສົ່ງທີ່ໃຫຍ່ທີ່ສຸດ.

   ທ່ານ ພົງປຣະເສີດ ກັນລະຍາ ໃຫ້ຮູ້ຕື່ມວ່າທີມງານທີ່ມີປະສົບການ ແລະ ຄວາມເຊື່ອທີ່ວ່າພວກເຮົາເຮັດໄດ້ຈິ່ງໄດ້ກໍ່ຕັ້ງບໍລິສັດ Bazaar-B ຂຶ້ນມາ. ພວກເຮົາເປັນສູນການຄ້າຂາຍສົ່ງທີ່ໃຫຍ່ທີ່ສຸດໃນ ສປປ ລາວ ເປັນແຫຼ່ງລວມສິນຄ້າເຄື່ອງອຸປະໂພກບໍລິໂພກຫຼາກຫຼາຍຊະນິດທີ່ມີສິນຄ້າເຖິງ 30.000 ກວ່າ ລາຍການ ແລະເປັນສະຖານທີ່ອຳນວຍຄວາມສະດວກທາງດ້ານເວລາເພາະພວກເຮົາເປີດໃຫ້ບໍລິການຕັ້ງແຕ່ 6 ຫາ 24 ໂມງ ແລະອະນາຄົດອັນໃກ້ຈະເປີດບໍລິການ 24 ຊົ່ວໂມງ.

  Bazaar-B ນອກຈາກຈະເປັນສູນການຄ້າຂາຍສົ່ງ ແລະການໃຫ້ບໍລິການແລ້ວຍັງມີຄວາມມຸ້ງໝັ້ນຕັ້ງໃຈທີ່ຈະພັດທະນາສິ່ງໃໝ່ໆນຳເອົາຄວາມທັນສະໄໝເຂົ້າມາເພື່ອສ້າງມາດຕະຖານຊີວິດ ແລະຄຸນນະພາບໃຫ້ທຽບເທົ່ານາໆຊາດສະໜັບສະໜູນສົ່ງເສີມອຸດສາຫະກຳ-ກະສິກຳ ແລະບຸກຄະລາກອນໃຫ້ມີວຽກເຮັດງານທຳ.

  ນອກຈາກນີ້, ຍັງເປັນການຫຼຸດຜ່ອນຄວາມຫຍຸ້ງຍາກໃນການເດີນທາງໄປຊື້ສິນຄ້າຈາກປະເທດເພື່ອນບ້ານນຳອີກ. ດ້ວຍເນື້ອທີ່ທີ່ກວ້າງເຖິງ 8.400 ຕາແມັດ ມີເດີ່ນຈອດລົດກວ້າງຂວາງສະດວກສະບາຍ ແລະອາຄານມີການອອກແບບມາເພື່ອຮອງຮັບການໃຊ້ງານຈຳໜ່າຍ ສິນຄ້າທີ່ໄດ້ມາດຕະຖານສາກົນ, ມີລະບົບການຈັດການສິນຄ້າທີ່ທັນສະໄໝ, ການຈັດວາງສິນຄ້າມີຄວາມເປັນລະບຽບງ່າຍຕໍ່ການເລືອກຊື້ຂອງຜູ້ທີ່ມາໃຊ້ບໍລິການ, ມີການຮຽນຮູ້ ແລະການຝຶກອົບຮົມພັດທະນາບຸກຄະລາກອນເພື່ອໃຫ້ມີຄວາມພ້ອມ ແລະເຂົ້າໃຈໃນການລິການແກ່ລູກຄ້າ. ສິນຄ້າທຸກໆຢ່າງທີ່ວາງຈຳໜ່າຍພວກເຮົາໄດ້ມີການຄັດສັນຄຸນນະພາບ, ກວດສອບອາຍຸ ແລະມີການເກັບມ້ຽນສິນຄ້າໄວ້ບ່ອນທີ່ມີການຄວບຄຸມອຸນຫະພູມເພື່ອໃຫ້ໝັ້ນໃຈໄດ້ວ່າຜູ້ບໍລິໂພກຈະໄດ້ສິນຄ້າທີ່ສົດໃໝ່ ແລະມີຄຸນນະພາບຢູ່ສະເໝີໂດຍມີພະນັກງານ 300 ກວ່າຄົນຄອຍໃຫ້ບໍລິການລູກຄ້າ.

  ສູນການຄ້າທີ່ສໍາຄັນໃສ່ໃຈທາງດ້ານຄຸນນະພາບສິນຄ້າ, ການໃຫ້ບໍລິການ, ລາຄາສິນຄ້າທີ່ປະຢັດ, ຊື່ສັດຕໍ່ລູກຄ້າ.ພວກເຮົາພ້ອມທີ່ຈະເປັນອີກສ່ວນໜຶ່ງທີ່ຈະຕອບໂຈດທຸກຄວາມຕ້ອງການມອບສິ່ງທີ່ດີທີ່ສຸດໃຫ້ກັບທຸກໆທ່ານ ແລະ ໃນອະນາຄົດ Bazaar-B ຈະຍັງສືບຕໍ່ພັດທະນາເພື່ອຍົກລະດັບຄຸນນະພາບຊີວິດສັງຄົມ ແລະເສດຖະກິດໃຫ້ກ້າວໄປທາງໜ້າຢ່າງບໍ່ຢຸດຢັ້ງ ແລະຂະຫຍາຍສິນຄ້າໄປແຕ່ລະແຂວງທີ່ມີຄວາມ ຕ້ອງການ.