ທ່າແຕງ ຈະເສີມສ້າງຄວາມສະເໝີພາບ ຍິງ-ຊາຍ ໃຫ້ສູງຂຶ້ນ

 ສະຫະພັນແມ່ຍິງເມືອງ ທ່າແຕງ ແຂວງເຊກອງ ວາງເປົ້າໝາຍຈະເສີມສ້າງຄວາມສະເໝີພາບລະຫວ່າງຍິງ-ຊາຍ  ໃນລາວ, ເວົ້າສະເພາະກໍຄືເມືອງທ່າແຕງ ໃຫ້ໄດ້ຢ່າງເປັນຮູບປະທໍາເພື່ອເປັນການເພີ່ມບົດບາດຂອງແມ່ຍິງໃນ ສັງຄົມ ແລະການເມືອງໃຫ້ສູງຂຶ້ນ.

ທ່ານ ນາງ ມະໄລທອງວົງນາດປະທານສະຫະພັນແມ່ຍິງ ເມືອງທ່າແຕງໄດ້ກ່າວເນື່ອງໃນໂອກາດຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 64 ປີ  ໃນວັນທີ 19 ກໍລະກົດຜ່ານມາວ່າ:ເປົ້າໝາຍສໍາຄັນທີ່ສຸດໃນ ການດໍາເນີນງານຂອງສະຫະພັນ ແມ່ຍິງລາວ,ເວົ້າສະເພາະເມືອງທ່າແຕງປະຈຸບັນຄະນະບໍລິຫານງານພ້ອມຄະນະ ແລະເອື້ອຍນ້ອງ ແມ່ຍິງໃນທົ່ວເມືອງໄດ້ສຸມໃສ່ຊຸກຍູ້ແລະເສີມສ້າງຄວາມສະເໝີພາບລະຫວ່າງຍິງ-ຊາຍໃນທົ່ວເມືອງໃຫ້ເກີດຂຶ້ນຢ່າງເປັນຮູບປະທໍາ ເພື່ອເປັນການເຮັດໃຫ້ແມ່ຍິງລາວ ມີສິດສະເໝີພາບ ແລະເທົ່າທຽມ ກັບຜູ້ຊາຍໃນທຸກໆດ້ານ.

ເພື່ອເຮັດໃຫ້ບັນລຸເປົ້າໝາຍດັ່ງກ່າວໃຫ້ໄດ້ຢ່າງແທ້ຈິງນັ້ນ.ສະຫະພັນແມ່ຍິງທຸກສະຫາຍກໍໄດ້ວາງ ແຜນການຈັດຕັ້ງປະຕິບັດ 6 ແຜນງານ 32 ໂຄງການ ເພື່ອການພັດ ທະນາບົດບາດແມ່ຍິງລາວຊຶ່ງໄດ້ ເລີ່ມລົງມືປະຕິບັດນັບຈາກປີ  2011 ເປັນຕົ້ນມາ ແລະຍັງຈະຈັດຕັ້ງປະຕິບັດຂັ້ນຕໍ່ໆໄປລວມເຖິງການກະກຽມສ້າງຂະບວນການຕ່າງໆຂອງພັກ-ຂອງຊາດຄຽງຄູ່ກັບການຜັນຂະຫຍາຍມະຕິອື່ນໆຂອງຂັ້ນເທິງວາງອອກແຕ່ລະໄລຍະ,ທັງເປັນການກະກຽມຕ້ອນຮັບກອງປະ ຊຸມໃຫ່ຍຄັ້ງທີ 6 ຂອງອົງຄະນະພັກ ເມືອງທ່າແຕງ.

ໄລຍະໜຶ່ງປີຜ່ານມາໄດ້ລົງຊຸກຍູ້ໜ່ວຍຮາກຖານມີ 14 ໜ່ວຍ, ທົ່ວເມືອງມີ 64 ໜ່ວຍ ໃນນີ້ໜ່ວຍ ອ້ອມຂ້າງເທສະບານມີ 13 ໜ່ວຍ,ໜ່ວຍຮາກຖານມີ 51 ໜ່ວຍ,ມີ ຄະນະໜ່ວຍ 240 ທ່ານ,ມີສະມາ ຊິກແມ່ຍິງທັງໝົດ 4.206 ຄົນ,ໄດ້ເຂົ້າຮ່ວມກອງປະຊຸມຕ່າງໆມີ 60 ຄັ້ງ,ເຂົ້າຮ່ວມຝຶກອົບຮົມວຽກໂຄງການມີ 6 ຄັ້ງ, ເກັບກໍາສະຖິຕິຂອງສະມາຊິກແມ່ຍິງທົ່ວເມືອງ ການພົວພັນຮ່ວມມືກັບອົງການຈັດຕັ້ງສາກົນ ໂດຍສະເພາະສາທາລະນະລັດສັງຄົມນິຍົມຫວຽດນາມທີ່ໄດ້ໃຫ້ທຶນການສະໜັບສະໜູນເປັນເງິນ 50 ລ້ານດົງ, ເທົ່າກັບ 18 ລ້ານກີບ ເພື່ອນໍາມາປຸກເຮືອນໃຫ້ແມ່ຍິງທຸກຍາກ,ໂດດດ່ຽວປ່ຽວ ພອຍ, ຂາດທີ່ເພິ່ງພາອາໃສ່ມີ 1ຫຼັງຢູ່ເມືອງທ່າແຕງ  ແລະອື່ນໆຕື່ມອີກ.

ຈາກຜົນງານຍາດມາໄດ້ນັ້ນແມ່ຍິງລາວມີບົດບາດຫຼາຍຂຶ້ນໃນທຸກໆດ້ານກໍຄືບົດບາດໃນດ້ານເສດຖະກິດ ການເມືອງ,ວັດທະນະທໍາ-ສັງຄົມຊຶ່ງລວມເຖິງບົດບາດ ໃນດ້ານການຕ່າງປະເທດອີກດ້ວຍ ດັ່ງຄໍາເວົ້າທີ່ວ່າ:ພັກແລະລັດຖະບານໄດ້ໃຫ້ຄວາມສໍາຄັນແລະເອົາໃຈໃສ່ຕໍ່ບັນຫາຄວາມສະເໝີພາບລະຫວ່າງຍິງ-ຊາຍ ໂດຍສ້າງເງື່ອນ ໄຂໃຫ້ແມ່ຍິງໄດ້ພັດທະນາຕົນເອງ ໃນທຸກດ້ານປະຈຸບັນນີ້ກໍໄດ້ກາຍເປັນຮູບປະທໍາຫຼາຍຂຶ້ນການມີສ່ວນຮ່ວມຂອງແມ່ຍິງໃນຂະແໜງການຕ່າງໆມີຈໍານວນເພີ່ມຂຶ້ນ,ທັງ ມີບົດບາດພົ້ນເດັ່ນຂຶ້ນໃນເວທີການເມືອງທັງພາຍໃນແລະສາກົນ.”

 ພາບ ແລະຂາ່ວຈາກ:ໜັງສືພິມເສດຖະກິດ-ສັງຄົມ