ທ່ຽວຕາດວັງຫຼວງ ແຫຼ່ງທ່ອງທ່ຽວ ທຳມະຊາດ

ປະຈຸບັນຫຼາຍຄົນກໍ່ລ້ວນແຕ່ທຳມາຫາກິນເຮັດວຽກຂອງໃຜ ລາວຈົນຊອກເວລາພັກຜ່ອນອາດຈະບໍ່ມີ ແລະອີກຢ່າງຄິດວ່າບໍ່ຮູ້ຈະທ່ຽວໃສ່ສະນັ້ນມື້ນີ້ທາງທິມຂ່າວພວກເຮົາຂໍແນະນຳຕາດວັງຫຼວງແຫຼ່ງທ່ອງທ່ຽວທີ່ແບບທຳມະຊາດພ້ອມມີອາຫານມີຫຼາຍເມນູນ ແລະມີຕູບຄອຍບໍລິການສະຖານທີ່ຈອດລົດກວ້າງຂວ້າງຖືວ່າເໝາະແກ່ການຜັກຜ່ອນແບບໝູ່ຄູ່ ແລະຄອບຄົວໂດຍສະເພາະຊາວນະຄອນຫຼວງ ວຽງຈັນ.

ເມື່ອບໍດົນມານີ້ທ່ານ ນາງ ດາວັນ ແກ້ວເພຍຈັນອຳນວຍການແຫຼ່ງທ່ອງທ່ຽວທຳມະຊາດຕາດ ວັງຫຼວງໃຫ້ສຳພາດນັກຂ່າວເສດຖະກິດຜ່ານໂທລະສັບຮູ້ວ່າ: ສໍາລັບແຫຼ່ງທ່ອງຕາດວັງຫຼວງ ເປັນສະ ຖານທີ່ທ່ອງທ່ຽວທຳມະຊາດອີກແຫ່ງໜຶ່ງຂອງນະຄອນຫຼວງວຽງຈັນເອີ້ນໄດ້ເລີຍວ່າມີຄວາມສວຍງາມໃນແບບຂອງທຳມະຊາດທີ່ລົງໂຕ, ນໍ້າໃສເຢັນດີມີຄວາມເປັນ ທາງທຳມະຊາດນາໆພັນແລະອີກຢ່າງໜຶ່ງມັນບໍ່ໄດ້ຢູ່ໄກຈາກນະຄອນຫຼວງວຽງຈັນເປັນສະຖານທີ່ໆພວກເຮົາສາມາດສໍາຜັດກັບທໍາມະ ຊາດທີ່ແທ້ຈິງຢູ່ບ້ານເວີນກະເບົາ ເມືອງປາກງື່ມນີ້ເອງ.

ສຳລັບໃນຊ່ວງໄລຍະນີ້ິຖືວ່າຊ່ວງລະດູຝົນນໍ້າຫຼາຍສ່ວນລະດູ ແລ້ງນັ້ນກໍ່ມີຢູ່ແຕ່ຄ້ອນຂ້າງໜ້ອຍ ຈຶ່ງເໝາະທີ່ຈະມາທ່ຽວຕາດວັງ ຫຼວງໃນຊ່ວງລະດູຝົນນີ້ຫຼາຍກວ່າລະດູອື່ນ.ບໍລິເວນດ້ານເທິງຂອງຕາດຖ້າໃຜໄດ້ຂຶ້ນໄປຮັບຮອງວ່າສວຍງາມຢ່າງແນ່ນອນບັນຍາກາດເຢັນດີຖືໄດ້ວ່າໄດ້ສຳຜັດກັບທຳມະຊາດຢ່າງແທ້ຈິງ.

ສຳລັບຕາດວັງຫຼວງນອກຈາກຈະມີທຳມະຊາດທີ່ມີຄວາມອຸດົມສົມບູນແລ້ວທາງກ່ຽວຂ້ອງຄື:ຜູ້ສຳປະທານແຫຼງທ່ອງທ່ຽວເພິ່ນໄດ້ຕົບແຕ່ງຕູບບໍລິການ 60 ຕູບ ແລະອາຫານຫຼາຍປະເພດຊຶ່ງສຳລັບສິ່ງສຳຄັນແຫຼ່ງທ່ອງທ່ຽວເນັ້ນໃສ່ຄວາມສະອາດ,ປອດໄພ.

ສະຖານທີ່ຕາດວັງຫຼວງແມ່ນຕັ້ງຢູ່ບ້ານເວີນກະເບົາ ເມືອງປາກງື່ມນະຄອນຫຼວງວຽງຈັນເດີນທາງໄປທາງ 13 ໃຕ້ຮອດຂົວບ້ານໄຮແລ້ວໄປຕໍ່ປະມານ 1 ກິໂລແມັດມີທາງລ້ຽວຊ້າຍເຂົ້າໄປ 6 ກິໂລແມັດກໍ່ຈະເຫັນປ້າຍທາງເຂົ້າຕາດເຂົ້າໄປອີກປະມານ 100 ແມັດກໍ່ຈະຮອດຕາດວັງຫຼວງ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ