ຊາວບ້ານບຸງນາດີອອກເງິນສ້າງທາງເອງ

  ພິທີເປີດນໍາໃຊ້ເສັ້ນທາງຂອງບ້ານ ບຸ່ງນາດີ ທີ່ຂຶ້ນກັບກຸ່ມບ້ານທີ 2 ເຂດເທສະບານ ເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນທີ 8 ທັນວາ 2019, ໂດຍການເຂົ້າຮ່ວມພິທີຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດຂອງທ່ານ ຫ່ວນ ຮັງບົວສອນ ຮອງເຈົ້າເມືອງໄຊພູທອງ, ພ້ອມນີ້ກໍມີຍາທ່ານ ທອງດໍາ ຈັນທະວົງ ຄະນະ (ອພສ) ແຂວງ, ປະທານ ອພສ ເມືອງ ໄຊພູທອງ  ມີບັນດາທ່ານໃນຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ-ຄະນະຫ້ອງການ, ເລຂາ-ນາຍບ້ານເຖົ້າແກ່ແນວໂຮມຕະຫຼອດຮອດພໍ່ແມ່ປະຊາ ຊົນ, ນັກທຸລະກິດເຂົ້າຮ່ວມຢ່າງພ້ອມພຽງ.

  ທ່ານ ມັງຈຸລະ ພົງອຸດົມ ຮອງນາຍບ້ານບຸ່ງນາດີ ໄດ້ລາຍງານໃຫ້ຮູ້ວ່າ: ສໍາລັບການພັດທະນາເສັ້ນທາງຄົມມະນາຄົມທາງບົກບ້ານບຸ່ງນາດີ ກໍໄປຄຽງຄູ່ກັບບ້ານອື່ນໆພາຍໃນເມືອງໄຊພູທອງ ແລະບ້ານອອ້ມຂ້າງຢ່າງບໍຢຸດຢັ້ງ, ຈາກເສັ້ນທາງແຕ່ກ່ອນເປັນເສັ້ນທາງດິນແດງ, ຈາກດິນແດງມາເປັນທາງລາດຍາງໃນປີ 2014 ຈາກທາງລາດຢາງມາເປັນເສັ້ນ ທາງເບຕົງເສີມເຫຼັກໃນທ້າຍປີ 2018, ການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກຂອງບ້ານບຸ່ງນາດີເປັນເສັ້ນທາງສາຍຫຼັກຂອງບ້ານ, ເຊິ່ງມີລວງຍາວ 206 ແມັດ, ກວ້າງ 6 ແມັດ, ໜາ 15 ຊັງຕີແມັດ, ຄວາມຍາວທັງໝົດ 206 ແມັດ, ລວມມູນຄ່າກໍ່ສ້າງທັງໝົດ139,88 ລ້ານກີບ,ໂດຍໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 10 ທັນວາ 2018  ເຊິ່ງໃຊ້ເວລາກໍ່ສ້າງ 20 ວັນ ການກໍ່ສ້າງເສັ້ນທາງແມ່ນໄດ້ຜັດປ່ຽນກັນເປັນແຕ່ລະວັນເຊິ່ງໄດ້ຮັບການປະ ກອບສ່ວນທຶນຮອນກໍ່ສ້າງຈາກ ທ່ານ ວາດສະໜາ ເຈົ້າຂອງໂຮງງານນໍ້າດື່ມ ແກ້ວຟ້າມີໄຊ ຈໍານວນ 67,68 ລ້ານກີບ ທຶນປະກອບສ່ວນຂອງພໍ່ແມ່ປະຊາຊົນຂອງຊາວບ້ານບຸ່ງນາດີ ແລະພາກສ່ວນຕ່າງໆຈໍານວນ 72,19 ລ້ານກີບ ໂດຍໃຊ້ແຮງງານຂອງປະຊາຊົນ ແລະທະຫານຊາຍແດນປະຈໍາກຸ່ມບ້ານເປັນຜູ້ກໍ່ສ້າງຈໍານວນ 540 ຄົນ, ຍິງ150  ຄົນ.

  ທ່ານຍັງກ່າວຕື່ມອີກວ່າສໍາລັບທິດທາງແຜນການໃນຕໍ່ໜ້າແມ່ນຈະສຶບຕໍ່ກໍ່ສ້າງເສັ້ນທາງເສັ້ນທີ 2 ຜ່ານບ້ານໃນລວງຍາວ 200 ແມັດ, ກວ້າງ 5,5 ແມັດ, ໜາ 15 ຊັງຕີແມັດເຊິ່ງຈະນໍາໃຊ້ທຶນຈາກການປຸກລະດົມພໍ່ແມ່ປະຊາຊົນ, ຫົວໜ່ວຍທຸລະກິດທີ່ເປັນທາງແຮງພາຍໃນບ້ານ, ຄາດວ່າຈະນໍາໃຊ້ງົບປະມານທັງໝົດ 135 ລ້ານກວ່າກີບ ຈິ່ງຈະສໍາເລັດຄາດວ່າ ຈະລົງມືໃນກາງປີ 2019 ນີ້ການກໍ່ສ້າງເສັ້ນທາງນີ້, ສິ່ງສໍາຄັນທີ່ສຸດເພື່ອສ້າງຄວາມສາມັກຄີກັນຂອງປະຊາຊົນພາຍໃນບ້ານທັງໄດ້ເຮັດໃຫ້ການໄປມາຫາສູ່ກັນຂອງປະຊາຊົນພາຍໃນບ້ານມີຄວາມສະດວກສະບາຍ ແລະປອດໄພໃນການສັນຈອນໄປມາຂອງປະຊາຊົນພາຍໃນບ້ານດີຂຶ້ນ.