ຄາດຄະເນປີທ່ອງທ່ຽວ ລາວ - ຈີນ ຈະສ້າງເງິນເຂົ້າປະເທດ 7 ພັນຕື້ກວ່າກີບ

 ປີທ່ອງທ່ຽວ ລາວ-ຈີນ ປີນີ້, ລັດຖະບານໄດ້ວາງຄາດໝາຍສູ້ຊົນດຶງດຶດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າມາປະເທດ 5,2 ລ້ານຄົນເພື່ອຈະສ້າງລາຍຮັບໃຫ້ໄດ້ 876,38 ລ້ານ ໂດລາສະຫະລັດ ຫຼື ປະມານ 7,44 ພັນຕື້ກີບ, ໃນນັ້ນນັກທ່ອງທ່ຽວຈີນ ແລະ ຕ່າງປະເທດບໍ່ໃຫ້ຫຼຸດ 4,5 ລ້ານຄົນ.

  ຂໍ້ມູນແຜນພັດທະນາເສດຖະກິດ-ສັງຄົມ ປີ 2019 ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດວຽກງານຂະແໜງການທ່ອງທ່ຽວໃນປີ 2019 ນີ້, ລັດ ຖະບານກໍຄືກະຊວງຖະແຫຼງຂ່າວວັດທະນະທໍາ ແລະທ່ອງທ່ຽວຈະສຸມໃສ່ພັດທະນາຂະແໜງການທ່ອງທ່ຽວທີ່ມີແລ້ວໃຫ້ເຂັ້ມແຂງ, ຮຽນຮູ້ບົດຮຽນປະເທດອື່ນ, ສືບຕໍ່ໂຄສະນາເຜີຍແຜ່ການທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດຢ່າງຕໍ່ເນື່ອງ ແລະຖືກເປົ້າໝາຍໂດຍເນັ້ນໃສ່ຄຸນ ນະພາບຂອງການບໍລິການ ແລະ ວັດທະນະທໍາທີ່ຈົບງາມ; ຊຸກຍູ້ໂຄງການສົ່ງເສີມພັດທະນາແຫຼ່ງທ່ອງທ່ຽວໃໝ່ທາງທໍາມະຊາດ, ປະຫວັດ ສາດ ແລະ ວັດທະນະທໍາທີ່ເປັນເອກະລັດຂອງລາວໂດຍສະເພາະຕິດຕາມຊຸກຍູ້ໃຫ້ທົ່ງໄຫຫີນໄດ້ຮັບການຮັບຮອງເປັນມໍລະດົກໂລກຈາກອົງ ການສາກົນ, ເອົາໃຈໃສ່ປັບປຸງ ແລະ ປະສານງານການບໍລິການທ່ອງທ່ຽວທີ່ສະດວກ ແລະ ປອດໄພເພື່ອສືບຕໍ່ປີທ່ອງທ່ຽວແຫ່ງຊາດ ແລະຮັບຮອງແກ່ປີທ່ອງທ່ຽວ ລາວ-ຈີນ.

  ສໍາລັບປີທ່ອງທ່ຽວ ລາວ-ຈີນ ນີ້, ລັດຖະບານລາວໄດ້ວາງຄາດໝາຍສູ້ຊົນດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າມາປະເທດໃຫ້ໄດ້ທັງໝົດ 5,2 ລ້ານຄົນ ແລະຄາດວ່າຈະສ້າງລາຍຮັບປະມານ 876,38 ໂດລາ ຫຼື ປະມານ 7,44 ພັນຕື້ກີບ ໃນນັ້ນນັກທ່ອງທ່ຽວຈີນ ແລະຕ່າງປະເທດບໍ່ໃຫ້ຫຼຸດ 4,5 ລ້ານຄົນ ແລະລາຍຮັບໃຫ້ໄດ້ຫຼາຍກວ່າ 700 ລ້ານໂດລາ. ນອກຈາກນີ້ລັດຖະບານຍັງຈະສືບຕໍ່ສົມທົບກັບ ພາກສ່ວນກ່ຽວຂ້ອງໃນການນໍາສະເໜີພູຫີນໜາມໜໍ່ແຂວງຄໍາມ່ວນເຂົ້າເປັນມໍລະດົກໂລກຂ້າມຊາຍແດນ ລາວ-ຫວຽດນາມໃຫ້ສໍາເລັດຕາມແຜນການທີ່ວາງໄວ້ ແລະສູ້ຊົນນໍາສະເໜີເອົາການຟ້ອນລໍາວົງລາວ ແລະພູມປັນຍາການຕໍ່າລາຍນາກຂອງເຊື້ອຊາດລາວເຂົ້າເປັນມໍລະດົກວັດທະທະທໍານາມມະທໍາຂອງໂລກ.