ຖໍ້າຜາກ້າ ອີກແຫຼ່ງທ່ອງທ່ຽວທີ່ສວຍງາມ

ຖໍ້າຜາກ້າເປັນອີກສະຖານທີ່ທ່ອງທ່ຽວເມືອງແມດ ແຂວງ ວຽງຈັນມີຄວາມສວຍສົດງົດງາມ ແລະມະຫັດສະຈັນຊຶ່ງຖໍ້າຜາກ້າຕັ້ງຢູ່ໃນເຂດປ່າດົງທີ່ຕຶບໜາຫ່າງຈາກເທດສະບານຂອງເມືອງປະມານ 30 ກວ່າກິໂລແມັດ,ການທີ່ຈະເດີນທາງເຂົ້າໄປໃນສະຖານທີ່ແຫ່ງນີ້ແມ່ນຕ້ອງໄດ້ອາໄສເຮືອ                      ເປັນຫຼັກໃຊ້ເວລາເກືອບ 2 ຊົ່ວໂມງ ຈຶ່ງຮອດ.

ຕາມການບອກເລົ່າຂອງປະຊາຊົນທີ່ອາໄສຢູ່ແຖວນັ້ນໃຫ້ຮູ້ວ່າ:ຖໍ້າຜາກ້າເປັນຜາຫີນອ່ອນຄ້າຍໆຫີນປູນປະກອບມີ 3 ໜ່ວຍພູຕິດຕໍ່ກັນໂດຍແບ່ງອອກເປັນ 3 ຖໍ້າຫຼັກໆ ເຊັ່ນ:ຖໍ້າຜາກ້າເປັນຖໍ້າຊັ້ນທຳອິດເລີ່ມຈາກປາກຖໍ້າເຂົ້າໄປຫາໜ່ວຍພູໜ່ວຍທີ 1, ສຳລັບໜ່ວຍພູໜ່ວຍທີ 2 ຈະມີຖໍ້າທີ່ສູງຂຶ້ນໄປອີກມີຊື່ວ່າ: ຖໍ້າກິງ ແລະຖໍ້າຊັ້ນທີ 3 ເປັນຊັ້ນສຸດທ້າຍເປັນຈຸດສູງທີ່ສຸດທີ່ໃຊ້ເປັນຈຸດຊົມວິວມີຊື່ວ່າ:ຖໍ້າພະລືສີມີສາຍນໍ້າເຟືອງໄຫຼລອດກ້ອງຖໍ້າຊຶ່ງມີຄວາມຍາວປະມານ 5 ກວ່າກິໂລແມັດ.

ຖໍ້າຜາກ້າເປັນຖໍ້າທີ່ຕັ້ງຢູ່ຕີນພູຫີນອ້ອມຮອບດ້ວຍປ່າໄມ້ທີ່ສວຍສົດງົດງາມທີ່ຍັງຄົງຄວາມອຸດົມສົມບູນດ້ວຍປ່າໄມ້ໃບຂຽວທີ່ເຫັນແລ້ວຊື່ນຕາຊື່ນໃຈຊຶ່ງພາຍໃນປະກອບໄປດ້ວຍຄວາມງົດງາມຂອງຫີນຜາ,ນົມຜາ,ຫີນຍ້ອຍທີ່ເກີດຂຶ້ນຈາກທຳມະຊາດຊຶ່ງໄດ້ສະສົມມາຫຼາຍປີກາຍເປັນປະຕິມາກຳອັນໜ້າອັດສະຈັນທີ່ຫາຊົມໄດ້ຍາກແລະກໍເປັນສິ່ງທີ່ກຸ້ມຄ່າຫຼາຍເມື່ອໄດ້ເຂົ້າໄປສຳພັດແລ້ວຍາກທີ່ຈະລືມລົງ.

ພາບ ແລະຂາ່ວຈາກ: ໜັງສຶພິມເສດຖະກິດ-ສັງຄົມ