ການສັກລາຍ ຫຼື ສັກຍັນແມ່ນສີລະປະເທິງຜິວໜັງຢ່າງໜຶ່ງຊຶ່ງບໍ່ໄດ້ເປັນພຽງລາຍສັກເທົ່ານັ້ນແຕ່ຍັງມີຫຼາຍສິ່ງຫຼາຍຢ່າງແອບແຝງຢູ່ຊຶ່ງເຮົາເອີ້ນວ່າຄວາມເຊື່ອ, ໂດຍໃນສະໄໝບູຮານການສັກລາຍມີຄວາມເຊື່ອເລື່ອງເວດມົນຄາຖາ,ເຊື່ອວ່າຍິງ; ແທງບໍ່ເຂົ້າພິເສດແມ່ນພວກຜູ້ຊາຍທີ່ເປັນທະຫານການອອກທັບຈັບເສິກຕ້ອງມີການສັກຍັນ ແລະຄາຖາຊຶ່ງຈະມີຄູ-ອາຈານເປັນຜູ້ສັກ ແລະລົງໃຫ້.
ປະເທດລາວເຮົາກໍເປັນປະເທດໜຶ່ງທີ່ມີຄວາມເຊື່ອໄສຍະສາດຫຼາຍ ໂດຍສະເພາະໃນສະໄໝກ່ອນຄົນກັບຄວາມເຊື່ອແມ່ນແຍກກັນບໍ່ອອກເລີຍ,“ການສັກຍັນ ຫຼື ສັກລາຍ”ກໍເປັນອີກຄວາມເຊື່ອໜຶ່ງຂອງຄົນສະໄໝນັ້ນ ໂດຍຄົນສ່ວນຫຼາຍທີ່ມີລາຍສັກຈະເປັນທະຫານການສັກລາຍກໍເພື່ອເປັນການຈໍາແນກກົມກອງທີ່ທະຫານສັງກັດຢູ່,ຕໍ່ມາກໍໄດ້ມີການສັັກໃນຄວາມເຊື່ອວ່າແຕ່ລະລາຍທີ່ສັກນັ້ນຄືສິ່ງສັກສິດຄຸ້ມຄອງຜູ້ທີ່ຖືກສັກໃຫ້ປອດໄພຈາກອັນຕະລາຍ,ຈາກສັດຕູ ໂດຍການຝັງຍັນ (ເຊື່ອວ່າເປັນຂອງທີ່ສັກສິດ) ເຂົ້າ ໄປໃນລາຍທີ່ສັກເຊັ່ນໃນສະໄໝສົງຄາມທີ່ຕ້ອງມີການສູ້ຮົບກັບສັດຕູນັ້ນກ່ອນຈະອອກໄປສູ້ຮົບທະຫານ ທຸກຄົນຈະຕ້ອງມີສິ່ງສັກສິດ ຫຼື ເຄື່ອງຂອງທີ່ເອົາໄວ້ປ້ອງກັນໂຕ, ການສັກລາຍກໍເປັນອີກວິທີໜຶ່ງທີ່ ຄົນສະໄໝນັ້ນນິຍົມໃຊ້ເພື່ອໃຫ້ໂຕເອງມີໜັງໜຽວຟັນ, ແທງ ແລະຍິງ ບໍ່ເຂົ້າເປັນຕົ້ນ. ສະໄໝກ່ອນຄົນທີ່ສາມາດສັກລາຍໃຫ້ຄົນອື່ນຕ້ອງ ແມ່ນພະສົງ ຫຼື ຜູ້ອະວຸໂສທີ່ຮຽນຈົບວິຊາດ້ານນີ້ມາ ໂດຍສະເພາະທີ່ເປັນຄູບາອາຈານອຸປະກອນທີ່ໃຊ້ ແມ່ນເຫຼັກປາຍແຫຼມຍາວໆສັກລົງ ເທິງຜິວໜັງການສັກລາຍນັ້ນມີສອງປະເພດຄື: ການສັກນໍ້າມຶກ ແລະ ສັກນໍ້າມັນ.
ມາຮອດສະໄໝປະຈຸບັນນີ້ການສັກລາຍມີຢ່າງຫຼວງຫຼາຍເພາະຖື ກັນວ່າເປັນສິລະປະອີກຢ່າງໜຶ່ງໄປ ແລ້ວສັກເພື່ອຄວາມງາມ ແລະຄວາມມັກອຸປະກອນການສັກກໍໄດ້ວິວັດໄປຕາມການປ່ຽນແປງຂອງສັງຄົມດຽວນີ້ຈະມີເຄື່ອງຈັກທີ່ໃຊ້ສໍາລັບສັກລວດລາຍຕ່າງໆລົງເທິງຜິວໜັງຜູ້ທີ່ສັກສ່ວນຫຼາຍກໍບໍ່ແມ່ນພະສົງ ຫຼື ຄູບາອາຈານແລ້ວແຕ່ປ່ຽນມາເອີ້ນວ່າຊ່າງສັກລາຍ.
ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ