ຖໍ້າຈອມອອງ ແຫຼ່ງທ່ອງທ່ຽວທີ່ສວຍງາມ

ຖໍ້າຈອມອອງເປັນອີກສະ ຖານທີ່ທ່ອງທ່ຽວທາງທຳມະຊາດຂອງເມືອງໄຊ ແຂວງອຸດົມໄຊທີ່ມີຄວາມສວຍງາມ ແລະໂດດເດັ່ນກວ່າສະຖານທີ່ທ່ອງທ່ຽວອື່ນໆ ພາຍໃນແຂວງເນື່ອງຈາກເປັນຖໍ້າທີ່ມີຫີນຍ້ອຍທີ່ສວຍງາມ,ມີນໍ້າໄຫຼຜ່ານ,ມີນົມຜາ,ຫີນສີຂາວເຫຼື້ອມ ຄືກັບເພັດພອຍເປັນກ້ອນໃຫຍ່ນ້ອຍຫ້ອຍປະດັບປະດາຢູ່ຕາຝາຫີນແລະອື່ນໆ.

ຖໍ້າຈອມອອງ ຖືກຄົ້ນພົບໃນປີ 2005 ແລະເປີດໃຫ້ບໍລິການໃນປີ 2007 ແລະຜ່ານການສຳຫຼວດຂອງນັກວິທະຍາສາດຈາກສະຫະພາບເອີຣົບໃນປີ 2010 ຖໍ້າດັ່ງກ່າວກໍ່ໄດ້ຮັບການພັດທະນາໃຫ້ ເປັນແຫຼ່ງທ່ອງທ່ຽວລະດັບຊາດ,ຖໍ້າດັ່ງກ່າວຕັ້ງຢູ່ບ້ານຈອມອອງ ເມືອງໄຊ ຫ່າງຈາກເທສະບານ ເມືອງໄປປະມານ 45 ກິໂລແມັດເປັນຖໍ້າກວ້າງໃຫຍ່,ມີຫຼາຍຮູເຂົ້າ-ອອກຍາວປະມານ 16 ກິໂລແມັດ,ກວ້າງ 15-50 ແມັດ ແລະສູງປະ ມານ 25-100 ແມັດຊຶ່ງເປັນຖໍ້າ ທີ່ມີຄວາມສວຍງາມທີ່ສຸດຂອງ ແຂວງປະກອບໄປດ້ວຍສີສັນຕ່າງໆ ແບບທຳມະຊາດເປັນໜ້າອັດສະ ຈັນ.

ຖໍ້າຈອມອອງມີສາຍນໍ້າໄຫຼ ຜ່ານ,ມີນົມຜາ ແລະຫີນຍ້ອຍທີ່ມີ ລວດລາຍສວຍງາມພ້ອມຍັງມີຫີນແກ້ວເປັນສີຂາວເຫຼື້ອມຄືກັບເພັດພອຍເປັນກ້ອນໃຫຍ່ນ້ອຍຫ້ອຍປະດັບປະດາຢູ່ຕາມຝາຫີນຄ້າຍຄືດອກ ໄຟສະຫວ່າງສະໄຫວຢ່າງສວຍສົດງົດງາມ,ຊື່ຖໍ້າຈອມອອງແມ່ນເອີ້ນ ຕາມຊື່ບ້ານແຕ່ເມື່ອກ່ອນປະຊາຊົນເຄີຍເອີ້ນຖໍ້ານີ້ວ່າຖໍ້າເຈຍ ຫຼື ຖໍ້າຂີ້ ເຈຍຍ້ອນມີເຈຍມາອາໄສຢູ່ເປັນຈຳນວນຫຼວງຫຼາຍຈົນຊາວບ້ານພາກັນເອົາຂີ້ເຈຍໄປເຮັດໝື້ປືນແກັບ.

ປະຈຸບັນຖໍ້າດັ່ງກ່າວພວມໄດ້ຮັບທຶນຊ່ວຍເຫຼືອຈາກໂຄງການພັດທະນາພື້ນຖານໂຄງລ່າງເພື່ອສົ່ງເສີມການທ່ອງທ່ຽວໃນການສ້າງທາງປູຢາງເຂົ້າຫາຖໍ້າ ແລະສ້າງສິ່ງອຳນວຍຄວາມສະດວກໃນບໍລິ ເວນຖໍ້າແລະພາຍໃນຖໍ້າ,ຊຶ່ງຫາກທ່ານໃດໄດ້ໄປຢ້ຽມຢາມ ຫຼື ໄປທ່ອງທ່ຽວແຂວງອຸດົມໄຊກໍຢ່າລືມແວະ ໄປທ່ຽວຊົມແຫຼ່ງທ່ອງທ່ຽວຖໍ້າຈອມອອງຮັບຮອງວ່າທ່ານຈະບໍ່ເສຍເວລາກັບການເດີນທາງຫາກໄດ້ເຫັນຄວາມສວຍງາມຂອງຖໍ້າແຫ່ງນີ້.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ