ຄວາມເປັນມາຂອງ “ນາງກວັກ”

  ຄວາມເຊື່ອເລືີ່ອງໂຊກ ແລະການເພິ່ງພາສິ່ງສັກສິດນັ້ນຖືວ່າເປັນສິ່ງທີ່ເຊື່ອຖືກັນມາແຕ່ສະໄໝບູຮານແລ້ວ ໂດຍສະເພາະຄວາມເຊື່ອກ່ຽວກັບເລື່ອງ “ນາງກວັກ”ກໍເຊັ່ນກັນເພາະເພິ່ນເຊື່ອວ່າ “ນາງ ກວັກ” ຈະຊ່ວຍໃຫ້ຜູ້ທີ່ໄດ້ຄອບຄອງມີໂຊກໃນການຄ້າຂາຍເພິ່ນຈະຊ່ວຍກວັກຊ່ວຍເອີ້ນເອົາເງິນຄໍາຊ່ວຍເອີ້ນລູກຄ້າໃຫ້ເຂົ້າມາຫາສະນັ້ນເມື່ອເຮົາເຂົ້າໄປໃນຮ້ານເກືອບວ່າທຸກຮ້ານເພິ່ນກໍຈະມີຮູບປັ້ນ “ນາງ ກວັກ” ຢູ່ໃນແທ່ນບູຊາຕາມຝາເຮືອນ ໂດຍຈະປິ່ນໜ້າໄປຫາປະຕູ ທາງເຂົ້າ,ນອກຈາກນັ້ນ ຢູ່ຕາມ ເຮືອນບາງຄົນກໍໄດ້ມີການນໍາເອົາ ຮູບປັ້ນ “ນາງກວັກ” ມາໄວ້ບູຊາຄືກັນນັ້ນກໍເພື່ອຄວາມເປັນສິຣິມຸງ ຄຸນ ແລະເພີ່ມຄວາມຮັ່ງມີໃຫ້ກັບ ຄອບຄົວນັ້ນເອງ.

ກ່ຽວກັບປະຫວັດຄວາມເປັນ ມາຂອງ “ນາງກວັກ” ມີເລື່ອງ ເລົ່າວ່າ: ນາງກວັກ ມີຊື່ເດີມວ່ານາງ ສຸພາວະດີ ເປັນລູກສາວຄົນ ດຽວຂອງທ້າວ ສຸຈະພາມ ແລະນາງ ສຸມົນທາ ຄອບຄົວເປັນຊາວຄ້າຂາຍ, ຢູ່ມາມື້ໜຶ່ງພໍ່ຂອງນາງ ສຸພາວະດີ ໄດ້ຊື້ກວຽນມາເພື່ອເປັນພາຫະນະໃນການນໍາສິນຄ້າໄປຂາຍຕ່າງເມືອງ  ແລະທຸກຄັ້ງທີ່ພໍ່ກັບແມ່ນໍາສິນຄ້າໄປຂາຍນາງ ສຸພາວະດີ ກໍໄດ້ຕິດຕາມໄປຕະຫຼອດ.ມີເທື່ອໜຶ່ງນາງໄດ້ມີໂອກາດຟັງທັມມະເທສະໜາຈາກພະກັດສະປະເຖຣະເຈົ້າຍ້ອນນາງເປັນຄົນທີ່ຕັ້ງໃຈຟັງ ທັມມະເທສະໜາເປັນຢ່າງສູງພະກັດສະປະເຖຣະເຈົ້າຈຶ່ງໄດ້ປະທານ ພອນໃຫ້ແກ່ນາງ ສຸພາວະດີ ແລະ ຄອບຄົວຫຼັງຈາກນັ້ນນາງກໍໄດ້ ອອກເດີນທາງໄປຄ້າຂາຍນໍາພໍ່ແມ່ອີກແລະໄດ້ມີໂອກາດໄດ້ຟັງທັມມະເທສະໜາຈາກພະສິວລີເຖຣະເຈົ້ານາງກໍຕັ້ງໃຈຟັງທັມມະຈົນບັນລຸໄດ້ເມື່ອເປັນເຊັ່ນນັ້ນພະສິວະລີເຖຣະເຈົ້າຈຶ່ງໄດ້ປະທານພອນໃຫ້ນາງກັບຄອບຄົວອີກ.ເມື່ອຈິດຂອງນາງ ສຸພາວະດີ ໄດ້ຮັບພອນຈາກ ພຣະອໍລະຫັນເຖິງ 2 ອົງ ດັ່ງກ່າວ ຄື: “ຂໍໃຫ້ຈະເລີນຮຸ່ງເຮືອງ, ສົມ ບູນໄປດ້ວຍຊັບສິນເງິນຄໍາຈາກ ການຄ້າຂາຍສົມດັ່ງທີ່ປາດຖະໜາ ໄວ້” ກຸສົນດັ່ງກ່າວໄດ້ສົ່ງໃຫ້ນາງ ແລະຄອບຄົວຄ້າຂາຍດີມາຕະຫຼອດຈົນບໍ່ຂາດທຶນອີກເລີຍ.

ຫຼັງຈາກນັ້ນຄອບຄົວຂອງນາງກໍຮັ່ງມີຂຶ້ນເງິນຄໍາໄຫຼເຂົ້າມາແບບບໍ່ຂາດສາຍກ່ຽວກັບເລື່ອງນີ້ພໍ່ຂອງນາງຮູ້ດີວ່າເກີດຈາກການຕັ້ງໃຈຟັງທັມມະເທສະໜາຈາກພຣະອໍຣະຫັນທັງສອງພໍ່ຂອງນາງສຸພາວະດີຈຶ່ງໄດ້ແນະນໍາໃຫ້ຊາວບ້ານໝັ່ນຟັງທັມ ແລະເຮັດບຸນກຸສົນໃຫ້ຫຼາຍແລະນາງສຸພາວະດີກໍໄດ້ກາຍເປັນທີ່ນັບຖືຂອງຊາວບ້ານ, ຊາວຄ້າຂາຍຕະຫຼອດມາ.ເມື່ອນາງ ສຸພາວະດີ ໝົດບຸນໄປຈາກໂລກນີ້ຊາວ ບ້ານ,ຊາວເມືອງກໍໄດ້ພາກັນສ້າງຮູບປັ້ນຂອງນາງ ສຸພາວະດີ ໂດຍ ໃສ່ຊື່ວ່າ “ນາງກວັກ” ແລ້ວນໍາມາບູຊາ ແລະຖ້າຜູ້ໃດທີ່ເປັນຊາວຄ້າຂາຍກໍຈະນໍາເອົາຮູບປັ້ນ“ນາງກວັກ”ໄປຕັ້ງໄວ້ໃນຮ້ານແລ້ວຂາບໄຫວ້ບູຊາເປັນປະຈໍາ ແລະມັນກໍໄດ້ກາຍມາເປັນຄວາມເຊື່ອຂອງຄົນຈົນມາຮອດປະຈຸບັນນີ້.

ພາບ ແລະຂາ່ວຈາກ: ໜັງສືພີມເສດຖະກິດ-ສັງຄົມ