ຜູ້ປະສົບໄພສະໜາມໄຊ 587 ຄົວເຮືອນ ຮັບເງິນຊົດເຊີຍ 50 %

  ອັດຕະປື ຈ່າຍເງິນຊົດເຊີຍ 50% ໃຫ້ຜູ້ທີ່ໄດ້ຮັບຜົນກະທົບດ້ານເສດຖະກິດຄົວເຮືອນຈາກອຸບັດເຫດເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກເມື່ອປີ 2018 ຜ່ານມາຊຶ່ງມີຈຳນວນ 587 ຄົວເຮືອນລວມມີ 4 ບ້ານເປົ້າໝາຍ ໃນນັ້ນບ້ານສະໝອງ 75 ຄົວເຮືອນ ມູນຄ່າ 4 ຕື້ກວ່າກີບ, ບ້ານທ່າຫີນ 184 ຄົວເຮືອນ ມູນຄ່າ 8 ຕື້ກວ່າກີບ, ບ້ານໂຄກກ່ອງ 225 ຄົວເຮືອນ ມູນຄ່າ 8 ຕື້ກວ່າກີບ ແລະ ບ້ານ ທ່າແສງຈັນ 103 ຄົວເຮືອນ, ມູນຄ່າ 5 ຕື້ກວ່າກີບລວມມູນຄ່າທັງໝົດ 26 ຕື້ກວ່າກີບ.

  ເງິນຊົດເຊີຍ 50% ທີ່ຈ່າຍໃຫ້ຜູ້ທີ່ຖືກຜົນກະທົບດ້ານເສດຖະກິດຄົວເຮືອນຄັ້ງນີ້ລວມມີດ້ານພາຫະນະ, ເຄື່ອງໃຊ້ຄົວເຮືອນ, ວິສາຫະກິດຄົວເຮືອນ, ສັດ ລ້ຽງ, ສະບຽງອາຫານ ແລະເຄື່ອງໃຊ້ກະສິກຳ, ສ່ວນວ່າດ້ານສິ່ງປຸກສ້າງ, ຜົນລະປູກ, ທາດບັນຈຸອັດທິ ຂອງບັນພະບູລຸດນັ້ນ ແມ່ນຍັງບໍ່ທັນໄດ້ຄິດ ໄລ່ມູນຄ່າການຊົດເຊີຍ ເຊິ່ງປະຈຸບັນ ທາງ ບໍລິສັດພັດທະນາໂຄງການເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍພວມກຳລັງຄິດໄລ່ ມູນຄ່າຄວາມເສຍຫາຍຢູ່ ແລະຈະໄດ້ມີການຊົດເຊີຍໃນຄັ້ງຕໍ່ໄປ

  ພິທີມອບ-ຮັບເງິນຊົດເຊີຍດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 23 ກໍລະກົດ 2019 ທີ່ສູນພັກຊົ່ວຄາວຈຸດດົງບາກ, ໂດຍໃຫ້ກຽດມອບຂອງ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ທັງເປັນຮອງຫົວໜ້າ ຄະນະສະເພາະກິດແກ້ໄຂໄພພິບັດລະດັບຊາດຕ່າງໜ້າຮັບໂດຍແມ່ນນາຍບ້ານທັງ 4 ບ້ານ, ມີການນຳຂອງແຂວງ, ເມືອງ ແລະພາກສ່ວນທີ່ກ່ຽວຂ້ອງຕະຫຼອດ ຮອດປະຊາຊົນຜູ້ປະສົບໄພເຂົ້າຮ່ວມ.

  ໃນຕະຫຼອດໄລຍະໜຶ່ງປີທີ່ຜ່ານມາເຫັນໄດ້ວ່າພັກ-ລັດຖະບານ, ອົງການປົກ ຄອງທ້ອງຖິ່ນ ແລະ ບໍລິສັດ ຜູ້ພັດທະນາ ໂຄງການເຂື່ອນໄຟຟ້າເຊປຽນ-ເຊນ້ຳ ນ້ອຍຍັງໄດ້ໃຫ້ການຊ່ວຍເຫຼືອເບິ່ງແຍງດ້ານຊີວິດການເປັນຢູ່ຂອງປະຊາຊົນຜູ້ປະສົບໄພໃຫ້ມີຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວຢ່າງຕໍ່ເນື່ອງຢູ່ດັ່ງນັ້ນ, ການມອບ-ຮັບໃນເທື່ອນີ້ກ່ໍຖືວ່າເປັນໂອກາດອັນສຳຄັນໜຶ່ງ ເຊິ່ງເປັນວັນຄົບຮອບ 1 ປີ ຂອງເຫດການຄູ່ກັ້ນນໍ້າເຂື່ອນແຕກ ເພື່ອມອບເປັນຂວັນກຳລັງໃຈພໍ່ເເມ່ປະຊາຊົນໃຫ້ມີຄວາມເຂັ້ມແຂງ,ໃຫ້ເປັນທຶນຮອນສືບຕໍ່ພັດທະນາເສດຖະກິດຄອບຄົວ ແລະສາມາດຜ່ານຜ່າວິກິດການຕ່າງໆ ນີ້ໂດຍໄວໃນຂະນະດຽວກັນການນຳຂອງ ແຂວງຍັງໄດ້ລົງເຄື່ອນໄຫວມອບເຄື່ອງ ຊ່ວຍເຫຼືອອຸປະໂພກ, ບໍລິໂພກ ຢູ່ແຕ່ລະ ສູນພັກຊົ່ວຄາວ ແລະບາງບ້ານທີ່ໄດ້ ຮັບຜົນກະທົບນຳອີກ.

---------------------

ຂຽນໂດຍ: ມາລາທິບ     

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ