ສິນຫ້າໝາຍເຖິງຂໍ້ປະຕິບັດ ຫ້າຂໍ້ ທີ່ພະພຸດທະເຈົ້າບັນຍັດຂຶ້ນມາ ເພື່ອໃຫ້ຜູ້ຄົນຝຶກຝົນໂຕເອງ,ສິນຫ້າເປັນເຄື່ອງມືທີ່ໃຊ້ໃນການຝຶກຝົນຜູ້ທີ່ຄວນແກ່ການຝຶກຝົນ, ສິນ ຫ້າ ເປັນຫຼັກການປະພຶດດີຂັ້ນພື້ນ ຖານທີ່ສຸດຂອງສາສະໜາພຸດ, ຫາກໃຜປະຕິບັດສິນຫ້າໄດ້ຄົບຖ້ວນຄົນຜູ້ນັ້ນຈະຖືກຍົກຍ້ອງວ່າເປັນຄົນດີ.
ຄໍາວ່າ ສິນ ຫຼື ສິລະແມ່ນແປວ່າ: ປົກກະຕິ ຫຼື ແປວ່າຂໍ້ປະຕິບັດກໍໄດ້ ສິນມີຫຼາຍປະເພດເຊັ່ນ: ສິນຫ້າ, ສິນແປດ, ສິນສິບ,ສິນສອງຮ້ອຍຊາວເຈັດ,ສິນສາມຮ້ອຍສິບເອັດ ມີທັງສິນຂອງຊາວບ້ານ ແລະສິນ ຂອງນັກບວດ.ສະເພາະ“ສິນຫ້າ” ທີ່ປັນຍາຊົນທົ່ວໄປຄວນຈະປະຕິ ບັດຄື:ສິນຂໍ້ໜຶ່ງ: (ປານາທິປາຕາ ເວຣະມະນີສິຂາປະທັງສໍາມາທິ ຍາມິ) ບໍ່ບຽດບຽນສິ່ງທີ່ມີຊີວິດ (ລວມທັງຄົນ ແລະສັດ) ໝາຍ ຄວາມວ່າ:ສິ່ງໃດທີ່ມີຊີວິດມີລົມຫາຍໃຈບໍ່ໃຫ້ບຽດບຽນບໍ່ໃຫ້ຂ້າບໍ່ ໃຫ້ທໍາຮ້າຍເພາະທໍາມະດາຂອງ ສິ່ງທີ່ມີຊີວິດໃຜໆກໍລ້ວນແຕ່ຮັກຊີ ວິດຂອງໂຕເອງທັງນັ້ນ ຜູ້ໃຫ້ຊີວິດ ເຮົາຄືຜູ້ທີ່ທໍາດີທີ່ສຸດຕໍ່ເຮົາຜູ້ມາທໍາຮ້າຍຊີວິດເຮົາຄືຜູ້ທີ່ກະທໍາອັນຊົ່ວ ຮ້າຍທີ່ສຸດຕໍ່ເຮົາ. ສິນຂໍ້ສອງ: (ອະທິນາທະນາເວຣະມະນີສິຂາປະ ທັງສໍາມາທິຍາມິ) ບໍ່ລັກເອົາວັດ ຖຸຕ່າງໆ ທີ່ມີເຈົ້າຂອງແລ້ວໂດຍທີ່ ເຈົ້າຂອງບໍ່ໄດ້ອະນຸຍາດໃຫ້ໝາຍ ຄວາມວ່າ: ສິ່ງໃດກໍຕາມທີ່ບໍ່ແມ່ນຂອງໂຕເອງຫ້າມຈັບ ຫຼື ລັກເອົາ ມາເປັນຂອງໂຕເອງຢ່າງເດັດຂາດ.
ສ່ວນສິນຂໍ້ສາມ:(ກາເມສຸ ມິສາຈາຣະເວຣະມະນີສິຂາປະທັງ ສໍາມາທິຍາມິ) ບໍ່ປະພຶດຜິດຈະລິ ຍະທໍາທາງເພດໝາຍຄວາມວ່າ ຄົນອື່ນໝາຍຄວາມວ່າ: ການກະ ທຳທາງເພດເປັນການ: ບໍ່ຫຍຸ້ງ ກ່ຽວກັບລູກເມຍ ຫຼື ຜົວຂອງຄົນ ອື່ນ ຊຶ່ງຂັດຕໍ່ປະເພນີອັນດີງາມຂອງລາວ ແລະຜິດຕໍ່ກົດໝາຍບ້ານເມືອງນໍາອີກ. ສິນຂໍ້ສີ່: (ມຸສາ ວາທາເວຣະມະນີສິຂາປາທັງສໍາ ມາທິຍາມິ) ບໍ່ເວົ້າສິ່ງທີ່ບໍ່ແມ່ນ ຄວາມຈິງໝາຍຄວາມວ່າ: ສິ່ງໃດ ກໍຕາມທີ່ບໍ່ແມ່ນຄວາມຈິງ ຫຼື ບໍ່ມີ ຄວາມຈິງບໍ່ຄວນເວົ້າເພາະເວົ້າໄປແລ້ວອາດຈະເຮັດໃຫ້ໂຕເອງ ແລະ ຄົນອື່ນເດືອດຮ້ອນໄດ້. ສິນຂໍ້ຫ້າ: (ສຸຣາເມຣະຍະປະມາທະຖານະເວຣະມະນີສິຂາປະທັງສໍາມາທິ ຍາມິ) ບໍ່ດື່ມສິ່ງມືນເມົາ ແລະສິ່ງ ເສບຕິດປະເພດຕ່າງໆອັນເປັນເຫດ ໃຫ້ເກີດຄວາມປະໝາດຂາດສະຕິສິນຂໍ້ນີ້ສໍາຄັນຫຼາຍເພາະຖ້າປະພຶດຜິດສິນຂໍ້ນີ້ແລ້ວຂໍ້ອື່ນໆກໍມີໂອກາດຜິດເຊັ່ນດຽວກັນ.
ລວມຄວາມແລ້ວ “ສິນຫ້າ” ເປັນຂໍ້ປະຕິບັດທີ່ສໍາຄັນທີ່ສຸດ,ສັງ ຄົມໃດກໍຕາມທີ່ມີຄົນປະຕິບັດສິນຫ້າຂໍ້ນີ້ໄດ້ສັງຄົມນັ້ນຍ່ອມມີຄວາມສະຫງົບສຸກ,ບໍ່ມີການບຽດບຽນ, ບໍ່ມີຄົນອິດສາກັນ,ບໍ່ມີຄົນຂີ້ລັກ, ບໍ່ມີຄົນປະພຶດຜິດຈາລິຍະທໍາທາງເພດ,ບໍ່ມີຄົນນອກໃຈສາມີພັນລະຍາ,ບໍ່ມີຄົນຂີ້ຕົວະ,ບໍ່ມີຄົນເສບສິ່ງເສບ ຕິດ, ມືນເມົາ.ດັ່ງນັ້ນການປະຕິບັດ ສິນມີອະນີິສົງຢ່າງໃຫຍ່ຫຼວງບຸກຄົນໃດກໍມີຕາມຕ້ອງການຄວາມຈະເລີນຮຸ່ງເຮືອງໃນຊີວິດຈຶ່ງຈໍາເປັນຢ່າງຍິ່ງຕໍ່ການປະຕິບັດສິນ ຫຼື ການຮັກສາສິນໆເປັນກໍາແພງກັ້ນບໍ່ໃຫ້ ຕົກໄປສູ່ທີ່ຊົ່ວຄືນະລົກເປັນຕົ້ນ, ສິນເປັນຂັ້ນໄດເພື່ອກ້າວໄປສູ່ຄວາມມີ ຊີວິດທີ່ດີສຸກສະບາຍທັງໃນຊາດ ນີ້ ແລະຊາດໜ້າ.ພະພຸດທະເຈົ້າສັນລະເສີນບຸກຄົນທີ່ປະຕິບັດສິນ ວ່າ: ເປັນຜູ້ທີ່ເກີດມາ ໂດຍບໍ່ເສຍຊາດເກີດມີຄວາມເປັນມະນຸດ ໂດຍ ສົມບູນ. ບຸກຄົນມີສິນລະທັມຍ່ອມມີຈິດໃຈເບີກບານ, ແຈ່ມໃສ,ສະຫງົບ ໂດຍບໍ່ມີຄວາມທຸກຮ້ອນໃຈ.
ພາບ ແລະຂາ່ວຈາກ: ໜັງສຶພິມເສດຖະກິດ-ສັງຄົມ