ຢູນານນຳສະເໜີສິນຄ້າອາຫານສີຂຽວ

  ວັນທີ່ 15 ພະຈິກ 2018 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມແນະນໍາສິນຄ້າອາຫານສີຂຽວຂອງຢູນນານ ແລະງານວາງສະແດງສີນຄ້າສາກົນໃນງານນະມັດສະການບູນພະທາດຫຼວງວຽງຈັນປະຈໍາປີ 2018 ໂດຍການເປັນປະທານຂອງທ່ານ ໂຈ ເສຍເຫວີນ ຮອງຫົວໜ້າພະແນກການຄ້າ ແຂວງຢູນນານ, ທ່ານ ໂສວັນ ນຸພາບພະວົງສີ ຮອງຫົວໜ້າພະແນກອຸດສາຫະກຳແລະການຄ້ານະ ຄອນຫຼວງວຽງຈັນ, ທ່ານ ວົງໄຊ ພົມມີໄຊ ຮອງຫົວໜ້າພະແນກພົວພັນຕ່າງປະເທດນະຄອນຫຼວງວຽງຈັນ,ມີບັນດາຫົວໜ່ວຍທຸລະກິດແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ໂຈ ເສຍເຫວີນ ກ່າວວ່າ: ເພື່ອສືບຕໍ່ຊູກຍູ້ການຮ່ວມມືດ້ານການຄ້າລະຫວ່າງ ສປປ ລາວ ແລະ ແຂວງຢູນນານໃຫ້ສືບຕໍ່ພັດທະນາຢ່າງຕໍ່ເນື່ອງ, ເສີມຂະຫຍາຍການພົວພັນຮ່ວມມືລາວ-ຈີນ ແລະສ້າງຄວາມຢູ່ເຢັນເປັນສຸກໃຫ້ປະຊາຊົນທັງສອງຊາດ ແລະສືບຕໍ່ຊອກຄົ້ນຊ່ອງທາງການຮ່ວມມືໃນດ້ານທີ່ມີທາແຮງຂອງສອງຝ່າຍ, ຊຸກຍູ້ການຮ່ວມມືທາງດ້ານການຄ້າລະຫວ່າງສອງຝ່າຍໃຫ້ນັບມື້ພັດທະນາສູ່ລວງເລີກ, ຍົກສູງຂະໜາດລະດັບການຄ້າຂອງສອງຝ່າຍ ແລະເສີມສ້າງຊ່ອງທາງການຄ້າໃໝ່, ສືບຕໍ່ເພີ້ມທະວີການແລກປ່ຽນໂດຍສົ່ງບັນດາພາກສ່ວນທຸລະກິດຂອງສອງຝ່າຍຮ່ວມງານວາງສະແດງສີນຄ້າທີ່ທັງສອງຝ່າຍຈັດຂື້ນ,ຊຸກຢູ້ການດໍາເນີນກິດຈະການຂອງບັນດາໂຄງການໃຫຍ່ຕ່າງໆເພື່ອໃຫ້ເປັນທ່າແຮງໃໝ່ໃນການຊຸກຍູ້ການຄ້າລະຫວ່າງສອງຝ່າຍໃຫ້ພັດທະນາຢ່າງຕໍ່ເນື່ອງ, ສືບຕໍ່ຊຸກຍູ້ການສ້າງເງື່ອນໄຂສະ ດວກທີເອື້ອອໍານວຍໃຫ້ແກ່ພາກສ່ວນທຸລະກິດ ແລະການນໍາເຂົ້າສົ່ງອອກຊາຍແດນຂອງຜະລິດຕະພັນສີນຄ້າຂອງສອງຝ່າຍ, ຮີບຮ້ອນປັບປຸງບັນຫາການປະເມີນຄວາມສ່ຽງໃນການສົ່ງອອກຜະລິດຕະພັນກະເສດຂອງລາວໄປຈີນເພື່ອອໍານວຍຄວາມສະດວກໃຫ້ແກ່ການສົ່ງ ອອກຜະລິດຕະພັນກະເສດຂອງ ສປປ ລາວໄປ ສປ ຈີນ.

  ສໍາລັບງານວາງສະແດງສີນຄ້າໃນຄັ້ງນີ້ຈະສາມາດເຮັດໃຫ້ບັນດານັກທຸລະກິດ ແລະ ເພື່ອນມິດສະຫາຍທັງຫຼາຍໄດ້ຮູ້ຈັກກັບແຂວງຢູນນານແລະມີການລົງທຶນກັບແຂວງຢູນນານຫຼາຍຂຶ້ນ. ແຂວງຢູນນານຈະຖືເອົາແປດຂະແໜງການຜະລິດເປັນຈຸດສຸມໃນການພັດທະນາ,ສຸມທຸກກໍາລັງເພື່ອສ້າງໃຫ້ເປັນ “ແຫຼ່ງພະລັງງານສີຂຽວ”,“ພະລິດຕະພັນອາຫານອິນຊີ” ແລະ“ເປັນສະຖານທີ່ດໍາລົງຊີວິດທີ່ມີພະລານາໄມສົມບູນ ”ສາມຢ່າງທີ່ມີຊື່ສຽງລະດັບໂລກ. ນອກນັ້ນຈະສຸມເຫື່ອແຮງຢ່າງເຕັມກໍາລັງເຂົ້າໃນການພັດທະນາຂະແໜງການຜະລິດໃນແປດຂະແໜງການຄື: ຂະແໜງການຜະລິດຢາປິດປົວຈາກທໍາມະຊາດ (ຈາກພືດແລະສັດ) ເພື່ອສຸຂະພາບ, ຂະແໜງວັດທະນະທໍາ ແລະການທ່ອງທຽ່ວ, ຂະແໜງຂໍ້ມູນຂ່າວສານ, ຂະແໜງການຈໍລະຈອນສິນຄ້າ, ຂະແໜງຜະລິດຕະພັນກະສິກໍາທັນສະໄໝທີ່ມີເອກະລັກຈາກເຂດພູພຽງ, ຂະ ແໜງການຜະລິດວັດສະດຸຊະນິດໃໝ່,ຂະແໜງການຜະລິດອຸປະກອນທີ່ທັນສະໄໝ, ຂະແໜງການຜະລິດ ແລະປຸງແຕ່ງຜະລິດຕະພັນອາ ຫານ ແລະເຄື່ອງອຸປະໂພກບໍລິໂພກ. ສ້າງໃຫ້ເປັນ “ຜະລິດຕະພັນອາຫານອິນຊີ” ທີ່ເປັນຍີ່ຫໍ້ເຄື່ອງໝາຍໂດ່ງດັງໄປທົ່ວໂລກ.ສິນຄ້າທີ່ນໍາມາວາງສະແດງໃນງານດັ່ງກ່າວປະກອບມີ: ເຂົ້າໝົມໃສ້ດອກໄມ້, ຜະລິດຕະພັນຈາກໝາກໄມ້ສົດ, ເຫັດທໍາມະຊາດ ເມັດພືດ, ກາເຟ, ຢາພື້ນ ເມືອງຈີນ ແລະຜະລິດຕະພັນອື່ນໆຊຶ່ງງານວງສະແດງດັ່ງກ່າວເລີມແຕາວັນທີ 15-25 ພະຈິກ 2018.