ຕາດນໍ້າຊວງ ກັບຄວາມງາມທີ່ທຸກຄົນຕ້ອງໄປສໍາຜັດ

ເມື່ອຍກັບການເຮັດວຽການໝົດອາທິດແລ້ວວັນພັກຜ່ອນທ້າຍອາທິດຫຼາຍຄົນກໍ່ຢາກພາໝູ່ ເພື່ອນ, ພາຄອບຄົວ ແລະຄົນຮັກໄປທ່ຽວພັກຜ່ອນຢ່ອນໃຈຊຶ່ງຄົນ ໃນເມືອງໃຫຍ່ໃນນະຄອນຫຼວງ ວຽງຈັນສ່ວນຫຼາຍແມ່ນບໍ່ມີທາງ ເລືອກເນື່ອງຈາກວ່າສະຖານທີ່ທ່ອງ ທ່ຽວທີ່ເປັນທຳມະຊາດບໍ່ຫຼາຍບ່ອນທີ່ມີບາງແຫ່ງກໍ່ຍັງບໍ່ສາມາດຕອບໂຈດລູກຄ້າໄດ້ເທື່ອ,ບາງແຫ່ງຕອບໂຈດເລື່ອງທຳມະຊາດໄດ້ແຕ່ການ ເກັບຄ່າບໍລິການຕ່າງໆແມ່ນແພງ,ສະນັ້ນ,ມື້ນີ້ຜູ້ຂຽນຂໍແນາະນໍາສະຖານທີ່ສວຍງາມ ແລະໜ້າທ່ຽວຊົມຂອງເມືອງນາຊາຍທອງນະຄອນຫຼວງວຽງຈັນມາຝາກກໍ່ແລ້ວກັນ ນັ້ນກໍ່ຄື:ຕາດນໍ້າຊວງ.

ຕາດນໍ້າຊວງ ຫຼື ຕາດຊວງ ທີ່ ຫຼາຍຄົນອາດເຄີຍໄດ້ຍິນເປັນສະຖານທີ່ທ່ອງທ່ຽວທໍາມະຊາດແຫ່ງ ໃໝ່ທີ່ຫາກໍ່ໄດ້ຮັບການພັດທະນາ ແລະເປີດໃຫ້ບໍລິການຢ່າງເປັນ ທາງການປະມານ 2 ປີກວ່າ ຕາດແຫ່ງນີ້ເປັນຕາດທີ່ມີນໍ້າຕົກທີ່ງົດງາມຕະຫຼອດປີແລະທີ່ສຳຄັນເປັນ ສະຖານທີ່ທ່ອງທ່ຽວທີ່ມີໄລຍະທາງບໍ່ໄກຈາກຕົວເມືອງນະຄອນຫຼວງວຽງຈັນຊຶ່ງເໝາະແກ່ການໄປພັກຜ່ອນຢ່ອນໃຈໃນມື້ພັກຜ່ອນທ້າຍອາທິດສຳລັບຜູ້ທີ່ມັກຜະຈົນ ໄພທ່ອງທ່ຽວແບບທຳມະຊາດ.ນອກນັ້ນພາຍໃນຕາດຍັງມີຕູບນ້ອຍທີ່ຕັ້ງຢູ່ແຄມນໍ້າໄວ້ເປັນບ່ອນພັກ ເຊົາ, ນັ່ງຫຼິ້ນ,ນັ່ງຊຸມແຊວກັບໝູ່ ເພື່ອນ ຫຼື ຄົນໃນຄອບຄົວ,ປະກອບກັບມີນໍ້າເຢັນໆໄຫຼຜ່ານພະ ລານຫີນ, ເໝາະກັບການນັ່ງຫຼິ້ນນໍ້າ ແລະຍັງມີຮ້ານຄ້າຂອງພໍ່ແມ່ປະຊາຊົນເຂດນັ້ນທີ່ເປີດໃຫ້ບໍລິການດ້ານອາຫານ ແລະເຄື່ອງດື່ມ.

ຕາດນໍ້າຊວງ ແມ່ນຢູ່ໃນເຂດປ່າສະຫງວນແຫ່ງຊາດພູພະນັງບ້ານຖໍ້າເມືອງນາຊາຍທອງນະຄອນຫຼວງວຽງຈັນ,ຫ່າງຈາກຕົວ ເມືອງນະຄອນຫຼວງວຽງຈັນ  ອອກໄປຕາມທາງເລກທີ 13 ເໜືອ ປະມານ 40 ກວ່າກິໂລແມັດ, ໄປຮອດບ້ານນາດີ ກໍ່ຈະມີທາງແຍກເຂົ້າໄປເບື້ອງຊ້າຍມື (ທາງເຂົ້າໄປບ້ານຖໍ້າ) ຂີ່ເຂົ້າໄປອີກບໍ່ເຖິງ 10 ກິໂລແມັດກໍ່ຈະຮອດຊຶ່ງໃຊ້ເວລາເດີນທາງພຽງ 1 ຊົ່ວໂມງກໍ່ມາຮອດສະຖານທີ່ທ່ອງທ່ຽວແຫ່ງນີ້ແລ້ວ.

ພາບ ແລະຂາ່ວຈາກ: ໜັງສືພີມເສດຖະກິດ-ສັງຄົມ