ເລີ່ມໂຄງການຜະລິດພືດຜັກໝາກໄມ້ສະອາດໃນລາວ

  ໃນວັນທີ 11 ມັງກອນ 2019, ໄດ້ມີພິທີວາງສີລາລຶກໂຄງການຮ່ວມມືກ່ຽວກັບການຜະລິດພືດຜັກ ແລະໝາກໄມ້ສະອາດທີ່ທັນສະໄໝຢູ່ ສປປ ລາວ, ດ້ວຍການຮ່ວມມືຂອງກົມປູກຝັງກະຊວງກະສິກຳ ແລະປ່າໄມ້ຮ່ວມກັບບໍລິສັດໄໝສຽງພັດທະນາກະສິກຳ ແຂວງ ໄຮ່ລົງຈ່ຽງ ຈຳ ກັດ, ໂດຍເຂົ້າຮ່ວມໃນ ພິທີມີ ທ່ານ ພວງປາຣິສັກ ປຣະວົງວຽງຄຳ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານຮອງເຈົ້າຄອງນະ ຄອນຫຼວງວຽງຈັນ,ທ່ານນາງ ເອີເວ້ ປະທານບໍລິສັດ ໄໝສຽງ ພັດທະນາກະສິກຳແຂວງ ໄຮ່ລົງຈ່ຽງ ຈຳກັດ, ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

   ທ່ານ ບຸນຈັນ ກົມມະສິດ ຮອງຫົວໜ້າກົມປູກຝັງລາຍງານວ່າ: ໂດຍໄດ້ຮັບອະນຸຍາດຈາກກະຊວງກະສິກຳ ແລະ ປ່າໄມ້, ໃນໄລຍະຜ່ານມາ ກົມປູກຝັງໄດ້ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືດ້ານການຜະລິດກະສິກຳສະອາດສີຂຽວຢູ່ລາວແນໃສ່ເພື່ອສາມາດຄຸ້ມຄອງການຜະລິດໄປຕາມທິດກະສິກຳສະອາດ, ຄຸ້ມຄອງປັດໄຈການຜະລິດ, ຄຸ້ມຄອງວຽກງານປ້ອງກັນພືດ ແລະກັນພືດເພື່ອຮອງຮັບການເປີດ ເສັ້ນທາງລົດໄຟລາວ-ຈີນ ເຮັດໃຫ້ການຜະລິດພືດທີ່ສະອາດສີຂຽວເປັນມິດຕໍ່ສິ່ງແວດລ້ອມສົ່ງເຂົ້າຕະຫຼາດ ສປ ຈີນ ແລະເພື່ອເປັນການຍາດແຍ່ງໄລຍະເວລາຂອງລະດູການຜະລິດກົມຮ່ວມກັບບໍລິສັດໄດ້ລົງສຳຫຼວດຄວາມເປັນໄປໄດ້ໃນການສ້າງບົດວິພາກເສດຖະກິດ, ບົດສະ ເໜີໂຄງການ ແລະກະຊວງກໍໄດ້ອະນຸມັດຮັບເອົາໂຄງການດັ່ງກ່າວ.

  ດັ່ງນັ້ນຈຸດປະສົງຂອງການວາງສີລາລຶກໃນຄັ້ງນີ້ກໍເພື່ອສ້າງການຜະລິດພືດຜັກ ແລະໝາກໄມ້ສະອາດມາດຕະຖານສາກົນໃນເຮືອນຮົ່ມທີ່ທັນສະໄໝ, ທັງເປັນບ່ອນຜະລິດ, ຖ່າຍທອດ ແລະຍົກລະດັບຄວາມຮູ້ ແລະຄວາມສາມາດຂອງພະນັກງານວິຊາການ, ເປັນບ່ອນຝຶກ ງານຂອງນັກຮຽນນັກສຶກສາ,ເປັນບ່ອນສ້າງວຽກເຮັດງານທຳໃຫ້ຊາວກະສິກອນໄດ້ຈຳນວນຫຼາຍ, ກ່ຽວກັບເຕັກນິກການຜະລິດພືດຜັກໃນເຮືອນຮົ່ມທີ່ທັນສະໄໝ, ພ້ອມນີ້ຍັງຈະໄດ້ສ້າງເຮືອນຮົ່ມທີ່ທັນສະໄໝເລີ່ມເປັນຕົວແບບໃນຂອບເຂດນະຄອນຫຼວງວຽງຈັນ 5 ຫຼັງ ແຕ່ລະຫຼັງມີຂະ ໜາດ 50X60 ແມັດ ແລະຄາດວ່າຈະຜະລິດພືດຜັກຈໍາ ນວນ 20-30 ຊະນິດ ແລະຜົນຜະລິດ 50 ພັນກິໂລຕໍ່ຫຼັງ.

   ໂຄງການດັ່ງກ່າວເປົ້າໝາຍແມ່ນເພື່ອຍົກລະດັບການຜະລິດກະສິກຳສະອາດຈາກການຜະລິດເຮືອນຮົ່ວແບບທົ່ວໄປມາເປັນການຜະລິດເຮືອນຮົ່ມທີ່ສາມາດຄວບຄຸມດ້ວຍອຸນຫະພູມຕາມຄວາມຕ້ອງການຂອງແຕ່ລະພືດ, ໃຊ້ລະບົບນ້ຳບາດານໃຕ້ດິນ, ໃຊ້ແສງຕາເວັນ... ເຮັດໃຫ້ການຜະລິດໄດ້ປະລິມານຫຼາຍຂຶ້ນ ແລະມີຄຸນນະພາບດີຂຶ້ນສາມາດສະໜອງໄດ້ຕາມຄວາມຕ້ອງການຂອງທ້ອງຕະຫຼາດ ແລະຜູ້ບໍລິ ໂພກທັງພາຍໃນ ແລະ ຕ່າງປະເທດ, ຫາກໄດ້ຮັບຜົນສຳເລັດກໍຈະມີການຂະຫຍາຍໄປໃນຂອບເຂດທົ່ວປະເທດໂດຍສະເພາະຕາມແລວທາງເສັ້ນ ທາງລົດ ໄຟລາວ-ຈີນ.